ວິທະຍາຄານ ກົມມະດໍາ ສອບເສັງລະດັບຊາດ ໃຫ້ນັກຮຽນມະຫາໄລການທະຫານ ຊຸດທີ16

639

ວັນທີ 7 ມິຖຸນາ 2021 ວິທະຍາຄານ ກົມມະດໍາ ໄດ້ຈັດຕັ້ງສອບເສັງ ໃຫ້ນັກຮຽນ ກໍ່ສ້າງ ມະຫາວິທະຍາໄລ ການທະຫານ ປີທີ່4 ຊຸດທີ16 ສົກຮຽນ 2010-2021  ພາຍໃຕ້ ການຊີ້ນໍາ ຂອງ ອະນຸກໍາມະການ ສອບເສັງ; ມີ ຄະນະວິຊາຄູ- ອາຈານ, ນັກຮຽນ – ນັກສຶກສາ ເຂົ້າຮ່ວມ ສອບເສັງ ຕົວຈິງ.

ການສອບເສັງ ຈົບຊັ້ນ ຂອງ ນັກຮຽນ ຈໍານວນ 10 ເຫຼົ່າລົບວິຊາສະເພາະ ທີ່ກະຊວງປ້ອງກັນປະເທດ ໄດ້ອະນຸມັດ ສະບັບເລກທີ່ 954/ກປທ, ລົງວັນທີ 15 ມິຖຸນາ 2004 ວ່າດ້ວຍ ການແຕ່ງຕັ້ງ ປະທານ , ຄະນະປະທານ ແລະ ຄະນະກໍາມະການສອບເສັງ ຈົບຊັ້ນລະດັບຊາດ ຂອງນັກຮຽນກໍ່ສ້າງມະຫາວິທະຍາໄລ ການທະຫານ ສົກຮຽນ 2020-2021 .

ອີງຕາມ ໂຄງການຫຼັກສູດ ການຮຽນ-ການສອນ ທີ່ກະຊວງ ປ້ອງກັນປະເທດ ໄດ້ອະນຸມັດ ແລະ ແຜນການ ສອບເສັງຈົບຊັ້ນ ໃຫ້ນັກຮຽນ ຈໍານວນ 217ສະຫາຍ, ທີ່ກົມໃຫຍ່ ເສນາທິການ ອະນຸມັດສະບັບ ເລກທີ 937/ກສນ ລົງວັນທີ 21 ເມສາ 2021.
ໃນນັ້ນ ໄດ້ສອບເສັງ ວິຊາຫຼັກ ຂອງ 10 ເຫຼົ່າຮົບວິຊາສະເພາະມີ4 ວິຊາ ຄື: ວິຊາວຽກງານພັກ-ວຽກງານການເມືອງ, ວິຊາ ທິດສະດີມາກ-ເລນິນ,ວິຊາ ສິນລະປະຍຸດ ແລະ ວິຊາຍຸດທະວິທີທະຫານຮາບ.

ການສອບເສັງຄັ້ງນີ້ ແມ່ນເປັນການທົດສອບ ຄວາມຮູ້ດ້ານ ທິດສະດີ ຫຼັກການ ແລະ ພາກ ປະຕິບັດຕົວຈິງ ຢູ່ພາກສະຫມາມ ຫັດແອບ ພ້ອມທັງເກັບເອົາຄະແນນດີ-ຄະແນນເກັ່ງ ເຂົ້າໃສ່ ໃບປະກາສະນິຍະບັດ ນໍາອີກ. ບັ້ນສອບ ເສັງດັ່ງກ່າວ ແມ່ນ ຈະດໍາເນີນ ໄປຮອດ ວັນທີ 11 ມິຖຸນາ 2011 ຈຶ່ງສໍາເລັດ.


ຂ່າວ: ວັນນະເລດ ລໍວັນໄຊ