ອີກ 14 ມື້ໄດ້ຂໍ້ສະຫຼຸບ ຫຼັງ ຫວຽດນາມ ສະເໜີເລື່ອນແຂ່ງຊີເກມ ຄັ້ງທີ 31

909

ຈາກສະຖານະການຂອງແຜ່ລະບາດຂອງ ໂຄວິດ-19 ໃນອາຊຽນ ຍັງບໍ່ດີຂຶ້ນ ໂດຍສະເພາະໃນ ສສ ຫວຽດນາມ ມີການແຜ່ລະບາດຮອບໃໝ່ ເຮັດໃຫ້ ຫວຽດນາມ ໄດ້ແຈ້ງປະຊຸມດ່ວນທາງອອນລາຍກັບ ສະຫະພັນຊີເກມ ແລະ ຊາດສະມາຊິກທັງໝົດ 11 ປະເທດ ເມື່ອວັນທີ 9 ມິຖຸນາ 2021 ເພື່ອຂໍເລື່ອນການແຂ່ງຂັນໄປປີໜ້າ.

ຢ່າງໃດກໍຕາມ, ໃນກອງປະຊຸມດັ່ງກ່າວ ຊາດອື່ນໆບໍ່ເຫັນດີໃຫ້ເລື່ອນການແຂ່ງຂັນ ເນື່ອງຈາກທຸກຊາດໄດ້ໃຫ້ເຫດຜົນເຖິງເລື່ອງງົບປະມານໃນການກຽມພ້ອມຮ່ວມແຂ່ງຂັນ ກ່ອນທີ່ກອງປະຊຸມຈະສະເໜີໃຫ້ ຫວຽດນາມ ກັບໄປຫາລືກັບລັດຖະບານຕົວເອງ ເພື່ອຫາຄວາມຊັດເຈນ ກ່ອນທີ່ຈະມີການປະຊຸມກັບຊາດສະມາຊິກອີກ 14 ວັນຂ້າງໜ້າ.

ສ່ວນອີກແນວທາງຄືໃຫ້ເລື່ອນການແຂ່ງຂັນຊີເກມ ຄັ້ງທີ 31 ໄປຈັດໃນປີ 2027 ແທນທີ່ ປະເທດບຣູໄນ ເຊິ່ງເປັນເຈົ້າພາບໃນຊີເກມ ຄັ້ງທີ 34 ໃນປີ 2027 ແຕ່ ບຣູໄນ ກໍແຈ້ງວ່າຕ້ອງກັບໄປປຶກສາຫາລືກັນກ່ອນວ່າຈະຍອມ ຫຼື ບໍ?.