JDB ມອບເຂົ້າສານໜຽວ ມູນຄ່າ 100 ລ້ານກີບ ຊ່ວຍເຫຼືອນັກສຶກສາທີ່ຕົກຄ້າງໃນຫໍພັກ 10 ສະຖາບັນການສຶກສາ ທີ່ໄດ້ຮັບຜົນກະທົບຈາກໂຄວິດ – 19

452

ໃນຕອນເຊົ້າວັນທີ 3 ມິຖຸນາ 2021 ທີ່ກະຊວງສຶກສາທິການ ແລະ ກີລາ; ທ່ານ ວິໄລ ສີພະພອນ ຜູ້ອຳນວຍການໃຫຍ່ທະນາຄານຮ່ວມພັດທະນາ ( JDB ), ທ່ານ ຄໍາຊູ ຢ່າງ ຮອງຜູ້ອໍານວຍການໃຫຍ່ ພ້ອມດ້ວຍ ທ່ານ ປອ. ບົວວອນ ຈັນທະນີເລີດ ຫົວໜ້າຫ້ອງການທະນາຄານຮ່ວມພັດທະນາ ແລະ ຄະນະ ໄດ້ນໍາເອົາເຂົ້າສານໜຽວ ຈໍານວນ 15 ໂຕນ ແລະ ຜ້າອັດປາກ – ດັງຈໍານວນໜຶ່ງ ມູນຄ່າ 100 ລ້ານກວ່າກີບ ໄປມອບໃຫ້ກະຊວງສຶກສາທິການ ແລະ ກີລາ ເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ນັກສຶກສາທີ່ຕົກຄ້າງຢູ່ຫໍພັກຂອງບັນດາສະຖາບັນການສຶກສາຕ່າງໆໃນນະຄອນຫຼວງວຽງຈັນ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ – 19.

อาจเป็นรูปภาพของ 8 คน และผู้คนกำลังยืน

ເປັນກຽດກ່າວຮັບໂດຍ ທ່ານ ຮສ. ປອ. ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ມີທ່ານ ນາງ ຂັນທະລີ ສິຣິພົງພັນ ຮອງລັດຖະມົນຕີ ແລະ ບັນດາຫົວໜ້າກົມຕ່າງໆອ້ອມຂ້າງກະຊວງສຶກສາທິການ ແລະ ກີລາ ກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

อาจเป็นรูปภาพของ 6 คน, เด็ก, ผู้คนกำลังยืน, ผู้คนกำลังนั่ง และสถานที่ในร่ม

ໂອກາດດັ່ງກ່າວ, ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ກໍໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ມາຍັງປະທານສະພາບໍລິຫານທະນາຄານຮ່ວມພັດທະນາ ທີ່ໄດ້ມີນໍ້າໃຈອັນສູງສົ່ງເຫັນໄດ້ຄວາມຈໍາເປັນ ແລະ ຄວາມຫຍຸ້ງຍາກຂອງບັນດານັກສຶກສາທີ່ຕົກຄ້າງໃນຫໍພັກໃນສະຖາບັນການສຶກສາຕ່າງໆ ຍ້ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ແລະ ເປັນການປະກອບສ່ວນທີ່ສໍາຄັນໃນການແບ່ງເບົາໃຫ້ນັກສຶກສາທີ່ຕົກຄ້າງໃນຫໍພັກໄດ້ຮັບການບັນເທົາທຸກ ແລະ ມີກໍາລັງໃຈທີ່ດີ ເພື່ອຕ້ານການລະບາດຂອງພະຍາດໂຄວິດ – 19 ແລະ ທ່ານຍັງໄດ້ອວຍພອນໃຫ້ທຸລະກິດຂອງທະນາຄານຮ່ວມພັດທະນາໃຫ້ມີຄວາມຈະເລີນຮຸ່ງເຮືອງຢ່າງບໍ່ຢຸດຢັ້ງ.

