ການສົ່ງອອກ – ນຳເຂົ້າຂອງຈີນ ໃນເດືອນ ພຶດສະພາເພີ່ມຂຶ້ນ ບົ່ງຊີ້ເສດຖະກິດຟື້ນຕົວຕໍ່ເນື່ອງ

268

ສຳນັກຂ່າວຕ່າງປະເທດລາຍງານ ໂດຍອ້າງການເປີດເຜີຍຂອງກົມໃຫຍ່ພາສີຂອງຈີນ ( GAC ) ໃຫ້ຮູ້ວ່າ: ຍອດສົ່ງອອກສິນຄ້າຂອງຈີນໃນເດືອນພຶດສະພາ 2021 ເພີ່ມຂຶ້ນ 27,9%, ສ່ວນຍອດນຳເຂົ້າກໍເພີ່ມຂຶ້ນ 51,1% ເຊິ່ງບົ່ງຊີ້ວ່າເສດຖະກິດຈີນ ຍັງຄົງຟື້ນຕົວຢ່າງຕໍ່ເນື່ອງ. ຂະນະທີ່ຍອດເກີນດຸນການຄ້າໃນເດືອນພຶດສະພາທະລຸ 45 ຕື້ ກວ່າໂດລາສະຫະລັດ.

ແນວໃດກໍຕາມ, ຍອດສົ່ງອອກ – ນຳເຂົ້າຂອງຈີນໃນເດືອນພຶດສະພາຍັງຕ່ຳກວ່າທີ່ນັກວິເຄາະຄາດການໄວ້ ເຊິ່ງຄາດວ່າຍອດສົ່ງອອກຈະເພີ່ມຂຶ້ນ 32,1% ແລະ ຍອດນຳເຂົ້າຈະເພີ່ມຂຶ້ນ 51,5%, ສ່ວນຍອດເກີນດຸນການຄ້າຄາດວ່າຈະຢູ່ທີ່ 50 ຕື້ກວ່າໂດລາ ເພີ່ມຂຶ້ນຈາກລະດັບ 42 ຕື້ກວ່າໂດລາ ໃນເດືອນເມສາ 2021.

ຂໍ້ມູນຈາກ GAC ຍັງລະບຸວ່າ: ໃນເດືອນພຶດສະພາ 2021 ຈີນມີຍອດເກີນດຸນການຄ້າກັບສະຫະລັດອາເມຣິກາ ເຖິງ 31,78 ຕື້ໂດລາ ເພີ່ມຂຶ້ນຈາກລະດັບ 28,11 ຕື້ໂດລາໃນເດືອນເມສາ, ສ່ວນນັບແຕ່ເດືອນມັງກອນ – ພຶດສະພາປີນີ້ ຈີນມີຍອດເກີນດຸນການຄ້າກັບອາເມຣິກາ 132,46 ຕື້ໂດລາ.