ໂລແກນ ຢືນຢັນຍັງບໍ່ຖືກນ໊ອກ ພ້ອມປະຕິເສດ ຟລອຍ ຊ່ວຍປະຄອງຈົນຄົບ 8 ຍົກ

535

ໂລແກນ ພອລ ນັກຢູທູບເບີທີ່ມີຊື່ສຽງ ທີ່ມີຄົນກົດຕິດຕາມເຖິງ 23 ລ້ານຄົນ ປະຕິເສດຂ່າວທີ່ວ່າ ຟລອຍ ເມເວດເທີ ຈູເນຍ ນັກມວຍຊາວອາເມຣິກາ ຊ່ວຍປະຄອງບໍ່ໃຫ້ລົ້ມໃນເວທີລະຫວ່າງການຊົກໄຟທ໌ພິເສດ ເມື່ອວັນທີ 6 ມິຖຸນາ ທີ່ຜ່ານມາ ຕາມເວລາໃນສະຫະລັດອາເມຣິກາ.

ໄຟທ໌ດັ່ງກ່າວ ໂລແກນ ເຮັດໄດ້ດີໃນຍົກທໍາອິດ, ແຕ່ຫຼັງຈາກນັ້ນ ຟລອຍ ຄຸມເກມໄດ້ໝົດ ໃນການຊົກທີ່ຮາດຣ໊ອດ ສະເຕດ້ຽມ ໃນເມືອງໄມອາມີ ສະຫະລັດອາເມຣິກາ, ແຕ່ ຟລອຍ ບໍ່ສາມາດນ໊ອກຄູ່ແຂ່ງໄດ້ເຮັດໃຫ້ສະເໝີກັນ ຕາມກະຕິກາຊົກ 8 ຍົກ ເຮັດໃຫ້ເກີດສະແສຫຼາຍຢ່າງຂຶ້ນພາຍຫຼັງ ໂດຍສະເພາະປະເດັນ ຟລອຍ ພະຍາຍາມປະຄອງຊ່ວຍໃຫ້ ໂລແກນ ບໍ່ລົ້ມໃນເວທີ.

ຫຼ້າສຸດ ໂລແກນ ອອກມາເປີດເຜີຍຜ່ານ ອິນສະຕຣາແກຣມ ສື່ສັງຄົມອອນລາຍວ່າ: “ ຂ້ອຍເຫັນຄອມເມັ້ນແງ່ລົບຈາກເຫດການນັ້ນ, ມີຢູ່ໄລຍະໜຶ່ງ ຟລອຍ ຕີຂ້ອຍ ແລະ ຂ້ອຍອຽງຕົວໄປທາງລາວເລັກໜ້ອຍ ຈົນຄືວ່າຂ້ອຍຈະລົ້ມ ເຮັດໃຫ້ຫຼາຍໆຄົນຄິດວ່າ ຟລອຍ ນ໊ອກຂ້ອຍ ແລະ ພະຍາຍາມປະຄອງຂ້ອຍໄວ້ ແຕ່ນັ້ນບໍ່ແມ່ນຄວາມຈິງ ເພາະສິ່ງທີ່ເກີດຂຶ້ນຄືຂ້ອຍຊົກຈົບຄົບ 8 ຍົກ ”.