อาจเป็นรูปภาพของ กำลังยืน

อาจเป็นรูปภาพของ 1 คน และกำลังยืน

ຈາກນັ້ນ, ໃນວັນທີ 4 ມິຖຸນາ 2021 ທະນາຄານຮ່ວມພັດທະນາ ກໍໄດ້ນໍາເອົາເຂົ້າສານໜຽວໄປແຈກຢາຍໃຫ້ແຕ່ລະສະຖາບັນການສຶກສາ ໂດຍສະເພາະແມ່ນມອບໃຫ້ນັກຮຽນ – ນັກສຶກສາທີ່ຕົກຄ້າງຢູ່ຫໍພັກຕ່າງໆ ດັ່ງນີ້:

1. ວິທະຍາໄລຄູດົງຄໍາຊ້າງ ຈໍານວນ 200 ຖົງ ຫຼື 1.200 ກິໂລກຣາມ ມູນຄ່າ 8.000.000 ກີບ.

2. ວິທະຍາໄລເຕັກນິກສັບພະວິຊາ ຈໍານວນ 200 ຖົງ ຫຼື 1.200 ກິໂລກຣາມ ມູນຄ່າ 8.000.000 ກີບ.

3. ວິທະຍາໄລເຕັກນິກ ລາວ – ເຢຍລະມັນ ຈໍານວນ 200 ຖົງ ຫຼື 1.200 ກິໂລກຣາມ ມູນຄ່າ 8.000.000 ກີບ.

4. ວິທະຍາໄລຣັຕນະ ບໍລິຫານທຸລະກິດ ຈໍານວນ 125 ຖົງ ຫຼື 750 ກິໂລກຣາມ ມູນຄ່າ 5.000.000 ກີບ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และสถานที่ในร่ม

อาจเป็นรูปภาพของ 1 คน และกำลังยืน

ຫຼັງຈາກນັ້ນ, ວັນທີ 7 ມິຖຸນາ 2021 ສືບຕໍ່ມອບເຂົ້າສານຊ່ວຍເຫຼືອບັນດາສະຖາບັນຕ່າງໆດັ່ງນີ້:

5. ຄະນະນິຕິສາດ – ລັດຖະສາດ ( ມຊ ) ຈໍານວນ 125 ຖົງ ຫຼື 750 ກິໂລກຣາມ ມູນຄ່າ 5.000.000 ກີບ.

6. ວິທະຍາໄລສິລະປະສຶກສາ ຈໍານວນ 175 ຖົງ ຫຼື 1.050 ກິໂລກຣາມ ມູນຄ່າ 7.000.000 ກີບ.

7. ວິທະຍາໄລເຕັກນິກປາກປ່າສັກ ຈໍານວນ 200 ຖົງ ຫຼື 1.200 ກິໂລກຣາມ ມູນຄ່າ 8.000.000 ກີບ.

8. ວິທະຍາໄລພາລະສຶກສາ ຈໍານວນ 200 ຖົງ ຫຼື 1.200 ກິໂລກຣາມ ມູນຄ່າ 8.000.000 ກີບ.

9. ໂຮງຮຽນສຶກສາພິເສດ ນະຄອນຫຼວງວຽງຈັນ ຈໍານວນ 75 ຖົງ ຫຼື 450 ກິໂລກຣາມ ມູນຄ່າ 3.000.000 ກີບ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน, กลางแจ้ง และต้นไม้

10. ຫຼ້າສຸດວັນທີ 8 ມິຖຸນາ 2021 ທະນາຄານຮ່ວມພັດທະນາ ກໍໄດ້ນໍາເອົາເຂົ້າສານໜຽວ ຈໍານວນ 1.000 ຖົງ ຫຼື 6.000 ກິໂລກຣາມ ມູນຄ່າ 40.000.000 ກີບ ໄປມອບໃຫ້ ມະຫາວິທະຍາໄລແຫ່ງຊາດ. ລວມມູນຄ່າການຊ່ວຍເຫຼືອທັງໝົດ 100 ລ້ານກີບ, ທຸກສະຖາບັນການສຶກສາກໍໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງປະທານສະພາບໍລິຫານ ທະນາຄານຮ່ວມພັດທະນາ ທີ່ໄດ້ໃຫ້ການຊ່ວຍເຫຼືອບັນເທົາທຸກໃນຄັ້ງນີ້.

[ ຂ່າວ: ຄໍາຕົ້ນ ວໍລະຈັກ ]