ຫົວເຫວີຍ ເປີດສູນຄວາມໂປ່ງໃສດ້ານຄວາມປອດໄພທາງອິນເຕີເນັດ ແລະ ຄວາມເປັນສ່ວນຕົວ ໃຫຍ່ທີ່ສຸດໃນປະເທດຈີນ

409

ຫົວເຫວີຍ ໄດ້ເປີດສູນຄວາມໂປ່ງໃສດ້ານຄວາມປອດໄພ ແລະ ຄວາມເປັນສ່ວນຕົວດ້ານຄວາມປອດໄພທາງອິນເຕີເນັດທີ່ໃຫຍ່ທີ່ສຸດໃນເມືອງຕົງກວນ, ສປ ຈີນໃນວັນທີ 9 ມິຖຸນາ 2021 ໂດຍມີຜູ້ຕາງໜ້າຈາກອົງການການສື່ສານຜ່ານມືຖືທົ່ວໂລກ, ບໍລິສັດພັດທະນາລະບົບຊອບແວ, ສະຖາບັນມາດຕະຖານອັງກິດ ແລະ ຜູ້ຄວບຄຸມຈາກສະຫະລັດອາມີເຣດ ແລະ ອິນໂດເນເຊຍ ໃຫ້ຄໍາປາໄສໃນພິທີດັ່ງກ່າວ.

ຄຽງຄູ່ກັບການເປີດສູນໃໝ່, ຫົວເຫວີຍ ຍັງໄດ້ເຜີຍແຜ່ຜະລິດຕະພັນພື້ນຖານດ້ານຄວາມປອດໄພທາງໄຊເບີ ເຊິ່ງນັບເປັນຄັ້ງທຳອິດທີ່ບໍລິສັດໄດ້ສ້າງພື້ນຖານດ້ານຄວາມປອດໄພດ້ານຜະລິດຕະພັນ ແລະ ການຈັດການຄຸ້ມຄອງທີ່ມີໃຫ້ແກ່ຂະແໜງອຸດສາຫະກຳ. ການລິເລີ່ມໃນຄັ້ງນີ້ແມ່ນສ່ວນໜຶ່ງຂອງຄວາມພະຍາຍາມເປີດກວ້າງຂອງບໍລິສັດ ໃນການມີສ່ວນຮ່ວມກັບລູກຄ້າ, ຜູ້ສະໜອງ, ອົງການຈັດຕັ້ງ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ເພື່ອຮ່ວມກັນສ້າງຄວາມປອດໄພທາງດ້ານອິນເຕີເນັດ.

ທ່ານ ເຄນ ຫູ, ປະທານໝູນວຽນຂອງຫົວເຫວີຍ ກ່າວໃນພິທີເປີດສູນຕົງກວນວ່າ: “ຄວາມປອດໄພທາງໄຊເບີ ແມ່ນມີຄວາມສຳຄັນຢ່າງຍິ່ງ. ໃນຖານະທີ່ເປັນໜຶ່ງໃນອຸດສາຫະກຳ, ພວກເຮົາຈຳເປັນຕ້ອງເຮັດວຽກຮ່ວມກັນ, ແບ່ງປັນປະສົບການທີ່ດີທີ່ສຸດ ແລະ ສ້າງຄວາມສາມາດໃນການຈັດການດູແລມາດຕະຖານ, ເຕັກໂນໂລຢີ ແລະ ການກວດສອບ. ພວກເຮົາຕ້ອງສ້າງຄວາມໄວ້ວາງໃຈໃຫ້ແກ່ປະຊາຊົນ ແລະ ໜ່ວຍງານຄວບຄຸມ ໃນເລື່ອງຄວາມປອດໄພຂອງຜະລິດຕະພັນ ແລະ ການບໍລິການທີ່ພວກເຂົາຊົມໃຊ້ໃນແຕ່ລະວັນ. ພ້ອມກັນນັ້ນ, ພວກເຮົາຍັງຕ້ອງຮັກສາຄວາມສົມດຸນທີ່ຖືກຕ້ອງລະຫວ່າງຄວາມປອດໄພ ແລະ ການພັດທະນາໃນໂລກດິຈິຕອນທີ່ນັບມື້ນັບເພີ່ມຂຶ້ນ.”

อาจเป็นรูปภาพของ สถานที่ในร่ม

ພາຍໃນໄລຍະເວລາບໍ່ດົນ, ການຫັນເປັນອຸດສາຫະກຳດິຈີຕອນ ແລະ ເຕັກໂນໂລຊີໃໝ່ໆ ເຊັ່ນ: 5G ແລະ AI ໄດ້ເຮັດໃຫ້ ໄຊເບີມີຄວາມສັບສົນຫຼາຍກ່ວາເກົ່າ, ປະກອບກັບການທີ່ປະຊາ ຊົນໄດ້ໃຊ້ຈ່າຍເງິນເປັນສ່ວນໃຫຍ່ໃນການດໍາລົງຊີວິດຜ່ານອິນເຕີເນັດຕະຫຼອດການລະບາດຂອງໂຄວິດ-19. ແນວໂນ້ມເຫຼົ່ານີ້ ໄດ້ເຮັດໃຫ້ເກີດຄວາມສ່ຽງດ້ານຄວາມປອດໄພທາງອິນເຕີເນັດເພີ່ມຂຶ້ນ.

