ຕາມເຊຍ ໜຸ່ມຫຼໍ່ ຍຸພະລັດ ເພັດທານີ ກັບເວທີ Mister International Laos

594

ພາສ່ອງໜຸ່ມຫຼໍ່ໂປຣຟາຍເລີດ ຈາກການປະກວດເວທີ Mister Laos Mister International Laos ແຖມເປັນຕິວເຕີພາສາອັງກິດ ຫຼື ນີ້ຈະເປັນມ້າມືດກັບການເຂົ້າປະກວດຊາຍງາມເວທີທຳອິດຂອງຊີວິດ ໜຸ່ມຍຸພະລັດ ເພັດທານີ ຫຼື ບ໋ອບບີ້ ອາຍຸ 28 ປີ ຈາກ  ແຂວງຈຳປາສັກ ອາຊີບນັກທຸລະກິດ ແລະ ຕິວເຕີພາສາອັງກິດ.

May be a closeup of 1 person, eyeglasses and indoor

ໜຸ່ມຍຸພະລັດ ໄດ້ໃຫ້ສຳພາດວ່າ: ຜ່ານມາຍັງບໍ່ເຄີຍປະກວດເວທີໃດມາກ່ອນເລີຍ, ເຄີຍຄິດຢາກປະກວດ ແລະ ກໍກຽມຕົວມາຕະຫຼອດ, ຕັ້ງໃຈວ່າມື້ໜຶ່ງທີ່ພ້ອມແທ້ໆ ແລ້ວຈະລົງປະກວດຈັກເວທີໜຶ່ງ ທີ່ຜ່ານມາກໍແນມຫາຫຼາຍເວທີຢູ່ ຈົນມາຮອດ Mister International Laos ປີ 2019 ເປັນເວທີທີ່ໜ້າສົນໃຈໃນຫຼາຍໆດ້ານ ທີ່ຈິງປີນີ້ກໍຍັງບໍ່ພ້ອມ ບວກກັບຕົວເອງເປັນຄົນທີ່ຂີ້ອາຍ ແລະ ບໍ່ມັກການປະກວດ ຫຼື ການແຂ່ງຂັນ, ແຕ່ປີນີ້ກໍອາຍຸກຳລັງຈະກາຍແລ້ວ, ຄິດດົນເຕີບ ສຸດທ້າຍກໍຕັດສິນໃຈລອງສະໝັກ.

ສ່ວນຄວາມໃຝ່ຝັນກັບເວທີນີ້ແມ່ນຢາກປະກອບສ່ວນໃນການພັດທະນາວົງການ ໃຫ້ຄົນລາວມາສົນໃຈຄົນລາວນຳກັນຫຼາຍຂຶ້ນ ເຮົາເປັນຄົນໜຶ່ງທີ່ມັກຮັກໃນວົງການບັນເທີງລາວ, ແຕ່ກໍບໍ່ເຄີຍມີໂອກາດໄດ້ເຮັດ ເຮົາບໍ່ຢາກໃຫ້ຄົນແນມວ່າ: “ ວົງການບັນເທີງລາວ ກໍເປັນໄດ້ແຕ່ວົງການບັນເທີງ ” ຢາກເຫັນວົງການບ້ານເຮົາພັດທະນາໄປຂ້າງໜ້າເລື້ອຍໆ ການທີ່ເຮົາໄດ້ເປັນອາຈານສອນ ເຮົາໄດ້ເຫັນເດັກນ້ອຍ, ໄວໜຸ່ມຫຼາຍຄົນທີ່ມີຄວາມສາມາດດ້ານສິລະປະ ແລະ ບາງຄົນມີຄວາມຝັນຢາກເປັນນັກຮ້ອງ, ນັກດົນຕີ, ບາງຄົນມັກຖ່າຍຮູບເງົາ, ຢາກເປັນຜູ້ກຳກັບ, ຢາກເປັນນັກສະແດງ ຈຶ່ງຫວັງວ່າເວທີນີ້ຈະເປັນຈຸດເລີ່ມຕົ້ນໃຫ້ເຮົາໄດ້ຮູ້ຈັກວົງການນີ້ຫຼາຍຂຶ້ນ ແລະ ກໍຍັງຫວັງວ່າຈັກມື້ໜຶ່ງວຽກໃນວົງການບັນເທີງບ້ານເຮົາຈະເປັນອາຊີບໜຶ່ງທີ່ໝັ້ນຄົງໃຫ້ກັບພວກເຂົາໄດ້ເຊັ່ນກັນກັບວຽກອື່ນໆ ເພື່ອໃຫ້ເຂົາໄດ້ເຮັດໃນສິ່ງທີ່ເຂົາມັກເຕັມທີ່.

