ບໍລິສັດບົວລະພາ ສົ່ງອອກໄມ້ອັດຊຸດທໍາອິດ ຈາກໂຮງງານໄມ້ອັດ ເມືອງຫີນເຫີບ ໄປຕະຫຼາດອົດສະຕາລີ

1606

ບໍລິສັດບົວລະພາ ກະສິກໍາປ່າໄມ້ຈໍາກັດ ໄດ້ສົ່ງອອກໄມ້ອັດ ທີ່ຜະລິດຈາກໂຮງງານຂອງຕົນຊຸດທໍາອິດ 180 ກວ່າແມັດກ້ອນ (5ຕູ້ຄອນເທັນເນີ) ມູນຄ່າກວ່າ 80 ພັນໂດລາສະຫະລັດ ໄປຕະຫຼາດອົດສະຕາລີ.

ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຮອງຜູ້ອໍານວຍການບໍລິສັດບົວລະພາ ກະສິກໍາປ່າໄມ້ຈໍາກັດໄດ້ກ່າວວ່າ: ບໍລິສັດບົວລະພາໄດ້ສໍາເລັດການສ້າງຕັ້ງໂຮງງານ ແລະ ທົດລອງການຜະລິດໃນຕົ້ນເດືອນເມສາ 2021 ເຊິ່ງປັດຈຸບັນ ໂຮງງານມີການຜະລິດແລ້ວ 30% ເຊິ່ງໃນວັນທີ 10 ມິຖຸນາ 2021 ບໍລິສັດບົວລະພາ ໄດ້ສົ່ງອອກໄມ້ອັດ ຊຸດທໍາອິດທີ່ຜະລິດຈາກໂຮງງານໄປຕ່າງປະເທດ.

.


ທ່ານກ່າວວ່າ: ໂຮງງານໄມ້ອັດ ແມ່ນຢູ່ເມືອງຫີນເຫີບ ແຂວງວຽງຈັນ ປັດຈຸບັນມີ ພະນັກງານແລ້ວ 200 ກວ່າຄົນ ແລະ ໃນໄວໆນີ້ຈະຮັບພະນັກງານຕື່ມອີກໃຫ້ໄດ້ທັງໝົດ 400 ກວ່າຄົນ ເພື່ອຈະໄດ້ເປີດການຜະລິດເຕັມ 100% ໃນເດືອນສິງຫາ 2021.

ໂຮງງານໄມ້ອັດຂອງພວກເຮົາຈະຜະລິດໄດ້ 5 ແສນກວ່າແມັດກ້ອນຕໍ່ປີ ມາຮອດປັດຈຸບັນ ບໍລິສັດມີວັດຖຸດິບ 5 ພັນກວ່າເຮັກຕາ ມີພຽງພໍສໍາລັບການຜະລິດໄມ້ອັດຂອງໂຮງງານເພື່ອສົ່ງຂາຍໄປຕະຫຼາດຕ່າງປະເທດນໍາເງິນຕາເຂົ້າມາ; ທີ່ສໍາຄັນແມ່ນການຊອກຫາຕະຫຼາດເພື່ອສົ່ງອອກລວມທັງການແລ່ນເອກະສານເພື່ອໃຫ້ທັນ ລະບົບການສົ່ງອອກໂດຍສະເພາະແມ່ນການຂົນສົ່ງ, ການຈອງທ່າເຮືອ ແລະ ອື່ນໆ ເປັນບັນຫາສໍາຄັນສໍາລັບບໍລິສັດ. ສ່ວນຕະຫຼາດພາຍໃນ ມາຮອດປັດຈຸບັນ ມີບາງບໍລິສັດໄດ້ມາເຊັນMOU ແລ້ວເພື່ອຈໍາໜ່າຍໃຫ້ບັນດາລູກຄ້າຂອງເຂົາເຈົ້າ ແລະ ສັງຄົມທົ່ວໄປ, ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ກ່າວ.


