ອາເມຣິກາ ຂຶ້ນແຜນງົບປະມານປີ 2022 ມູນຄ່າສູງເຖິງ 6 ພັນຕື້ໂດລາ

239

ແຜນງົບປະມານລາຍຈ່າຍປະຈຳປີ 2022 ຂອງລັດຖະບານສະຫະລັດອາເມຣິກາ ທີ່ປະທານາທິບໍດີ ໂຈ ໄບເດັນ ໄດ້ຖະແຫຼງມີມູນຄ່າສູງເຖິງ 6 ລ້ານລ້ານໂດລາ ຫຼື 6 ພັນຕື້ໂດລາ ຖືວ່າສູງທີ່ສຸດນັບແຕ່ສົງຄາມໂລກຄັ້ງທີ 2 ເປັນຕົ້ນມາ.

ສຳນັກຂ່າວ CNN ລາຍງານວ່າ: ງົບປະມານດັ່ງກ່າວປະກອບມີແຜນກະຕຸ້ນເສດຖະກິດສະບັບ “ ອາເມຣິກັນ ຈ໋ອບ ແພລນ ( American Jobs Plan )” ມູນຄ່າ 2,3 ລ້ານລ້ານໂດລາ ເຊິ່ງເນັ້ນໃສ່ການພັດທະນາໂຄງສ້າງພື້ນຖານ ກັບແຜນກະຕຸ້ນເສດຖະກິດສະບັບ “ ອາເມຣິກັນ ແຟມີລີ ແພລນ ( American Family Plan )” ມູນຄ່າ 1,8 ລ້ານລ້ານໂດລາ ເປັນການລົງທຶນໃສ່ໂຄງສ້າງພື້ນຖານດ້ານມະນຸດ ລວມທັງຄ່າໃຊ້ຈ່າຍໃນການດຳເນີນງານຂອງໜ່ວຍງານລັດຖະບານອີກ 1,5 ລ້ານລ້ານໂດລາ.

ໂດຍປະທານາທິບໍດີ ໄບເດັນ ໄດ້ເພີ່ມງົບປະມານຫຼາຍຂະແໜງການ ເປັນຕົ້ນການສຶກສາເພີ່ມຂຶ້ນ 41%, ດ້ານສາທາລະນະສຸກ 23% ແລະ ເພີ່ມງົບປະມານດ້ານສິ່ງແວດລ້ອມ 22%, ໃນຂະນະດຽວກັນກໍຕັດງົບປະມານກະຊວງຄວາມໝັ້ນຄົງແຫ່ງມາຕຸພູມລົງ 10% ແລະ ເພີ່ມງົບປະມານໃຫ້ກະຊວງປ້ອງກັນປະເທດອີກ 2%.