ໜຸ່ມຕ້າ ພິມມະສອນ ຜູ້ຊະນະເລີດເວທີ Mister supranational Laos 2021

794

ຂໍສະແດງຄວາມຍິນດີ ແລະ ມາທຳຄວາມຮູ້ຈັກໜຸ່ມຫຼໍ່ ຜູ້ຊະນະເລີດເຈົ້າຂອງຕຳແໜ່ງ Mister Supranational Laos 2021 ໜຸ່ມຕ້າ ພິມມະສອນ ສິງສະຫວັນ ອາຍຸ 23ປີ ປັດຈຸບັນເປັນຊາຍແບບ ແລະ ນັກສະແດງສັງກັດ Tara academy ແລະ ຜົນງານຫຼ້າສຸດໃໝ່ໆສົດໆຮ້ອນໆກັນເລີຍ ກໍແມ່ນການໄດ້ຮັບຕຳແໜ່ງ Mister Supranational Laos 2021 ທີ່ໄດ້ປະກາດໄປໃນວັນທີ 5 ມິຖຸນາຜ່ານມານີ້.

May be a closeup of 1 person and standing

ເວົ້າໄດ້ວ່າໜຸ່ມຄົນນີ້ເປັນທີ່ຖືກໃຈແຟນໆທີ່ຈະເປັນຕົວແທນຊາຍລາວ ໄປປະກວດໃນເວທີສາກົນທີ່ປະເທດໂປໂລຍ ໃນໄວໆນີ້ ຄາດວ່າຈະແມ່ນເດືອນສິງຫາ 2021 ນີ້ ແລະ ມື້ນີ້ມາທຳຄວາມຮູ້ຈັກກັບນ້ອງຕ້າໃຫ້ຫຼາຍຂຶ້ນ ໂດຍນ້ອງໄດ້ໃຫ້ສຳພາດວ່າ: ເມື່ອຮູ້ວ່າຕົນເອງໄດ້ຮັບຕຳແໜ່ງແມ່ນຮູ້ສຶກຕື່ນເຕັ້ນ ແລະ ດີໃຈຫຼາຍທີ່ໄດ້ເປັນຕົວແທນຂອງປະເທດລາວ ຈະໄປປະກວດສູ່ເວທີສາກົນ ເຊິ່ງກ່ອນຈະເດີນທາງໄປ ນ້ອງເອງກໍໄດ້ມີການກຽມຕົວຫຼາຍຢ່າງສົມຄວນ ເປັນຕົ້ນແມ່ນການກະກຽມທາງດ້ານພາສາ ແລະ ການໂພສຖ່າຍແບບ, ການເດີນແບບ, ບຸກຄະລິກກະພາບ ແລະ ການກຽມຟິດຫຸ່ນໃຫ້ຫຸ່ນອອກມາໄດ້ດີທີ່ສຸດ.

May be an image of 1 person

ສໍາລັບໜຸ່ມຕ້າເອງ ໄດ້ມີຜົນງານໃນວົງການບັນເທີງລາວມາຫຼາຍຢ່າງ ບໍ່ວ່າຈະເປັນການຖ່າຍແບບ, ຊີຣີ, ການຖ່າຍໂຄສະນາສິນຄ້າ ແລະ ອື່ນໆ. ນອກຈາກນີ້, ຕ້າຍັງເຄີຍເຂົ້າຮ່ວມການປະກວດເວທີ Mister working men international ຢູ່ທີ່ປະເທດໄທ ໃນປີ 2019 ອີກດ້ວຍ.

May be an image of 1 person, tree and mountain

ສໍາລັບກິດຈະກຳເວລາວ່າງທີ່ມັກເຮັດຢູ່ເປັນປະຈຳ ກໍແມ່ນການຫຼິ້ນກີຕ້າ ແລະ ການອອກກຳລັງກາຍໃນທຸກໆວັນ ເພື່ອສຸຂະພາບ ແລະ ຫຸ່ນທີ່ດີ, ສຸດທ້າຍນີ້ ຕ້າເອງກໍຂໍຝາກແຟນໆທຸກຄົນເປັນກຳລັງໃຈໃຫ້ ແລະ ເອົາແຮງໃຈຊ່ວຍເຊຍຕ້າແດ່ເດີ.

May be a closeup of 1 person, standing, outdoors and text that says '賀恭 賀 恭'

ທີມຂ່າວບັນເທີງພວກເຮົາກໍຂໍເປັນກຳລັງໃຈໃຫ້ ໜຸ່ມຕ້າ ຈົ່ງເຮັດໜ້າທີ່ຂອງຕົນຢ່າງສຸດ ຄວາມສາມາດ ແລະ ຝາກໜຸ່ມຄົນນີ້ໄວ້ໃນອ້ອມໃຈທຸກຄົນ ພ້ອມຂໍໃຫ້ທຸກຄົນຮ່ວມເຊຍ ແລະ ເປັນກໍາລັງໃຈໃຫ້ໜຸ່ມລາວທີ່ຈະເປັນຕົນແທນປະເທດລາວສູ່ເວທີສາກົນດ້ວຍ.

ຮູບ: Tar phimmasone singsavanh