ທະນາຄານໂລກ ປັບເພີ່ມຄາດການ ເສດຖະກິດໂລກປີນີ້ ຈະຂະຫຍາຍຕົວ 5,6%

278

ທະນາຄານໂລກໄດ້ເຜີຍແຜ່ບົດລາຍງານຄາດການເສດຖະກິດໂລກ ໂດຍຄາດວ່າປີນີ້ເສດຖະກິດໂລກຈະຂະຫຍາຍຕົວ 5,6% ສູງກວ່າທີ່ຄາດການໄວ້ເມື່ອເດືອນມີນາ ເຊິ່ງຄາດວ່າຈະຂະຫຍາຍຕົວ 4,1%, ແຕ່ການຂະຫຍາຍຕົວຍັງບໍ່ເທົ່າທຽມ ເນື່ອງຈາກບັນຫາການເຂົ້າເຖິງວັກແຊັງ.

ບົດລາຍງານຂອງທະນາຄານໂລກ ລະບຸວ່າ: ການຂະຫຍາຍຕົວຂອງເສດຖະກິດໂລກປີນີ້ ເປັນການຟື້ນຕົວທີ່ແຂງແກ່ນທີ່ສຸດໃນຮອບ 80 ປີ ຫຼັງຈາກເກີດສະພາວະທົດຖອຍເມື່ອປີຜ່ານມາ ໂດຍໄດ້ແຮງຍູ້ຈາກມາດຕະການກະຕຸ້ນເສດຖະກິດຂອງສະຫະລັດອາເມຣິກາ ບວກກັບການຂະຫຍາຍຕົວຢ່າງໄວວາຂອງເສດຖະກິດຈີນ. ແນວໃດກໍຕາມ, ການຟື້ນຕົວຂອງເສດຖະກິດໂລກປີນີ້ຍັງບໍ່ເທົ່າທຽມກັນ ໂດຍໃນບັນດາປະເທດຕະຫຼາດໃໝ່ ( ປະເທດເສດຖະກິດໃໝ່ ) ແລະ ບັນດາປະເທດກຳລັງພັດທະນາຍັງປະເຊີນກັບການລະບາດຂອງພະຍາດໂຄວິດ – 19 ເນື່ອງຈາກມີບັນຫາໃນການເຂົ້າເຖິງວັກແຊັງປ້ອງກັນໂຄວິດ – 19.

ນອກຈາກນີ້, ທະນາຄານໂລກຍັງຄາດການວ່າ ປີ 2022 ເສດຖະກິດໂລກຈະຂະຫຍາຍຕົວ 5% ຈາກເດີມທີ່ຄາດການໄວ້ທີ່ 4,3% ຫາກບັນດາປະເທດທີ່ກຳລັງພັດທະນາເຂົ້າເຖິງວັກແຊັງໄດ້ຫຼາຍຂຶ້ນ.

ທະນາຄານໂລກ ຍັງໄດ້ຄາດການວ່າ: ເສດຖະກິດສະຫະລັດອາເມຣິກາ ຈະຂະຫຍາຍຕົວ 6,8% ໃນປີນີ້ ເຊິ່ງເປັນການຂະຫຍາຍຕົວສູງທີ່ສຸດນັບແຕ່ປີ 1984 ເປັນຕົ້ນມາ ຈາກເດີມທີ່ຄາດການວ່າຈະຂະຫຍາຍຕົວ 3,5% ແລະ ເສດຖະກິດຢູໂຣໂຊນ ຈະຂະຫຍາຍຕົວ 4,2% ໃນປີນີ້ ຈາກເດີມທີ່ຄາດການວ່າຈະຂະຫຍາຍຕົວ 3,6% ແລະ ຄາດວ່າເສດຖະກິດຈີນ ຈະຂະຫຍາຍຕົວ 4,4% ຈາກເດີມຄາດວ່າຈະຂະຫຍາຍຕົວ 3,4%.