ອຸຕຸແຈ້ງເຕືອນຝົນຕົກໜັກປະຈຳວັນວັນທີ 9 ມິຖຸນາ

724

ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ອອກແຈ້ງເຕືອນຝົນຕົກໜັກປະຈຳວັນທີ 9 ມີຖຸນາ 2021 ເວລາ 16:00 ໂມງ  ວ່າ: ຮ່ອງຄວາມກົດດັນຂອງອາກາດຕໍ່າໄດ້ພາດຜ່ານຢູ່ເຂດພາກເໜືອ ລົງຫາ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຫາ ປານກາງເປັນບໍລິເວນກວ້າງຢູ່ໃນແຕ່ລະພາກ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກເໜືອ ແລະ ພາກກາງ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາ ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ, ໄຊຍະບູລີ, ນະຄອນຫລວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ຕິດຕໍ່ກັນຫລາຍວັນ ພ້ອມມີລົມພັດແຮງທີ່ຈະເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມຊຸ ແລະ ນໍ້າຖ້ວມກະທັນຫັນ ທີ່ຈະເກີດຂຶ້ນໄດ້ໃນໄລຍະນີ້ .

ສ່ວນປະລິມານນໍ້າຝົນໃນ24 ຊົ່ວໂມງຜ່ານມາຝົນກຕົກໜັກສຸດທີ່ທ່າແນກ ແທກໄດ້69,3ມິນລິແມັດ ຮອງມາແມ່ນແຂວງຜົ້ງສາລີ65,8 ມິນລິແມັດ ແລະ ໄຊຍະບູລີ57,3 ມິນລິແມັດ. ສ່ວນນະຄອນຫຼວງວຽງຈັນ 48,8 ມິນລິແມັດ.