ໄປເບິ່ງຮູບແບບໃນການພັດທະນາກິລາ-ກາຍຍະກໍາ ໃນກົດໝາຍກິລາຂອງ ສປປ ລາວ

531

ຕໍ່ຈາກບົດທີ່ແລ້ວກັບ ກົດໝາຍກິລາ-ກາຍຍະກໍາ (ສະບັບປັບປຸງ) ໃນໝວດທີ 4 ກິລາ-ກາຍຍະກໍາສະຫມັກຫຼິ້ນ ແລະ ກິລາອາຊີບ ມື້ນີ້ເຮົາໄປຮຽນຮູ້ກັບ
#ພາກທີ III ການພັດທະນາກິລາ-ກາຍຍະກໍາ
+ຫມວດທີ 1. ການພັດທະນານັກກິລາ ແລະ ບຸກຄະລາກອນກິລາ-ກາຍຍະກໍາ
+ມາດຕາ 41 (ປັບປຸງ) ການພັດທະນານັກກິລາ-ກາຍຍະກໍາ
ການພັດທະນານັກກິລາ-ກາຍຍະກໍາແມ່ນ ການເລືອກເຟັ້ນ, ເຕົ້າໂຮມ, ບໍາລຸງ, ສ້າງ, ຝຶກແອບ, ຝຶກຊ້ອມ, ທົດສອບນັກກິລາ ໃນລະດັບລຸ່ນອາຍຸຕ່າງໆ ລວມທັງນັກກິລາ-ກາຍຍະກໍາມວນຊົນ ໃຫ້ມີ ຄວາມຊໍານານ, ສຸຂະພາບແຂງແຮງ, ມີນ້ໍາໃຈຮັກຊາດ, ອົດທົນ, ດຸຫມັ່ນ, ມີໄຫວພິບ ເພື່ອເຂົ້າຮ່ວມການຫຼິ້ນ, ການສະແດງ, ການແຂ່ງຂັນ ໃຫ້ມີປະສິດທິຜົນ.

+ມາດຕາ 42 (ປັບປຸງ) ການພັດທະນານັກກິລາ-ກາຍຍະກໍາ ທີ່ມີພອນສະຫວັນ ແລະ ນັກກິລາອາຊີບ
ການພັດທະນານັກກິລາ-ກາຍຍະກໍາ ທີ່ມີພອນສະຫວັນ ແລະ ນັກກິລາອາຊີບ ແມ່ນ ການ ເລືອກເຟັ້ນຜູ້ທີ່ມີພອນສະຫວັນແຕ່ເຍົາໄວໃນກິລາ-ກາຍຍະກໍາ ປະເພດໃດຫນຶ່ງ ມາເຕົ້າໂຮມ, ບໍາລຸງ, ສ້າງ, ຝຶກ ແອບ, ຝຶກຊ້ອມ ໃຫ້ເປັນລະບົບຕໍ່ເນື່ອງ, ໃຫ້ມີຄວາມຊໍານານ ເພື່ອຮັບໃຊ້ການແຂ່ງຂັນລະດັບສູງໃນອະນາຄົດ.
– ລັດ ແລະ ສັງຄົມ ເອົາໃຈໃສ່ເປັນພິເສດຕໍ່ການພັດທະນານັກກິລາ-ກາຍຍະກໍາ ທີ່ມີພອນ ສະຫວັນ ແລະ ນັກກິລາອາຊີບ ດ້ວຍການສ້າງໂຮງຮຽນພອນສະຫວັນກິລາ-ກາຍຍະກໍາ, ສູນຝຶກ, ສະຖາບັນ ກິລາ-ກາຍຍະກໍາ, ສະ ໂມສອນ ແລະ ສະຫະພັນກິລາຢູ່ສູນກາງ ແລະ ທ້ອງຖິ່ນ ລວມທັງການປະຕິບັດນະໂຍບາຍ ຢ່າງເຫມາະສົມ.

