ມອບໃຫ້ບ້ານເກັບກຳ ກຸ່ມເປົ້າໝາຍສັກວັກແຊັງຟາຍເຊີ້ໃຫ້ສຳເລັດກ່ອນ 15 ມິຖຸນາ

653

ການສັກວັກແຊັງປ້ອງກັນໂຄວິດ-19 ແມ່ນໜຶ່ງບັນຫາເລັ່ງດ່ວນທີ່ລັດຖະບານໃຫ້ຄວາມສຳຄັນ ເພື່ອສ້າງພູມຄຸ້ມກັນແກ່ພໍ່ແມ່ປະຊາຊົນລາວໃຫ້ໄດ້ 50% ຂອງຈຳນວນພົນລະເມືອງພາຍໃນປີ 2021 ນີ້ ໃນນັ້ນແມ່ນມີຫຼາຍປະເພດວັກແຊັງ ສະເພາະຟາຍເຊີ້ທີ່ກຳນົດ 2 ກຸ່ມເປົ້າໝາຍຫຼັກໃນການສັກນັ້ນ ແມ່ນໃຫ້ໄດ້ເລີ່ມເຂັມທີ1 ວັນທີ 15 ມິຖຸນານີ້.


ອີງໃສ່ຈຳນວນວັກຊີນທີ່ມີຈຳກັດ ແລະຫຍຸ້ງຍາກຕໍ່ການເກັບຮັກສາ ຄະນະສະເພາະກິດຈິ່ງເອົາວັກແຊັງຊະນິດດັ່ງກ່າວໄວ້ໃນນະຄອນຫຼວງວຽງຈັນບ່ອນດຽວ, ເພື່ອຮັບປະກັນການກະຈາຍວັກແຊັງໃຫ້ເຖິງກຸ່ມເປ໊າໝາຍ ແລະ ວ່ອງໄວ ຄະນະສະເພາະກິດແມ່ນມອບໃຫ້ອຳນາດການປົກຄອງບ້ານທຸກບ້ານພາຍໃນນະຄອນຫຼວງວຽງຈັນເປັນຄົນເກັບກຳຂໍ້ມູນກຸ່ມເປົ້າໝາຍທີ່ມີອາຍຸ 60 ປີຂຶ້ນໄປ ແລະ ຜູ້ມີພະຍາດປະຈຳໂຕ ພາຍໃນບ້ານຂອງຕົນທີ່ຍັງບໍ່ໄດ້ຮັບການສັກ ແລະຕ້ອງການສັກວັກຊິນປ້ອງກັນພະຍາດໂຄວິດ-19 ເພື່ອລາຍງານຕໍ່ຫ້ອງການສາທາລະນະສຸກເມືອງບໍ່ໃຫ້ກາຍວັນທີ 15 ມິຖຸນາ 2021 ນີ້.


ສຳລັບທ່ານທີ່ຢູ່ໃນກຸ່ມເປົ້າໝາຍດັ່ງກ່າວກໍ່ໃຫ້ຮີບຮ້ອນໄປລົງທະບຽນຢູ່ຫ້ອງການບ້ານຂອງຕົນ ບໍ່ໃຫ້ກາຍວັນທີ 15 ມິຖຸນາ ຖ້າມີຫຍັງບໍ່ທັນເຂົ້າໃຈແມ່ນສາມາດສອບຖາມໄດ້ນຳອຳນາດການປົກຄອງບ້ານໄດ້ເລີຍ.