ທ່ານ ສຽວສະຫວາດ ສະແຫວງສຶກສາ ທີ່ປຶກສາບໍລິສັດບົວລະພາກະສິກໍາປ່າໄມ້ຈໍາກັດກ່າວວ່າ: ມື້ນີ້ເປັນມື້ທໍາອິດທີ່ ປະເທດເຮົາສົ່ງອອກໄມ້ອັດ ມັນມີຄວາມໝາຍຄວາມສໍາຄັນຫຼາຍ ການສົ່ງໄມ້ອັດທີ່ເປັນໄມ້ປູກຈາກສ່ວນປູກ ອັນນີ້ໝາຍເຖິງ ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ – ລັດຖະບານ ກັບການພັດທະນາປະເທດຊາດແບບສີຂຽວ ແລະ ຍືນຍົງ ເພາະວ່າກ່ອນຈະເປັນໄມ້ອັດ ກ້າເບ້ຍກໍຢູ່ພາຍໃນ , ສວນປູກກໍຢູ່ພາຍໃນ, ໂຮງງານປຸງແຕ່ງ, ແຮງງານ ແລະ ລະບົບຕ່ອງໂສ້ຕ່າງໆແມ່ນຢູ່ພາຍໃນປະເທດ.

ສະນັ້ນ, ຈຶ່ງເຫັນວ່າມູນຄ່າທັງໝົດ ຕົກຢູ່ພາຍໃນປະເທດເຮົາ ເພື່ອເປັນການຕໍ່ຍອດ ແລະ ສົ່ງເສີມ ຂ້າພະເຈົ້າຄິດວ່າ ທຸກພາກສ່ວນທັງພາກລັດ, ມະຫາຊົນຕ້ອງໄດ້ພ້ອມກັນສົ່ງເສີມໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນ ໂດຍສະເພາະສົ່ງເສີມ ເອື້ອອໍານວຍການເຄື່ອນໄຫວ ຜະລິດ ແລະ ສົ່ງອອກໄປຕາມຄໍາສັ່ງ 02 ຂອງນາຍົກ ທີ່ກ່ຽວ ກັບການຕັດຂັ້ນຂອດ, ສິ່ງກີດຂວາງອຸດຕັນຕ່າງໆ ເຊິ່ງມະຕິ ຂໍ້ກໍານົດມີແລ້ວ ຍັງແຕ່ພາກປະຕິບັດໂຕຈິງ ຖ້າເຮັດໄດ້ຄືແນວນັ້ນ ຈະເຮັດໃຫ້ອະນາຄົດອຸດສາຫະກຳໄມ້ປູກຂອງປະເທດເຮົາແຈ່ມໃສ ມີໂຮງງານໃຫຍ່ກວ່ານີ້ເກີດຂຶ້ນອີກ ໂດຍສະເພາະໂຮງງານຊີວະພາບເນື້ອເຍື່ອໄມ້ ເຊິ່ງຈະມີຫຼາຍໆຜະລິດຕະພັນ ນັບແຕ່ແຜ່ນແພ, ເຫຼົ້າ90, ພາຊະນະ, ເຄື່ອງຫຸ້ມຫໍ່ຕ່າງໆ ເຊິ່ງເປັນທ່າອ່ຽງຄວາມຕ້ອງການຂອງໂລກ.


ທ່ານ ໄຊບັນດິດ ຣາຊະພົນ ຄະນະສະພາບໍລິຫານຂອງບໍລິສັດບົວລະພາ ກະສິກໍາປ່າໄມ້ຈໍາກັດ ໄດ້ກ່າວວ່າ: ໃນນາມຄະນະສະພາບໍລິຫານ ຕ່າງໜ້າ ຝ່າຍລົງທຶນຕ່າງປະເທດມີຄວາມດີໃຈຫຼາຍ ທີ່ບໍລິສັດສາມາດຜະລິດຜະລິດຕະພັນທີ່ມີຄຸນນະພາບດີ ແລະ ສາມາດສົ່ງອອກໄປຂາຍຕ່າງປະເທດ ໂດຍສະເພາະປະເທດອົດສະຕາລີ, ຕໍ່ໄປອາດຈະແມ່ນສະຫະລັດອາເມລິກາ, ບັນດາປະເທດອື່ນໆ ລວມທັງໃນອາຊຽນຂອງພວກເຮົາ, ພວກເຮົາສາມາດນາໃຊ້ໄມ້ປູກ ເຮັດໃຫ້ສາມາດສ້າງວຽກເຮັດງານທໍາ ໃຫ້ປະຊາຊົນ ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.