ສາມຫຼ່ຽມຄໍາ ໄຟຂຽວໃຫ້ແຮງງານລາວທີ່ຢາກອອກລົງທະບຽນ ເພື່ອເດີນທາງກັບຄືນທ້ອງຖິ່ນ

486

ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ,​ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ,​ກະຊວງແຜນການ ແລະ ການລົງທຶນ​ ອອກແຈ້ງການ​ ເລກທີ​ 353/ຄຂສພ.ບກ,​ ບໍ່ແກ້ວ,​ ລົງ​ວັນທີ​ 8​ ມິຖຸນາ​ 2021​ ເຖິງພະນັກງານ, ກຳມະກອນ ແລະ ຊາວຜູ້ອອກແຮງງານຢູ່ພາຍໃນເຂດ ເສດຖະກິດພິເສດສາມຫຼ່ຽມຄໍາ ( ຜູ້ອອກແຮງງານທີ່ເປັນຄົນລາວ ) ເລື່ອງການແຈ້ງລົງທະບຽນ ເພື່ອເດີນທາງກັບຄືນທ້ອງຖິ່ນຂອງຕົນ.

ອີງຕາມການຊີ້ນຳຂອງຄະນະຮັບຜິດຊອບໃນການປ້ອງກັນ, ຄວບຄຸມ, ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຂວງບໍ່ແກ້ວ​ ຄັ້ງວັນທີ 08 ມິຖຸນາ 2021, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ຈຶ່ງໄດ້ແຈ້ງການດັ່ງນີ້:

1. ການຮັບແຈ້ງລົງທະບຽນແຮງງານລາວ ທັງພາຍໃນແຂວງບໍ່ແກ້ວ ແລະ ຕ່າງແຂວງ ແມ່ນຈະໄດ້ເລີ່ມເປີດຮັບ
ແຈ້ງລົງທະບຽນໃໝ່ໃນວັນທີ 08 ຫາ 12 ມິຖຸນາ 2021.​

2. ແຮງງານລາວທີ່ມີຈຸດປະສົງຈະເດີນທາງກັບແມ່ນຈະໄດ້ແຈ້ງຕາມຄວາມປະສົງຂອງຕົນເອງແທ້ ແລະ ສົ່ງຂໍ້
ມູນຕໍ່ກັບປະຫວັດຂອງຕົນໃຫ້ພະນັກງານຮັບຜິດຊອບວຽກງານຂອງ ຄະນະຄຸ້ມຄອງເຂດເສດຖະກິດພິເສດ
ແຂວງບໍ່ແກ້ວ, ເອກະສານທີ່ຈະຕ້ອງໄດ້ສົ່ງ ປະກອບມີ: ບັດປະຈຳຕົວ, ສຳມະໂນຄົວ ຫຼື ພັດສະປອດ,​ ໃບຢັ້ງຢືນການສັກຢາວັກຊີນຄົບສອງເຂັມ.​

3. ການເດີນທາງ ຜູ້ທີ່ຈະເດີນທາງຕ້ອງຮັບຜິດຊອບຄ່າໃຊ້ຈ່າຍເອງ ຄ່າພັກເຊົາ, ຄ່າອາຫານ, ຄ່າລົດ, ສ່ວນຄ່າ
ກວດຫາເຊື້ອໂຄວິດ ແມ່ນບໍ່ໄດ້ເສຍຄ່າກວດ ( ລາຍລະອຽດຄ່າໃຊ້ຈ່າຍແມ່ນສອບຖາມກັບພະນັກງານທີ່
ຮັບຜິດຊອບລົງທະບຽນ).​

4. ສະຖານທີ່ເຕົ້າໂຮມແຮງງານແມ່ນຢູ່ບ້ານພັກແຮງງານເຂດ ຕຶກທີ I, ເຊິ່ງຜູ້ທີ່ຈະເດີນທາງຕ້ອງມາເຕົ້າໂຮມຢູ່
ສະຖານທີ່ດັ່ງກ່າວດ້ວຍຕົນເອງ, ຖ້າບໍ່ມີພາຫະນະ ກໍ່ໃຫ້ແຈ້ງກັບພະນັກງານຜູ້ທີ່ຮັບຜິດຊອບລົງທະບຽນໃຫ້
ຮັບຮູ້ ແລະ ກະກຽມພາຫະນະເພື່ອໄປຮັບ-ສົ່ງອອກ.
ດັ່ງນັ້ນ ຈຶ່ງແຈ້ງການມາເພື່ອຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ສາມາດປະສານງານຫາຜູ້ຮັບຜິດຊອບແຮງງານຕ່າງແຂວງ – ທ່ານ ພອນໄຊສີພາວັນ ເມືໂທ 020 97251666
– ທ່ານ ນ. ພິມພາພອນ ພັນທະມິດ 020 54766427
ຮັບຜິດຊອບແຮງງານພາຍໃນແຂວງ
– ທ່ານ ບຸນເຖິງ ແກ້ວດໍາເພັງ 020 55787989
– ທ່ານ ຄຳມີບຸນ ໄຊຫີບ 020 9772551