ເປີດໂຕໜຸ່ມໄຟແຮງ Mister supranational Laos 2021 ຕ້າ ພິມມະສອນ

893

ຂໍສະແດງຄວາມຍິນດີ ແລະ ມາທຳຄວາມຮູ້ຈັກຫນຸ່ມຫລໍ່ ຜູ້ຊະນະເລີດ ເຈົ້າຂອງຕຳແຫນ່ງ Mister Supranational Laos 2021 ຫນຸ່ມ ຕ້າ ພິມມະສອນ ສິງສະຫວັນ ອາຍຸ 23ປີ ປັດຈຸບັນເປັນນາຍເເບບ ເເລະ ນັກສະເເດງ ຈາກສັງກັດ Tara academy, ແລະ ຜົນງານລ່າສຸດໃຫມ່ໆສົດໆຮ້ອນໆກັນເລີຍ ກໍແມ່ນການໄດ້ຮັບຕຳເເຫນ່ງ Mister Supranational Laos 2021 ທີ່ໄດ້ປະກາດໄປໃນວັນທີ  5ມິຖຸນາ ຜ່ານມານີ້

ເວົ້າໄດ້ວ່າຫນຸ່ມຄົນນີ້ເປັນທີ່ຖືກໃຈແຟນໆ ທີ່ຈະເປັນຕົວແທນຊາຍລາວ ໄປປະກວດໃນເວທີສາກົນ ທີ່ປະເທດໂປແລນໃນໄວໆນີ້ ຄາດວ່າຈະແມ່ນເດືອນສິງຫາ 2021ນີ້ ແລະ ມື້ນີ້ມາທຳຄວາມຮູ້ຈັກກັບນ້ອງຕ້າໃຫ້ຫລາຍຂຶ້ນ ໂດຍນ້ອງໄດ້ໃຫ້ສຳພາດວ່າ: ເມືອຮູ້ວ່າຕົນເອງໄດ້ຮັບຕຳແຫນ່ງແມ່ນຮູ້ສືກຕື່ນເຕັ້ນ ເເລະ ດີໃຈຫລາຍທີ່ໄດ້ເປັນຕົວເເທນຂອງປະເທດລາວ ຈະໄປປະກວດສູ່ເວທີສາກົນ ເຊິ່ງກ່ອນຈະເດີນທາງໄປນ້ອງເອງກໍໄດ້ມີການກຽມຕົວຫລາຍຢ່າງສົມຄວນ ເປັນຕົ້ນແມ່ນການກະກຽມທາງດ້ານພາສາ ເເລະ ການໂພສຖ່າຍເເບບ , ການເດີນເເບບ, ບຸກຄະລິກກະພາບ ເເລະ ການກຽມຝິດຫຸ່ນໃຫ້ຫຸ່ນອອກມາໄດ້ດີທີ່ສຸດ.

ສໍາລັບ ຫນຸ່ມຕ້າເອງ ໄດ້ມີຜົນງານໃນວົງການບັນເທີງລາວມາຫລາຍຢ່າງບໍ່ວ່າຈະເປັນການຖ່າຍເເບບ ,ຊີຣີ, ການຖ່າຍໂຄສະນາສີນຄ້າ ແລະອື່ນໆ ນອກຈາກນີ້ ຕ້າຍັງເຄີຍເຂົ້າຮ່ວມການປະກວດເວທີ Mister working men international ຢູ່ທີ່ປະເທດໄທ ໃນປີ2019 ອີກດ້ວຍ

ສໍາລັບກິດຈະກຳຍາມວ່າງທີ່ມັກເຮັດຢູ່ເປັນປະຈຳກໍເເມ່ນການຫລິ້ນກິຕ້າ ແລະ ການອອກກຳລັງກາຍໃນທຸກໆວັນ ເພື່ອສຸຂະພາບ ແລະ ຫຸ່ນທີ່ດີ ສຸດທ້າຍນີ້ ຕ້າເອງກໍຂໍຝາກແຟນໆ ທຸກຄົນເປັນກຳລັງໃຈໃຫ້ ເເລະ ເອົາເເຮງໃຈຊ່ວຍເຊຍຕ້າເເດ່ເດີ.

ທີມຂ່າວບັນເທີງພວກເຮົາກໍຂໍເປັນກຳລັງໃຈໃຫ້ໜຸ່ມຕ້າຈົ່ງເຮັດໜ້າທີ່ຂອງຕົນຢ່າງສຸດຄວາມສາມາດ ແລະ ຝາກຫນຸ່ມຄົນນີ້ໄວ້ໃນອ້ອມໃຈທຸກຄົນ ພ້ອມຂໍໃຫ້ທຸກຄົນຮ່ວມເຊຍ ແລະ ເປັນກໍາລັງໃຈໃຫ້ຫນຸ່ມລາວທີ່ຈະເປັນຕົນແທນປະເທດລາວສູ່ເວທີສາກົນດ້ວຍ.