ໄປເບິ່ງ 11 ສະໜາມ 11 ເຈົ້າພາບ ຄັ້ງປະຫວັດສາດໃນບານເຕະ ຢູໂຣ 2020

1006

ການແຂ່ງຂັນບານເຕະຊີງແຊ້ມແຫ່ງຊາດເອີຣົບ ຫຼື ຢູໂຣ 2020 ທີ່ເລື່ອນການແຂ່ງຂັນມາຈັດໃສ່ລະຫວ່າງວັນທີ 12 ມິຖຸນາ – 12 ກໍລະກົດ 2021 ໄດ້ມີການກໍານົດຢ່າງເປັນທາງການໃຊ້ 11 ໜາມ ແລະ 11 ປະເທດເຈົ້າພາບ ເຊິ່ງເປັນຄັ້ງປະຫວັດສາດທີ່ຈັດຂຶ້ນໃນ 11 ປະເທດໃນງານດຽວ.
ມື້ນີ້ທີມຂ່າວເສດຖະກິດ-ການຄ້າ ຈະພາໄປເບິ່ງ 11 ສະໜາມແຂ່ງຂັນທີ່ໃຊ້ໃນລາຍການນີ້ ຫຼັງຈາກທີ່ມີການສະເໜີເປັນເຈົ້າພາບ ແລະ ມີການຄັດເລືອກຈົນເຫຼືອ 11 ສະໜາມໃນ 11 ປະເທດດັ່ງນີ້:

1.ສະໜາມ Wembley Stadium ຕັ້ງຢູ່ນະຄອນຫຼວງລອນດອນ ປະເທດອັງກິດ ຮັບຮອງຜູ້ເຂົ້າຊົມການແຂ່ງຂັນເຖິງ 90.000 ທີ່ນັ່ງ ເຊິ່ງສະໜາມແຫ່ງນີ້ໄດ້ຖືກປັບປຸງໃໝ່ ເພື່ອເປັນສະໜາມແຂ່ງຂັນ ຢູໂຣ 2020 ທີ່ໃຫຍ່ທີ່ສຸດ ເຊິ່ງຈະໃຊ້ໃນການແຂ່ງຂັນຮອບຮອງຊະນະເລີດ ແລະ ຮອບຊີງຊະນະເລີດ.

2.ສະໜາມ Stadio Olimpico ຕັ້ງຢູ່ນະຄອນຫຼວງໂຣມ ປະເທດອິຕາລີ ບັນຈຸໄດ້ເຖິງ 72.700 ທີ່ນັ່ງ ( ເຄີຍຈັດບານໂລກ ເມື່ອປີ 1990 ) ໃຊ້ແຂ່ງຮອບແບ່ງກຸ່ມ ແລະ ຮອບກ່ອນຮອງຊະນະເລີດ.

3.ສະໜາມ National Stadium (Baku Olympic Stadium) ຕັ້ງຢູ່ນະຄອນຫຼວງບາກູ ປະເທດອາເຊີໄບຈານ ບັນຈຸໄດ້ 69.870 ທີ່ນັ່ງ ໃຊ້ແຂ່ງຮອບແບ່ງກຸ່ມ ແລະ ຮອບກ່ອນຮອງຊະນະເລີດ.

4.ສະໜາມ Kretowski Stadium ຕັ້ງຢູ່ເມືອງເຊນປິເຕີສະເບິກ ປະເທດຣັດເຊຍ ບັນຈຸໄດ້ 69.000 ທີ່ນັ່ງ ໃຊ້ແຂ່ງຮອບແບ່ງກຸ່ມ ແລະ ຮອບກ່ອນຮອງຊະນະເລີດ.

5.ສະໜາມ Allianz Arena ສະໜາມໃນບ້ານຂອງສະໂມສອນຊັ້ນນໍາຢ່າງ ບາເຢິນ ມິວນິກ ຕັ້ງຢູ່ເມືອງມິວນິກ ປະເທດເຢຍລະມັນ ບັນຈຸໄດ້ເຖິງ 67.812 ທີ່ນັ່ງ ໃຊ້ແຂ່ງຂັນຮອບແບ່ງກຸ່ມ ແລະ ຮອບກ່ອນຮອງຊະນະເລີດ.

6.ສະໜາມ Ferenc Puskas Stadium ຕັ້ງຢູ່ນະຄອນຫຼວງບູຄາເປສ ປະເທດຮົງກາລີ ບັນຈຸໄດ້ 67.215 ທີ່ນັ່ງ ໃຊ້ແຂ່ງຮອບແບ່ງກຸ່ມ ແລະ ຮອບ 16 ທີມສຸດທ້າຍ.

7.ສະໜາມ Olympic Stadium ຕັ້ງຢູ່ເມືອງເຊບີຢາ ປະເທດສະເປນ ບັນຈຸໄດ້ 57,619 ທີ່ນັ່ງ ໃຊ້ແຂ່ງຮອບແບ່ງກຸ່ມ ແລະ ຮອບ 16 ທີມສຸດທ້າຍ.

8.ສະໜາມ National Stadium ຕັ້ງຢູ່ນະຄອນຫຼວງບູຄາເຣສ ປະເທດຣູມານີ ບັນຈຸໄດ້ 55.600 ທີ່ນັ່ງ ໃຊ້ແຂ່ງຮອບແບ່ງກຸ່ມ ແລະ ຮອບ 16 ທີມສຸດທ້າຍ.

9.ສະໜາມ Johan Cruyff Arena ຕັ້ງຢູ່ເມືອງອໍາສະເຕີດໍາ ປະເທດຮອນແລນ ບັນຈຸໄດ້ 52.960 ທີ່ນັ່ງ ໃຊ້ແຂ່ງຮອບແບ່ງກຸ່ມ ແລະ ຮອບ 16 ທີມສຸດທ້າຍ.

10.ສະໜາມ Hampden Park ຕັ້ງຢູ່ເມືອງກາສໂກວ ປະເທດສະກ໊ອດແລນ ບັນຈຸໄດ້ 52.500 ທີ່ນັ່ງ ໃຊ້ແຂ່ງຮອບແບ່ງກຸ່ມ ແລະ ຮອບ 16 ທີມສຸດທ້າຍ.

11.ສະໜາມ Parken Stadium ຕັ້ງຢູ່ນະຄອນຫຼວງໂຄເປນເຮເກນ ປະເທດເດັນມາກ ບັນຈຸໄດ້ 38.000 ທີ່ນັ່ງ ໃຊ້ແຂ່ງຮອບແບ່ງກຸ່ມ ແລະ ຮອບ 16 ທີມສຸດທ້າຍ.