9 ມິຖຸນາ ລາວ ມີຜູ້ຕິດເຊື້ອ 1 ຄົນ ມີສະເພາະ ນວ ແຕ່ປະຈຸບັນຍັງຕິດຕໍ່ຜູ້ກ່ຽວບໍ່ໄດ້

749

ໃນວັນທີ 9 ມິຖຸນາ 2021 ທ່ານ ດຣ.ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ.

ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ໄດ້ກ່າວວ່າ: ມາຮອດປະຈຸບັນ ທົ່ວປະເທດມີຕົວເລກສະສົມທົ່ວປະເທດ1.971 ກໍລະນີ (ໃໝ່ 1) ເສຍຊີວິດ 3 ກໍລະນີ, ປິ່ນປົວຫາຍດີສະສົມ 1.793 ກໍລະນີ (ໃໝ່ 20) ກຳລັງປິ່ນປົວ 173 ກໍລະນີ; ວັນທີ 8 ມິຖຸນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.401 ຕົວຢ່າງ ກວດພົບຜູ້ຕິດເຊື້ອທັງໝົດ 1 ກໍລະນີ, ທັງໝົດແມ່ນຈາກນະຄອນຫຼວງວຽງຈັນ ແລະ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ຕິດເຊື້ອຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ.

ທ່ານກ່າວຕື່ມວ່າ: ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 57 ສູນ ແລະ ມີຜູ້ຈຳກັດບໍລິເວນ 3.866 ຄົນ; ວັນທີ 8 ມິຖຸນາ 2021 ມີຄົນເດີນທາງເຂົ້າມາ ສປປ ລາວ ມີທັງໝົດ 2.540 ຄົນ, ດັ່ງຕໍ່ໄປນີ້: ຜ່ານດ່ານລາວ-ໄທ ມີ 1.794  ຄົນ; ຜ່ານດ່ານລາວ-ຈີນ 16 ຄົນ; ຜ່ານດ່ານລາວ-ຫວຽດນາມ 728 ຄົນ ແລະ ຜ່ານຊາຍແດນລາວ-ກຳປູເຈຍ 2 ຄົນ. ໄດ້ຕິດຕາມເຝົ້າລະວັງ ແລະ ກັ່ນກອງຢ່າງເຄັ່ງຄັດບຸກຄົນທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ທີ່ມີຄວາມຈຳເປັນເດີນທາງເຂົ້າ-ອອກ ສປປ ລາວ ໃນໄລຍະນີ້ ແລະ ໄດ້ນຳໄປກວດຫາເຊື້ອ ແລະ ເຂົ້າຈຳກັດບໍລິເວນຕົນເອງຈົນຄົບ 14 ວັນ. ຮຽກຮ້ອງໃຫ້ ເຈົ້າໜ້າທີ່ ປກຊ ປກສ ແລະ ອຳນາດການປົກຄອງແຕ່ລະຂັ້ນ ຈົ່ງເຂັ້ມງວດໃນການກວດກາຕິດຕາມຊາຍແດນຈຸດຂ້າມລອຍຕ່າງໆເພື່ອຮັບປະກັນບໍ່ໃຫ້ມີການລັກລອບເຂົ້າເມືອງ.

ສຳລັບສະຖານທີ່ ເກັບຕົວຢ່າງ ເພື່ອກວດຫາເຊື້ອ ພະຍາດໂຄວີດ-19 ມີດັ່ງນີ້: ສຳລັບນະຄອນຫຼວງວຽງຈັນ ມີ 5 ໂຮງໝໍສູນກາງ ແລະ ໂຮງໝໍ 103 ສູນກາງກອງທັບ ນອກນັ້ນ, ສຳລັບຈຸດກວດ ຢູ່  ມສ ລາວ ຫວຽດ ແມ່ນຍ້າຍໄປເປັນ ມສ ສີໂຄດ ທີ່ຍັງໃຫ້ບໍລິການ ເກັບຕົວຢ່າງ 9-12 ໂມງ ທຸກມື້ ແລະ ຖ້າມີກໍລະນີບວກ (+) ໃໝ່ ຢູຈຸດໃດ ຈະມີທີມງານເຄື່ອນທີ່ໄປເກັບຕົວຢ່າງຜູ້ສຳພັດໃກ້ຊິດ ໃນຈຸດ ທີ່ມີກໍລະນີຜູ້ຕິດເຊື້ອໃໝ່ປະຈຸບັນ ຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນມີ 17 ບ້ານ ໃນ 6 ເມືອງ.