+ມາດຕາ 43 ການພັດທະນາບຸກຄະລາກອນກິລາ-ກາຍຍະກໍາ
ການພັດທະນາບຸກຄະລາກອນກິລາ-ກາຍຍະກໍາ ເເມ່ນ ການຝຶກອົບຮົມ, ບໍາລຸງ, ຍົກລະດັບຄວາມຮູ້ ທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງກ່ຽວກັບວິຊາການທີ່ກ່ຽວຂ້ອງ ໃຫ້ແກ່ບຸກຄະລາກອນກິລາ-ກາຍ ຍະກໍາ ເພື່ອຮັບໃຊ້ວຽກງານກິລາ-ກາຍຍະກໍາ ໃຫ້ມີປະສິດທິພາບ.
ລັດ ແລະ ສັງຄົມ ເອົາໃຈໃສ່ພັດທະນາບຸກຄະລາກອນກິລາ-ກາຍຍະກໍາ ດ້ວຍການລົງທຶນສ້າງ ໂຮງຮຽນ, ສູນ, ສະຖາບັນ, ສະຫນອງງົບປະມານ, ພາຫະນະ, ວັດຖຸປະກອນ, ຄູ, ຜູ້ຊ່ຽວຊານ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ແກ່ການພັດທະນາບຸກຄະລາກອນດັ່ງກ່າວ ແນໃສ່ເຮັດໃຫ້ກິລາ-ກາຍຍະກໍາ ມີການຂະຫຍາຍ ຕົວຂຶ້ນເລື້ອຍໆ.

+ຫມວດທີ 2 ການພັດທະນາວິຊາການ ແລະ ວິທະຍາສາດກິລາ-ກາຍຍະກໍາ
+ມາດຕາ 44 (ປັບປຸງ) ວິຊາການ ແລະ ວິທະຍາສາດກິລາ-ກາຍຍະກໍາ
ວິຊາການ ແລະ ວິທະຍາສາດກິລາ-ກາຍຍະກໍາ ແມ່ນ ທິດສະດີ ແລະ ພຶດຕິກໍາ ກ່ຽວກັບ ເຕັກນິກ, ຍຸດທະວິທີ ທີ່ສົມບຸນ ຊຶ່ງໄດ້ຄົ້ນຄວ້າ, ວິໄຈ, ທົດລອງ ແລະ ຖືກນໍາໃຊ້ເຂົ້າໃນການສິດສອນ, ຝຶກອົບຮົມ, ຝຶກແອບ, ຝຶກຊ້ອມ, ທົດສອບ, ສະແດງ ແລະ ແຂ່ງຂັນ ຢ່າງມີປະສິດທິຜົນ.

+ມາດຕາ 45 (ປັບປຸງ) ການພັດທະນາວິຊາການ ແລະ ວິທະຍາສາດກິລາ-ກາຍຍະກໍາ
– ການພັດທະນາວິຊາການ ແລະ ວິທະຍາສາດກິລາ-ກາຍຍະກໍາ ແມ່ນ ການຄົ້ນຄວ້າ, ຊອກຮູ້, ວິໄຈ, ສະຫຼຸບເປັນທິດສະດີ ຫຼື ບົດຮຽນໃຫມ່ທີ່ທັນສະໄຫມຂຶ້ນເລື້ອຍໆ ແລ້ວນໍາເອົາໄປປະຕິບັດໃນພຶດຕິກໍາ ຕົວຈິງ ເຊັ່ນ ການຝຶກແອບ, ຝຶກຊ້ອມ, ທົດສອບ, ສະແດງ ແລະ ແຂງຂັນ.

ລັດ, ສັງຄົມ, ບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ມີຄວາມຮັບຜິດຊອບ ໃນການພັດທະນາວິຊາການ ແລະ ວິທະຍາສາດ ກິລາ-ກາຍຍະກໍາ ດ້ວຍການລົງທຶນເຂົ້າໃສ່ການຄົ້ນຄວ້າ, ວິໄຈ, ກໍ່ສ້າງໂຄງ ລ່າງພື້ນຖານ, ສະຫນອງພາຫະນະ, ວັດຖຸປະກອນ, ງົບປະມານ, ບຸກຄະລາກອນໃຫ້ແກ່ວຽກງານດັ່ງກ່າວ ເປັນ ຕົ້ນ ການສ້າງສະຖານການສຶກສາ, ສະຖາບັນວິທະຍາສາດການກິລາ-ກາຍຍະກໍາ.