ອົງການໄອຍະການປະຊາຊົນສູງສຸດ ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ

596

ເພື່ອເຮັດໃຫ້ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ໄດ້ຮັບການຈັດຕັ້ງ ຢ່າງກວ້າງຂວາງ, ເລິກເຊິ່ງ, ໄດ້ຮັບການຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານໄອຍະການປະຊາຊົນໃຫ້ເກີດຜົນເປັນຈິງ. ຄະນະບໍລິຫານງານພັກອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈຶ່ງໄດ້ຈັດຕັ້ງການເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ໃນວັນທີ 9 ມິຖຸນາ 2021 ທີ່ ອອປສ. ເຜີຍແຜ່ເອກະສານໂດຍ ສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຊຶ່ງມີບັນດາສະຫາຍຄະນະປະຈໍາພັກ, ສະມາຊິກພັກຫຼັກແຫຼງອ້ອມຂ້າງເຂົ້າຮ່ວມ.


ໃນການເຊື່ອມຊຶມເອກະສານດັ່ງກ່າວໃນຄັ້ງນີ້ ແມ່ນເພື່ອແນໃສ່ເຮັດໃຫ້ບັນດາສະຫາຍສະມາຊິກພັກຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ກໍາແໜ້ນເນື້ອໃນມະຕິກອງປະຊຸມດັ່ງກ່າວ ໂດຍສະເພາະເນື້ອໃນສໍາຄັນຕົ້ນຕໍ ແລະ ວຽກງານຈຸດສຸມທີ່ຕ້ອງເອົາໃຈໃສ່ນໍາພາຊີ້ນໍາ-ນໍາພາຜັນຂະຫຍາຍເຂົ້າໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການໄອຍະການປະຊາຊົນໃຫ້ໄດ້ຮັບຜົນສຳເລັດສູງສຸດ ແລະ ສະຫາຍ ໄຊຊະນະ ໂຄດພູທອນ ຍັງໄດ້ເນັ້ນໃຫ້ບັນດາສະຫາຍໃນຄະນະບໍລິຫານງານພັກ ເພີ່ມທະວີການຊີ້ນໍາ-ນໍາພາໃຫ້ແທດເຖິງຕົວຈິງ, ຕິດພັນກັບການເສີມຂະຫຍາຍຄວາມເປັນເຈົ້າການໃນການນໍາພາຊີ້ນໍາ-ນໍາພາຂອງບັນດາສະຫາຍສະມາຊິກພັກ, ເຊີດຊູຄວາມຮັບຜິດຊອບໜ້າທີ່ການເມືອງ, ຜັນຂະຫຍາຍຈິດໃຈເນື້ອໃນມະຕິຂອງສູນກາງພັກຢ່າງເປັນຮູບປະທໍາ ໂດຍຫັນເປັນແຜນງານ, ໂຄງການລະອຽດ, ມີແຜນວຽກຈຸດສຸມຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດໃນແຕ່ລະໄລຍະ.


ໃນພິທີດັ່ງກ່າວ ຍັງໄດ້ມີການມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2020 ໃຫ້ບັນດາໜ່ວຍພັກອີກດ້ວຍ.