ນາລາ Miss Supranational Laos ປີນີ້ບໍ່ທຳມະດາງາມ ການສຶກສາສູງດີກຣີນັກຮຽນນອກ

808

ສະແດງຄວາມຍິນດີກັບນ້ອງ ນາຣາທິບ ສີຣິປະພັນ ຫຼື ນາລາ ອາຍຸ 23ປີ ຜູ້ຄອບຄອງມຸງກຸດ ຂອງ Miss Supranational Laos 2021 ແລະ ສົ່ງໄປປະກວດທີ່ໂປແລນ ເຊິ່ງການປະກາດຜົນໄດ້ມີຂຶ້ນໃນວັນທີ 5 ມິຖຸນາຜ່ານມາ ເວົ້າເຖິງສາວງາມຄົນນີ້ ບໍ່ທໍາມະດາເລີຍ ນອກຈາກຄວາມງາມແລ້ວ ຍັງມີດີກຣີເປັນເຖິງນັກຮຽນນອກ ເຊິ່ງນ້ອງໄດ້ຮັບທຶນການສຶກສາຈາກລັດຖະບານຮັງກາຣີ ຈົບການສຶກສາມາຈາກ Szent István University ປະເທດຮັງກາລີ.

ນ້ອງນາລາ Miss Supranational Laos ໄດ້ໃຫ້ສໍາພາດກັບທີມຂ່າວບັນເທີງວ່າ: ຮູ້ສຶກດີໃຈ ແລະ ເປັນກຽດຫຼາຍທີ່ໄດ້ຮັບຕຳແໜ່ງ ບໍ່ຄິດວ່າຕົນເອງຈະໄດ້ເພາະໝູ່ແຕ່ລະຄົນກໍລ້ວນແລ້ວແຕ່ມີຄວາມຮູ້ຄວາມສາມາດກັນໝົດ ແຕ່ນ້ອງກໍດີໃຈທີ່ທາງກອງປະກວດ ເພິ່ນເຫັນເຖິງຄວາມຕັ້ງໃຈ ແລະ ຄວາມສາມາດໃນໂຕນ້ອງ ເມື່ອໄດ້ຮັບຕຳແຫນ່ງແລ້ວກໍ ຈະມີການກຽມຕົວ ແລະ ເຮັດວຽກບ້ານຫຼາຍພໍສົມຄວນເລີຍບໍ່ວ່າຈະເປັນເລື່ອງຮ່າງກາຍ, ສຸຂະພາບ, ແລະ ທີ່ສຳຄັນແມ່ນການຝຶກເລື່ອງແນວຄວາມຄິດກັບ ການເວົ້າການວ່າໃຫ້ດີ ນາຣາຈະມັກເອົາຄວາມຮູ້ໃໝ່ໆເຂົ້າໂຕ ແລະ ພັດທະນາໂຕເອງໄປແຕ່ລະມື້ຢູ່ສະເຫມີ ເພາະຄວາມຮູ້ບໍ່ມີມື້ສິ້ນສຸດ.

ສ່ວນການເບິ່ງແຍງຕົນເອງກໍຄືການອອກກຳລັງກາຍ, ກິນອາຫານໃຫ້ຄົບຄາບ ແລະ ທີ່ສຳຄັນສຸດແມ່ນການເບິ່ງແຍງສຸຂະພາບຈິດ ເພາະຕອນນີ້ເຮົາທຸກຄົນແມ່ນຢູ່ຊ່ວງ lockdown ເຮັດທຸກຢ່າງມີການປ່ຽນແປງບໍ່ວ່າຈະເປັນເລື່ອງຊິວິດການເປັນຢູ່ ຫຼື ເສດຖະກິດບ້ານເມືອງ ສະນັ້ນເຮົາຄວນເບິ່ງແຍງສຸຂະພາບຈິດຂອງເຮົາໃຫ້ດີໂດຍການຄິດບວກ ແລະ ໃຫ້ກຳລັງໃຈໂຕເອງຢູ່ສະເໝີ.

ສໍາລັບຜົນງານທີ່ຜ່ານມາຂອງນາລາ ກໍຈະແມ່ນການຮ່ວມແຂ່ງປະກວດຮ້ອງເພງ Pepsi Singing Contest ປີ 2014&2015 ແລະ ຕິດ 1 ໃນ 12 ຄົນສຸດທ້າຍໝົດສອງປີ, ສະແດງຊີຣີເລື່ອງ “Until you ຈົນກວ່າໄດ້ຮັກກັນ”, ການຮ່ວມເຂົ້າແຂ່ງຄວາມສາມາດທີ່ວິທະຍາໄລທີ່ຮຽນຕອນຢູ່ຮັງກາຣີ, ເປັນ ກໍໄດ້ເປັນໜຶ່ງໃນ 10 ຂອງ Miss World Laos 2021 ແລະ ປັດຈຸບັນກໍແມ່ນໄດ້ຮັບຕຳແໜ່ງ Miss Supranational Laos 2021. ກິດຈະກຳຍາມວ່າງແມ່ນມັກເຮັດໂຄເວີ້ເພງຫຼິ້ນ, ຊ່ວຍເອື້ອຍຂາຍເຄື່ອງ, ເບິ່ງໜັງ ຟັງເພງ, ຮຽນເຮັດເພງ ແລະ ແຕ່ງເພງ.

ສຸດທ້າຍ ຝາກໃຫ້ທຸກຄົນເຊຍແລະເປັນກຳລັງໃຈທີ່ດີໃຫ້ກັບນາລາທີ່ຈະໄປປະກວດ ແລະ ເປັນຕົວແທນຂອງປະເທດລາວໃນເວທີສາກົນ ຢູ່ເວທີ Miss Supranational 2021 ແນ່ເດີ້ ສາມາດຮ່ວມໃຫ້ກຳລັງໃຈນາລາໄດ້ຜ່ານເພຈ Miss Supranational Laos ແລະ facebook: Narathip NaLa , instagram: @nalaax