May be an image of 11 people, people standing and indoor

ສຳລັບຄະຕິປະຈໍາໃຈແມ່ນມີ 2 ຄະຕິທີ່ໃຊ້ໄວ້ເຕືອນໃຈຕົວເອງຕະຫຼອດ ກໍຄື “ work hard in silence, let the success be your noise ” ເຮັດວຽກໜັກໃນຄວາມງຽບງັນ ແລະ ປ່ອຍໃຫ້ຄວາມສຳເລັດ ເປັນກະບອກສຽງຂອງເຮົາເອງ ແລະ “ we don’t find time, we make time ” ຖ້າເຮົາຢາກເຮັດຫຍັງຈັກຢ່າງແທ້ໆ ເຮົາຈະບໍ່ຫາເວລາ ແຕ່ເຮົາຈະສ້າງເວລາຂຶ້ນມາເພື່ອມັນ ແລະ ກ່ອນຈະໄປເວທີສາກົນ, ກ່ອນອື່ນຢາກພິສູດໃຫ້ຄົນໃນປະເທດເຮົາເອງໄດ້ເຫັນ ແລະ ໝັ້ນໃຈກ່ອນວ່າເຮົາມີຄວາມຮູ້, ຄວາມສາມາດ ແລະ ພ້ອມທີ່ຈະເປັນຕົວແທນຂອງຄົນລາວ ຖ້າໄດ້ເປັນຕົວແທນຂອງລາວໃນເວທີສາກົນແທ້ ກ່ອນອື່ນເຮົາຈະກຽມຕົວໃຫ້ພ້ອມທີ່ສຸດໃນທຸກດ້ານ, ບໍ່ວ່າຈະຮ່າງກາຍ, ຄວາມຮູ້ກ່ຽວກັບວັດທະນະທຳ, ປະຫວັດສາດ, ແຫຼ່ງທ່ອງທ່ຽວທັງຂອງບ້ານເຮົາ ແລະ ຂອງຕ່າງປະເທດ ບໍ່ແມ່ນແຕ່ເພື່ອສະແດງຢູ່ເທິງເວທີ ແຕ່ເພື່ອໂອ້ລົມແລກປ່ຽນກັບໝູ່ເພື່ອນຫຼາຍໆປະເທດ ຖ້າເປັນໄປໄດ້ກໍຈະຮຽນດົນຕີພື້ນເມືອງລາວຕື່ມ ເພາະເປັນຄົນມັກດົນຕີ ແລະ ສິລະປະ.

ຖ້າຖາມວ່າຕົນເອງມີຈຸດເດັ່ນຫຍັງ ຄຳຖາມນີ້ຕອບຍາກເພາະເຮົາກໍບໍ່ຮູ້ວ່າສິ່ງທີ່ເຮົາມີຢູ່ຈະແມ່ນສິ່ງທີ່ຄະນະກຳມະການເພິ່ນກຳລັງແນມຫາ ຫຼື ບໍ່? ແຕ່ຈຸດເດັ່ນໜ້າຈະແມ່ນການປັບຕົວໄວ ແລະ ມັກຮຽນຮູ້ຫຍັງໃໝ່ໆຕະຫຼອດ, ຖ້າກຳມະການແນມຫາຄົນຫຼໍ່ກໍອາດຈະບໍ່ແມ່ນເຮົາ, ແຕ່ຖ້າແນມຫາຄົນທີ່ເທ້, ຫຸ່ນດີ, ແຕກຕ່າງ, ມະນຸດສຳພັນດີ ແລະ ເຮັດຫຍັງໄດ້ຫຼາຍຢ່າງເຮົາກໍມີໂອກາດ.

