ກະຊວງ ຖວທ ປະກາດ ທ່ານ ບົວເງິນ ຊາພູວົງ ແລະ ທ່ານ ສະຫວັນຄອນ ຣາຊມຸນຕີ ອອກພັກການ-ຮັບອຸດໜູນບໍານານ

1320

Lao National Radio, ກະຊວງ ຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງ ທ່ຽວ (ຖວທ) ຈັດພິທີປະກາດພະນັກງານການນໍາຂັ້ນສູງອອກພັກການ-ຮັບອຸດໜູນບໍານານ ໃນຕອນເຊົ້າວັນທີ 10 ມິຖຸນາ 2021 ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນ ຫລວງວຽງຈັນ ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ພ້ອມດ້ວຍຕາງໜ້າຈາກບັນດາກົມອ້ອມຂ້າງກະຊວງ ຖວທ ເຂົ້າຮ່ວມ.


ໃນພິທີ ທ່ານ ສີອຳພອນ ຈັນລາຕີ ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານສອງດຳລັດຂອງນາຍົກລັດ ຖະມົນຕີ ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳຂັ້ນສູງອອກພັກການ-ຮັບອຸດໜູນບໍານານ ຄື: ດຳລັດສະບັບເລກທີ 260 ລົງວັນ ທີ 1 ເມສາ 2021 ອະນຸມັດໃຫ້ ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງ ຖວທ ອອກພັກການ-ຮັບອຸດໜູນບໍານານ ແລະ ດຳລັດສະບັບເລກທີ 300 ລົງວັນທີ 26 ເມສາ 2021 ອະນຸມັດໃຫ້ ທ່ານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີກະຊວງ ຖວທ ອອກພັກການ-ຮັບອຸດໜູນບໍານານ.

ຫລັງຈາກນັ້ນ ທ່ານ ລືໄຊ ສິນທະວົງ ຮອງຫົວໜ້າກົມຈັດຕັ້ງ, ກະຊວງ ຖວທ ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດ ຖະມົນຕີ ສະບັບເລກທີ 309 ລົງວັນທີ 11 ພຶດສະພາ 2021 ອະນຸມັດໃຫ້ ທ່ານ ທອງໃບ ໂພທິສານ ຫົວໜ້າກົມມໍລະດົກ ອອກພັກການ-ຮັບອຸດໜູນບໍານານ.


ໃນໂອກາດນີ້ ທ່ານ ລັດຖະມົນຕີກະຊວງ ຖວທ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທັງ 3 ທ່ານ ທີ່ອອກພັກການ-ຮັບອຸດໜູນບໍານານໃນຄັ້ງນີ້ ເຊີ່ງເວົ້າໄດ້ວ່າເປັນຮຸ່ນບຸກເບີກໃນວຽກງານຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວໃນໄລຍະໃໝ່ຂອງລາວເຮົາ, ພວກທ່ານດັ່ງກ່າວ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນຕາມທີ່ພັກ ແລະ ລັດຖະບານມອບໝາຍໃຫ້ຢ່າງໄດ້ຮັບຜົນ ສຳເລັດ ແລະ ປະກອບສ່ວນສໍາຄັນເຮັດໃຫ້ວຽກງານຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຂອງລາວ ໄດ້ຮັບການພັດທະ ນານັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ ເນື່ອງ ເຊິ່ງກາຍເປັນບົດຮຽນສຳຄັນໃຫ້ແກ່ຄົນຮຸ່ນໃໝ່ໄດ້ສືບທອດ ແລະ ຮໍ່າຮຽນເອົາເປັນແບບຢ່າງ.

ຂ່າວ: ບຸນຕຽງ ຈັນທະວົງ, ພາບ: ຢຸພິນ