ເນມາ ລະເບີດຟອມກັບທີມຊາດບຣາຊິນ ນັດຫຼ້າສຸດຍິງ 1 ສົ່ງ 1 ພາທີມຊະນະ 6 ນັດລວດຄັດບານໂລກ

481

ເນມາ ກັບມາລະເບີດຟອມກັບທີມຊາດບຣາຊິນ ອີກຄັ້ງ ຫຼັງຍິງ 1 ປະຕູ ແລະ ສົ່ງບານໃຫ້ເພື່ອນຮ່ວມທີມຍິງອີກ 1 ປະຕູຊ່ວຍໃຫ້ທີມເອົາຊະນະ ປາຣາກວາຍ 2-0 ເມື່ອວັນທີ 9 ມິຖຸນາ 2021 ໃນການແຂ່ງຂັນບານໂລກ 2022 ຮອບຄັດເລືອກ ໂຊນອາເມຣິກາໃຕ້ ພ້ອມເກັບໄຊນະ 6 ນັດລວດ ແລະ ໜີຫ່າງ ອາກຊັງຕິນ ທີມອັນດັບ 2 ທີ່ພາດທ່າສະເໝີໄປເລື້ອຍໆ.

ນັດດັ່ງກ່າວ ບຣາຊິນ ໄດ້ປະຕູນໍາຢ່າງໄວວາໃນ 5 ນາທີທໍາອິດຈາກຈັງຫວະທີ່ ກາບຣຽລ ເຊຊຸສ ພາບານຈາກດ້ານຂວາແລ້ວສົ່ງເຂົ້າກາງໃຫ້ກັບ ຮິຊາລິຊອນ ຍິງບໍ່ດີ ແຕ່ບານມາເຂົ້າທາງ ເນມາ ຍິງເຂົ້າໄປຢ່າງສວຍງາມ, ສ່ວນໄລຍະເວລາທີ່ເຫຼືອທໍາທ່າວ່າຈະບໍ່ມີປະຕູເພີ່ມ ແຕ່ໄລຍະຕໍ່ເວລາບາດເຈັບ ບຣາຊິນ ມາໄດ້ປະຕູຕ໊ອກຢໍ້າໄຊຊະນະ ເມື່ອ ເນມາ ຜ່ານບານມາໃຫ້ ກາບຣຽລ ບາໂບຊາ ຍິງດ້ວຍຊ້າຍເຂົ້າໄປຕູໄປຈົບເກມ ບຣາຊິນ ເອົາຊະນະໄປ 2-0.

ຈາກຜົນດັ່ງກ່າວເຮັດໃຫ້ ບຣາຊິນ ເກັບໄຊຊະນະ 6 ນັດລວດມີ 18 ຄະແນນ ໜີຫ່າງອັນດັບ 2 ອາກຊັງຕິນ ( ນັດຫຼ້າສຸດນໍາກ່ອນ 2-0 ແຕ່ຖືກ ໂຄລົມບີ ຕີສະເໝີໄລຍະຕໍ່ເວລາບາດເຈັບ 2-2 ) ໄປແລ້ວ 6 ຄະແນນ, ສ່ວນ ປາຣາກວາຍ ມີ 7 ຄະແນນຢູ່ອັນດັບທີ 6, ສໍາລັບ ຮອບຄັດເລືອກໂຊນອາເມຣິກາໃຕ້ ແມ່ນມີ 10 ຊາດຮ່ວມຄັດເລືອກຄັດເອົາ 5 ທີມຜົນງານດີທີ່ສຸດເຂົ້າຮອບສຸດທ້າຍ, ສ່ວນທີມອັນດັບທີ 6 ແມ່ນຈະໄປແຂ່ງຂັນຮອບເພລອ໊ອຟກັບທີມຈາກພາກພື້ນອື່ນ ເພື່ອລຸ້ນເຂົ້າຮອບສຸດທ້າຍ.