ໝາກໄມ້ອົບແຫ້ງອາຫານວ່າງ ທີ່ດີຕໍ່ຮ່າງກາຍຂອງທ່ານ

741

ອາຫານແຫ້ງ ເປັນອາຫານຢ່າງໜຶ່ງທີ່ໃຊ້ວິທີການຕາກແດດ ຫຼື ຈະມີເຄື່ອງຊ່ວຍເຮັດ ແລະ ມື້ນີ້ຜູ້ຂຽນເອງກໍເລີຍນຳເອົາເມນູໝາກໄມ້ອົບແຫ້ງມາຕ້ອນມາຝາກທ່ານ ເພາະໝາກໄມ້ອົບແຫ້ງເປັນອາຫານວ່າງທີ່ກິນດີ ແລະ ອີ່ມທ້ອງ ເໝາະກັບສາວໆ ຫຼື ລູກນ້ອຍທີ່ມັກກິນຈຸກຈິກໄດ້ ສາມາດເຮັດໄດ້ດ້ວຍເຕົາໄມໂຄເວັບງ່າຍໆ ເວົ້າແລ້ວເຮົາໄປເລີ່ມເຮັດກັນເລີຍ.

May be an image of fruit

ວັດຖຸດິບ

ມີພຽງແຕ່ໝາກໄມ້ທີ່ທ່ານມັກ ( ເລືອກໝາກໄມ້ມາອົບແຫ້ງໄດ້ເລີຍ ).

ກ້ວຍ

ແອັບເປິ້ນ

ກີວີ ເປັນຕົ້ນ

ຂັ້ນຕອນອົບແຫ້ງ

1 ເອົາໝາກໄມ້ ເຊັ່ນ: ກ້ວຍ, ແອັບເປີ້ນ ແລະ ກີວີ ມາປອກເປືອກ ແລະ ຊອຍໃຫ້ມີຄວາມໜາປະມານ 3 ມິນລິແມັດ.

2 ນຳເອົາໝາກໄມ້ທີ່ກຽມແລ້ວມາວາງລຽງໃສ່ພາຊະນະທີ່ທົນຄວາມຮ້ອນຮອງດ້ວຍເຈ້ຍຮອງອົບ ແລ້ວນຳເອົາເຂົ້າເຕົາໄມໂຄເວັບຢູ່ທີ່ 500 ວັດ ເປັນເວລາ 1 ນາທີ.

3 ປ່ຽນເຈ້ຍຮອງອົບໃໝ່ ແລະ ອົບຕໍ່ອີກ 1 ນາທີ.

4 ເຮັດຊ້ຳຂັ້ນຕອນທີ 3 ອີ 2-3 ຮອບ ຫຼື ຈົນບໍ່ມີຄວາມຊື້ນເຫຼືອຕິດເຈ້ຍ ພະຍາຍາມລະວັງບໍ່ໃຫ້ໝາກໄມ້ໄໝ້ ທັງນີ້ເວລາ ແລະ ຄວາມຮ້ອນທີ່ໃຊ້ໄມໂຄເວັບນັ້ນຂຶ້ນຢູ່ກັບຊະນິດຂອງໄມໂຄເວັບ ແລະ ຊະນິດຂອງໝາກໄມ້ເຊັ່ນ ຫາກວັດຖຸດິບເປັນກ້ວຍກໍໃຊ້ຄວາມຮ້ອນ 300 ວັດ ເທື່ອລະ 2 ນາທີ ແລະ ປ່ຽນເຈ້ຍອົບປະມານ 3 ເທື່ອ ເປັນຕົົ້ນ.

May be an image of apple

5 ອົບຈົນໝາກໄມ້ຊະນິດນັ້ນແຫ້ງບໍ່ມີຄວາມຊຸ່ມຖືວ່າໃຊ້ໄດ້.
ໝາກໄມ້ແຫ້ງເປັນອາຫານອີກທາງເລືອກໜຶ່ງທີ່ດີຕໍ່ຮ່າງກາຍ ແຕ່ແນວໃດກໍດີ ໝາກໄມ້ແຫ້ງມີນ້ຳຕານຢູ່ໃນປະລິມານທີ່ສູງ, ດັ່ງນັ້ນຈຶ່ງບໍ່ຄວນຮັບປະທານຫຼາຍຈົນເກີນໄປ ໂດຍການກິນອາຫານວ່າງກໍບໍ່ຄວນເກີນມື້ລະ 50 – 70 ກຣາມ ເພື່ອໃຫ້ໄດ້ຜົນດີຕໍ່ຮ່າງກາຍເຮົາເອງ.

ທີ່ມາ: https://www.sanook.com/health/28893/