ຫົວເຫວີຍ ໄດ້ເປີດສູນຄວາມປອດໄພ ແລະ ຄວາມເປັນສ່ວນຕົວທາງອິນເຕີເນັດແຫ່ງໃໝ່ໃນເມືອງຕົງກວນ ເພື່ອແກ້ໄຂບັນຫາເຫຼົ່ານີ້, ເຊິ່ງເປັນການເປີດເວທີໃຫ້ພາກສ່ວນທີ່ກ່ຽວຂ້ອງ ສາມາດແບ່ງປັນປະສົບການ ແລະ ຄວາມຊ່ຽວຊານໃນດ້ານການບໍລິຫານໄຊເບີ ເພື່ອຄົ້ນຫາວິທີການແກ້ໄຂທາງດ້ານເຕັກນິກ. ສູນດັ່ງກ່າວຖືກອອກແບບມາເພື່ອສະແດງວິທີແກ້ໄຂ ແລະ ແລກປ່ຽນປະສົບການ, ອຳນວຍຄວາມສະດວກໃຫ້ແກ່ການສື່ສານ ແລະ ການປະດິດສ້າງຮ່ວມກັນ ແລະ ສະໜັບສະໜູນການທົດສອບ ແລະ ການກວດສອບຄວາມປອດໄພ. ເປີດໃຫ້ຜູ້ດູແລຄວບຄຸມ, ອົງການກວດສອບ ແລະ ອົງການຈັດຕັ້ງ; ພ້ອມທັງລູກຄ້າ, ຄູ່ຮ່ວມງານ ແລະ ຜູ້ສະໜອງ.

ເພື່ອເປັນແນວທາງດຽວໃນການຮັກສາຄວາມປອດໄພທາງອິນເຕີເນັດໃນອຸດສະຫະກຳໂທລະຄົມ, ບັນດາອົງການຕ່າງໆເຊັ່ນ: ອົງການການສື່ສານຜ່ານມືຖືທົ່ວໂລກ ແລະ ໂຄງການຮ່ວມມືລຸ້ນທີ 3 ໄດ້ເຮັດວຽກຮ່ວມກັບພາກສ່ວນກ່ຽວຂ້ອງໃນອຸດສະຫະກຳ ເພື່ອສົ່ງເສີມຂໍ້ກໍານົດຂອງລະບົບປະກັນຄວາມປອດໄພຂອງອຸປະກອນເຄືອຂ່າຍ. ຂໍ້ມູນພື້ນຖານເຫຼົ່ານີ້ໄດ້ຮັບການຍອມຮັບຢ່າງກວ້າງຂວາງໃນຂະແໜງອຸດສະຫະກຳ ແລະ ຈະມີບົດບາດສຳຄັນໃນການພັດທະນາ ແລະ ກວດສອບເຄືອຂ່າຍທີ່ປອດໄພ.

อาจเป็นรูปภาพของ สถานที่ในร่ม

ທ່ານ Mats Granryd, ຜູ້ອຳນວຍການໃຫຍ່ຂອງອົງການການສື່ສານຜ່ານມືຖືທົ່ວໂລກ ໄດ້ກ່າວຄຳປາໄສໃນພິທີເປີດສູນໃໝ່ຂອງຫົວເຫວີຍ ວ່າ: “ການໃຫ້ບໍລິການທີ່ມີຢູ່ ແລະ ບໍລິການ ໃໝ່ໃນຍຸກ 5G ຈະອີງໃສ່ການເຊື່ອມຕໍ່ທີ່ສະໜອງໃຫ້ໂດຍເຄືອຂ່າຍມືຖື ແລະ ໂດຍພື້ນຖານຈະອີງໃສ່ເຕັກໂນໂລຊີທີ່ມີຄວາມປອດໄພ ແລະ ເຊື່ອຖືໄດ້. ການລິເລີ່ມຕ່າງໆເຊັ່ນ: ຖານຂໍ້ມູນດ້ານຄວາມປອດໄພຂອງເຄືອຂ່າຍ 5G ໂດຍອົງການການສື່ສານຜ່ານມືຖືທົ່ວໂລກ ຖືກອອກແບບມາເພື່ອຊ່ວຍໃຫ້ຜູ້ຊົມໃຊ້ເຂົ້າໃຈ, ຫຼຸດຜ່ອນຄວາມສ່ຽງຂອງເຄືອຂ່າຍ ແລະ ອຳນວຍຄວາມສະດວກໃນການປັບປຸງລະດັບຄວາມປອດໄພຂອງອຸປະກອນເຄືອຂ່າຍໃນທົ່ວຂະແໜງການ.”