ໃນການກຽມຕົວກ່ອນອື່ນແມ່ນພະຍາຍາມຈັດການວຽກຢູ່ສູນຂອງຕົວເອງໃຫ້ຮຽບຮ້ອຍ, ເພາະເຮົາເຮັດວຽກທັງສາຍບໍລິຫານ ແລະ ວິຊາການ. ນອກນັ້ນກໍພະຍາຍາມອອກກຳລັງກາຍໃຫ້ໜັກຂຶ້ນ, ຄຸມອາຫານກວ່າເກົ່າ, ຊອກຫາຄວາມຮູ້ເພີ່ມຕື່ມ ແລະ ກໍຝຶກຊ້ອມຄວາມສາມາດພິເສດບາງອັນທີ່ຈະເອົາໄປສະແດງ ເຊິ່ງມັນກໍຂ້ອນຂ້າງຈະລຳບາກຢູ່ໃນການທີ່ເຮັດວຽກ ແລະ ຄຸມອາຫານໄປນຳ ເພາະມັນເຮັດໃຫ້ຄຽດ ແລ້ວຄິດຫຍັງບໍ່ຄ່ອຍອອກ ແຕ່ຈະພະຍາຍາມເອົາສ່ວນທີ່ດີທີ່ສຸດຂອງເຮົາໄປສະແດງຢູ່ເວທີນີ້ ສ່ວນເລື່ອງການເດີນແບບແມ່ນບໍ່ໄດ້ຝຶກຊ້ອມເລີຍ, ຢາກໄປຮຽນຮູ້ໜ້າງານຄົງຈະຕື່ນເຕັ້ນດີ.

ບ໋ອບບີ້ເອງທີ່ຈິງເປັນຄົນທີ່ມັກຫາແນວເຮັດໃຫ້ຕົວເອງຕະຫຼອດ ຖ້າບໍ່ໄດ້ສອນກໍຈະຄົ້ນຄວ້າບົດຮຽນໃໝ່ໆມາສອນນັກຮຽນ ຫຼື ຄວາມຮູ້ໃໝ່ໆໃຫ້ຕົວເອງ ເລີຍເກືອບວ່າບໍ່ເຄີຍຢູ່ຊື່ໆເລີຍໃນ 7 ວັນ, ເວລາທີ່ໄດ້ພັກມີແຕ່ເວລານອນກາງຄືນ ແຕ່ເມື່ອໃດກໍຕາມທີ່ມີເວລາວ່າງປຶບ ກໍຈະມັກຫາເວລາໄປອອກກຳລັງກາຍ, ບໍ່ວ່າຈະເປັນເຂົ້າຢິມ, ລອຍນ້ຳ, ແລ່ນ ຫຼື ຕີດອກປີກໄກ່ ແຕ່ເວລາທີ່ຮູ້ສຶກເມື່ອຍໆກໍມັກຈະຢູ່ເຮືອນ, ຈັດຫ້ອງ, ຫຼິ້ນກັບແມວ ສຸດທ້າຍຂໍຝາກທຸກຄົນຕິດຕາມ, ຝາກເຊຍໃຫ້ກຳລັງໃຈຕິວເຕີ້ພາສາອັງກິດຄົນນີ້ແດ່ເດີ facebook ສ່ວນຕົວ: bobbi ptn.

ຮູບ: bobbi ptn