WHO ຮຽກຮ້ອງໃຫ້ ຈີ 7 ຮັກສາຄຳໝັ້ນສັນຍາບໍລິຈາກວັກແຊັງປ້ອງກັນໂຄວິດ

1757

ສຳນັກຂ່າວ ເອເອັຟພີ ລາຍງານວ່າ ທ່ານ ດຣ. ທີໂດຣສ ອັດຮານອມ ກິບຣີເຢຊູສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ( WHO ) ໄດ້ຖະແຫຼງເມື່ອວັນທີ 7 ມິຖຸນາ 2021 ໂດຍໄດ້ຮຽກຮ້ອງໃຫ້ບໍລິສັດຜູ້ຜະລິດວັກແຊັງປ້ອງກັນໂຄ ວິດ – 19 ທຸກແຫ່ງໃຫ້ຄວາມສຳຄັນຕໍ່ໂຄງການໂຄແວັກ ເຊິ່ງຂະນະນີ້ຍັງຂາດເຂີນທັງງົບປະມານ ແລະ ວັກແຊັງ ເພື່ອເລັ່ງສົ່ງມອບໃຫ້ແກ່ປະເທດທີ່ທຸກຍາກ.

ຜູ້ອຳນວຍການໃຫຍ່ WHO ກ່າວອີກວ່າ: ຈົນເຖິງຂະນະນີ້ບັນດາປະເທດຮັ່ງມີຍັງຊື້ວັກແຊັງ ເພື່ອສັກໃຫ້ປະຊາຊົນກຸ່ມອາຍຸແຕ່ 12 – 15 ປີ ໂດຍມີບາງປະເທດໄດ້ເລີ່ມສັກໄປແລ້ວ, ຂະນະທີ່ກຸ່ມປະເທດທຸກຍາກຍັງບໍ່ມີວັກແຊັງພຽງພໍໃນການສັກໃຫ້ກຸ່ມສ່ຽງ ເປັນຕົ້ນແມ່ນບຸກຄະລາກອນທາງການແພດ, ເຈົ້າໜ້າທີ່ທີ່ເຮັດວຽກຢູ່ປ້ອມດ່ານໜ້າ ລວມເຖິງປະຊາຊົນທີ່ມີກຸ່ມສ່ຽງສູງ ເຊິ່ງຖ້າຫາກວ່າກຸ່ມຄົນເຫຼົ່ານັ້ນເກີດການຕິດເຊື້ອອາດມີອາການຮຸນແຮງ ກວ່າຄົນທົ່ວໄປ.

ທັງນີ້, ກຸ່ມປະເທດອຸດສາຫະກຳຊັ້ນນຳ 7 ປະເທດ ຫຼື G7 ຈະຈັດກອງປະຊຸມສຸດຍອດຜູ້ນຳຂຶ້ນໃນທ້າຍອາທິດນີ້ທີ່ສະຫະຣາຊະອານາຈັກ ເຊິ່ງ ທ່ານ ທີໂດຣສ ອັດຮານອມ ກິບຣີເຢຊູສ ໄດ້ຮຽກຮ້ອງໃຫ້ຜູ້ນຳທັງ 7 ປະເທດ ໄດ້ແກ່: ສະຫະລັດອາເມຣິກາ, ການາດາ, ອັງກິດ, ເຢຍລະມັນ, ອິຕາລີ, ຝຣັ່ງ ແລະ ຍີ່ປຸ່ນ ຕະຫຼອດຜູ້ແທນລະດັບສູງຂອງອີຢູ ຈົ່ງຮັກສາຄຳໝັ້ນສັນຍາທີ່ຈະບໍລິຈາກວັກແຊັງໃຫ້ແກ່ໂຄງການໂຄແວັກ ແຕ່ຕ້ອງສົ່ງມອບໃຫ້ກົງກັບເວລາຄືແຕ່ເດືອນມິຖຸນາ – ເດືອນກໍລະກົດນີ້ ລວມ 200 ລ້ານໂດສ.