ຕຳຫຼວດ ນວ ຈັບຊາຍ 2 ຄົນ ພົບຂອງກາງທີ່ເປັນອາວຸດ ແລະ ຢາ

1528

ໃນເວລາ 23:30ໂມງ ຂອງວັນທີ 9 ມິຖຸນາ 2021, ເຈົ້າໜ້າທີ່ຕໍາຫຼວດ ກອງພັນປ້ອງກັນເຄື່ອນທີ່ໄວ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໄດ້ເຄື່ອນໄຫວອອກກວດກາລາດຕະເວນ ເພື່ອສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ຕາມແຈ້ງການເລກທີ 15/ນຍ, ແຈ້ງການ 012/ສພກ.ນວ ໄດ້ພົບເຫັນ ທ້າວ ເຕ ອາຍຸ 34 ປີ ອາຊີບ ກໍາມະກອນ ຢູ່ບ້ານດອນປ່າໃໝ່ ເມືອງສີສັດຕະນາກ ເຊິ່ງກັກຕົວຢູ່ ເສັ້ນທາງບ້ານທາດຫຼວງໃຕ້ ພ້ອມຢາບ້າ 11 ເມັດ ແລະ ຢາໄອ້ 1 ຖົງນ້ອຍ. ມາຮອດເວລາ 03:00 ໂມງ ຂອງວັນທີ 10 ມີຖຸນາ 2021 ໄດ້ກັກຕົວ ທ້າວ ສຸດາລາ ອາຍຸ 26 ປີ ອາຊີບ ກໍາມະກອນ ຢູ່ເສັ້ນທາງບ້ານທາດຫຼວງໃຕ້ ພ້ອມຢາໄອ້ ຈໍານວນ 3 ຖົງນ້ອຍ, ປືນດັດແປງ 1 ກະບອກ ແລະ ລູກປືນ 2 ລູກ.


ເຈົ້າໜ້າທີ່ຕໍາຫຼວດ ກອງພັນປ້ອງກັນເຄື່ອນທີ່ໄວ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ຜ່ານການສອບສວນເບື້ອງຕົ້ນ ພວກກ່ຽວທັງ 2 ຮັບສາລະພາບວ່າ: ໄດ້ຊື້ຢາເສບຕິດມາເສບແທ້ ເຈົ້າໜ້າທີ່ຈຶ່ງໄດ້ສະເໜີ ແລະ ນໍາສົ່ງຕົວພວກກ່ຽວທັງ 2ໃຫ້ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫຼວດ ປກສ ນວ ມາສົມທົບ ເພື່ອມອບ-ຮັບ ຜູ້ຖືກຫາພ້ອມຂອງກາງ ເພື່ອດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.


ຕໍ່ກັບບັນຫາດັ່ງກ່າວ ກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ຈິ່ງຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າ ຈົ່ງເອົາໃຈໃສ່ສຶກສາອົບຮົມ, ກ່າວເຕືອນລູກຫຼານຕົນເອງ ບໍ່ໃຫ້ໄປພົວພັນກັບສິ່ງເສບຕິດ ເຊິ່ງເປັນສາເຫດພາໃຫ້ເກີດມີປະກົດການຫຍໍ້ທໍ້ຕ່າງໆ ແລະ ເປັນເຈົ້າການ ຖ້າຫາກພົບເຫັນເຫດການບໍ່ເໝາະສົມເກີດຂຶ້ນ ໃຫ້ລາຍງານຕໍ່ເຈົ້າໜ້າທີ່ໃກ້ຄຽງ ຫຼື ແຈ້ງມາທາງເບີ 02028899774 ແລະ ຜ່ານທາງເພຈ໌ເຟສ໌ບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ເພື່ອແກ້ໄຂໃຫ້ທ່ວງທັນກັບສະພາບ.