ເຊັກຕາຕະລາງແຂ່ງຂັນ 3 ມື້ທໍາອິດຂອງ ຢູໂຣ 2020 ຄູ່ບິກແມັດ ອັງກິດ ພົບ ໂຄຼອາຊີ

723

ທ້າຍອາທິດນີ້ແລ້ວເນາະສໍາລັບການລະເບີດຄວາມມັນຂອງການແຂ່ງຂັນບານເຕະ ຢູໂຣ 2020 ທີ່ເລື່ອນມາແຂ່ງຂັນໃນລະຫວ່າງວັນທີ 12 ມິຖຸນາ – 12 ກໍລະກົດ 2021 ເຊິ່ງນັດທໍາອິດຈະເປີດສາກຂຶ້ນທີ່ສະໜາມ Stadio Olimpico ນະຄອນຫຼວງໂຣມ ປະເທດອິຕາລີ ເວລາ 2:00 ໂມງຕາມເວລາໃນບ້ານເຮົາ ຄູ່ລະຫວ່າງ ທີມຊາດຕວັກກີ ພົບກັບ ທີມຊາດອິຕາລີ.
ການແຂ່ງຂັນບານເຕະ ຢູໂຣ 2020 ແບ່ງອອກເປັນ 6 ກຸ່ມດັ່ງນີ້:
-ກຸ່ມ A: ຕວັກກີ, ອິຕາລີ, ເວລ ແລະ ສະວິດ
-ກຸ່ມ B: ດານມາກ, ແຟງລັງ, ແບນຊິກ ແລະ ລັດເຊຍ
-ກຸ່ມ C: ໂຮນລັງ, ອູແກຣນ, ໂອຕຣິດ ແລະ ນອດ ມາຊິໂດເນຍ

-ກຸ່ມ D: ອັງກິດ, ໂຄຼອາຊີ, ສະກ໊ອດແລນ ແລະ ສາທາລະນະລັດເຊັກ
-ກຸ່ມ E: ແອັດສະປາຍ, ຊູແອັດ, ໂປໂລຍ ແລະ ສະໂລວາກີ
-ກຸ່ມ F: ຮົງກາລີ, ປ໊ອກຕຸຍການ, ຝຣັ່ງ ແລະ ເຢຍລະມັນ
ເຫັນຊັດເຈນວ່າຈໍານວນ 6 ກຸ່ມເຫັນວ່າກຸ່ມ F ໜ້າສົນໃຈສຸດມີ ປ໊ອກຕຸຍການ ແຊັມເກົ່າ, ຝຣັ່ງ ຮອງແຊັມເກົ່າ, ເຍຢລະມັນ ເຂົ້າຮອບ 4 ທີມສຸດທ້າຍ ໃນຢູໂຣ 2016 ແລະ ຮົງກາລີ ຕ້ອງຕິດຕາມກັນວ່າ ທີມໃດຈະໄດ້ອັນດັບ 1 ແລະ 2 ຂອງສາຍເພື່ອນເຂົ້າຮອບ 16 ທີມສຸດທ້າຍ ລວມເຖິງທີມອັນດັບ 3 ທີ່ດີທີ່ສຸດ 4 ທີມ.

ສໍາລັບຕາຕະລາງແຂ່ງຂັນ 3 ມື້ທໍາອິດມີດັ່ງນີ້:
+ວັນເສົາທີ 12 ມິຖຸນາ 2021:
-ເວລາ 2:00 ໂມງ: ຕວັກກີ ພົບ ອິຕາລີ
-ເວລາ 20:00 ໂມງ: ເວລ ພົບ ສະວິດ
-ເວລາ 23:00 ໂມງ: ເດັນມາກ ພົບ ແຟງລັງ

+ວັນທີ 13 ມິຖຸນາ 2021
-ເວລາ 2:00 ໂມງ ແບນຊິກ ພົບ ລັດເຊຍ
-ເວລາ 20:00 ໂມງ ອັງກິດ ພົບ ໂຄຼອາຊີ
-ເວລາ 23:00 ໂມງ ໂອຕຣິດ ພົບ ນອດ ມາຊິໂດເນຍ

+14 ມິຖຸນາ 2021
-ເວລາ 2:00 ໂມງ ໂຮນລັງ ພົບ ອູແກຣນ
-ເວລາ 20:00 ໂມງ ສະກ໊ອດແລນ ພົບ ສາທາລະນະລັດເຊັກ
-ເວລາ 23:00 ໂມງ ໂປໂລຍ ພົບ ສະໂລວາກີ