ກອງພັນທີ 9 ຈັດຕັ້ງຍິງລູກປືນແທ້ໃຫ້ທະຫານໃໝ່

567

ເມື່ອມໍ່ໆມານີ້ ຄະນະພັກ – ຄະນະບັນຊາ ກອງພັນທະຫານຮາບທີ 9 ທີ່ຂຶ້ນກັບກອງພົນທະຫານຮາບທີ 4 ໄດ້ຈັດຕັ້ງຍິງລູກປືນແທ້ໃຫ້ທະຫານໃໝ່ ໂດຍການເປັນປະທານຂອງ ສະຫາຍ ພັນໂທ ບຸນຊົມ ເຮືອງສະຫວ່າງ ຮອງຫົວໜ້າຫ້ອງເສນາທິການ ກອງພົນທະຫານຮາບທີ 4, ມີສະຫາຍ ພັນໂທ ຄຳແຜ່ນ ໄຊຍະຄຳ ຫົວໜ້າການທະຫານກອງພັນທີ 9, ມີຄະນະພັກ – ຄະນະບັນຊາ ຕະຫຼອດຮອດ ພະນັກງານ – ນັກຮົບ ແລະ ທະຫານໃໝ່ເຂົ້າຮ່ວມຢ່າງພ້ອມພຽງ.


ສະຫາຍ ພັນໂທ ຄຳແດງ ຈູມກາລີ ຫົວໜ້າການທະຫານກອງຮ້ອຍທີ 3 ຮັບຜິດຊອບທະຫານໃໝ່ ໄດ້ຜ່ານແຜນການປະຕິບັດການຍິງລູກປືນແທ້ ແລະ ພ້ອມທັງປະກາດລະບຽບໃນການອອກສະໜາມເພື່ອຮັບປະກັນຄວາມປອດໄພ 100% ຜ່ານການປະຕິບັດການຍິງລູກປືນແທ້ເຫັນໄດ້ວ່າ: ແຕ່ລະສະຫາຍມີຄວາມຈູບຈ້າວຫ້າວຫັນ, ມີຄວາມຕັ້ງອົກ ຕັ້ງໃຈເປັນພິເສດ, ກຳໄດ້ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ສາມາດຕີລາຄາຂັ້ນເກັ່ງ 20 ສະຫາຍ ເທົ່າກັບ 40 %, ຂັ້ນດີ 18 ສະຫາຍ ເທົ່າກັບ 36 %,ຄາດໝາຍ 12 ສະຫາຍ ເທົ່າກັບ 24 %.


ໂອກາດນີ້ ສະຫາຍ ພັນໂທ ບຸນຊົມ ເຮືອງສະຫວ່າງ ຮອງຫົວໜ້າຫ້ອງເສນາທິການກອງພົນທະຫານຮາບທີ 4 ໄດ້ໂອ້ລົມ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການປະຕິບັດການຍິງລູກປືນແທ້ຂອງອ້າຍນ້ອງທະຫານໃໝ່ໃນຄັ້ງນີ້, ສາມາດຮັບປະກັນຄວາມປອດໄພ 100%, ກຳໄດ້ບັນດາທ່າຈັ່ງວະທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ແລະ ໄດ້ຮັບໝາກຜົນຕາມແຜນການຂອງຂັ້ນເທິງວາງໄວ້; ຮຽກຮ້ອງໃຫ້ທະຫານໃໝ່ເອົາໃຈໃສ່ພ້ອມກັນຄົ້ນຄວ້າພາກທິດສະດີແຕ່ລະພາກເພື່ອນຳໄປຈັດຕັ້ງຢູ່ກົມກອງຂອງຕົນທີ່ຈະໄດ້ໄປສັງກັດໃຫ້ໄດ້ຮັບຜົນດີ.

ຂ່າວ – ພາບໂດຍ: ຮ້ອຍເອກ ສຸກັນ ພູມວິໄລສັກ