ໃນງານດັ່ງກ່າວ, ຫົວເຫວີຍ ຍັງໄດ້ເຜີຍແຜ່ຜະລິດຕະພັນພື້ນຖານດ້ານຄວາມປອດໄພ, ຈາກປະສົບການທີ່ໄດ້ສະສົມເປັນເວລາຫຼາຍກວ່າໜຶ່ງທົດສະວັດ ໃນການຄຸ້ມຄອງຄວາມປອດໄພຜະລິດຕະພັນ ເຊິ່ງປະກອບມີມາດຕະຖານທາງດ້ານເຕັກນິກ ແລະ ຂໍ້ກຳນົດທີ່ຫຼາກຫຼາຍ. ໂຄງລ່າງພື້ນຖານຮ່ວມກັບກົນໄກການບໍລິຫານອື່ນໆຂອງຫົວເຫວີຍ ຊ່ວຍຮັບປະກັນຄຸນນະພາບ, ຄວາມປອດໄພ ແລະ ຄວາມໜ້າເຊື່ອຖືຂອງຜະລິດຕະພັນຂອງບໍລິສັດ. ຫລາຍປີທີ່ຜ່ານມາ, ຫົວເຫວີຍ ໄດ້ສ້າງເຄືອຂ່າຍຫລາຍກວ່າ 1,500 ເຄືອຂ່າຍທີ່ເຊື່ອມຕໍ່ຫລາຍກວ່າສາມພັນລ້ານຄົນໃນທົ່ວ 170 ປະເທດ ແລະ ພາກພື້ນ.

ທ່ານ Sean Yang, ຜູ້ອຳນວຍການສຳນັກງານຄວາມປອດໄພ ແລະ ຄວາມເປັນສ່ວນຕົວຂອງຫົວເຫວີຍ ກ່າວວ່າ: “ພວກເຮົາຂໍເຊີນຊວນທຸກພາກສ່ວນທີ່ກ່ຽວຂ້ອງ ລວມທັງລູກຄ້າ, ໜ່ວຍງານຄວບຄຸມ, ອົງການຈັດຕັ້ງ, ຜູ້ໃຫ້ບໍລິການດ້ານເຕັກໂນໂລຊີ ແລະ ອົງການຈັດຕັ້ງກວດສອບ ເຂົ້າຮ່ວມກັບພວກເຮົາໃນການປຶກສາຫາລື ແລະ ເຮັດວຽກກ່ຽວກັບພື້ນຖານຄວາມປອດໄພທາງອິນເຕີເນັດ.”

อาจเป็นรูปภาพของ ‎กลางแจ้ง และ‎ข้อความพูดว่า "‎网络安全与隐私保护 透明中心 Cyber Security CybeSeuya and Privacy Protection TransparencyC Center ف‎"‎‎

ໃນປັດຈຸບັນ, ອຸດສາຫະກຳຍັງຂາດແນວທາງການປະສານງານ ໂດຍສະເພາະໃນດ້ານຄວາມສາມາດທາງເຕັກນິກ, ການຮັບຮອງ ແລະ ການຮ່ວມມື.

ທ່ານ ເຄນ ຫູ ກ່າວສະຫຼຸບວ່າ: “ຄວາມສ່ຽງດ້ານຄວາມປອດໄພທາງໄຊເບີແມ່ນຄວາມຮັບຜິດຊອບຮ່ວມກັນ. ລັດຖະບານ, ອົງການຈັດຕັ້ງມາດຕະຖານ ແລະ ຜູ້ໃຫ້ບໍລິການດ້ານເຕັກໂນໂລຊີຕ້ອງໄດ້ເຮັດວຽກຮ່ວມກັນເປັນໜຶ່ງດຽວເພື່ອສ້າງຄວາມເຂົ້າໃຈກ່ຽວກັບສິ່ງທ້າທາຍດ້ານຄວາມປອດໄພທາງອິນເຕີເນັດ. ເຮົາຕ້ອງກໍານົດເປົ້າໝາຍຮ່ວມກັນ ແລະ ເຮັດວຽກຮ່ວມກັນເພື່ອສ້າງສະພາບແວດລ້ອມດີຈີຕອນທີ່ໜ້າເຊື່ອຖື ຕອບສະຫນອງກັບສິ່ງທ້າທາຍຂອງມື້ນີ້ ແລະ ມື້ອື່ນ.”

ຫົວເຫວີຍ ສະໜັບສະໜູນການສ້າງຂີດຄວາມສາມາດໃນອຸດສາຫະກຳ, ການແລກປ່ຽນຄວາມຮູ້ ແລະ ການປະສົມທີ່ເຂັ້ມງວດກວ່າເກົ່າ