ມາດຕະການກະຕຸ້ນເສດຖະກິດດີຕໍ່ ອາເມຣິກາ ເຖິງວ່າມີຄວາມສ່ຽງເງິນເຟີ້

308

ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ນາງ ເຈເນັດ ເຢລເລັນ ລັດຖະມົນຕີກະຊວງການເງິນ ຂອງສະຫະລັດອາເມຣິກາ ເປີດເຜີຍເມື່ອວັນທີ 6 ມິຖຸນາຜ່ານມາວ່າ: ມາດຕະການກະຕຸ້ນເສດຖະກິດ ໃນວົງເງິນ 4 ພັນຕື້ໂດລາ ທີ່ສະເໜີໂດຍປະທານາທິບໍດີ ໂຈ ໄບເດັນ ຂອງສະຫະລັດອາເມຣິກາ ເປັນຜົນດີຕໍ່ອາເມຣິກາ ເຖິງແມ່ນວ່າອາດເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນ ລວມທັງອາດເຮັດໃຫ້ທະນາຄານກາງອາເມຣິກາ ( ເຟດ ) ປັບຂຶ້ນອັດຕາດອກເບ້ຍກໍຕາມ.

ລັດຖະມົນຕີກະຊວງການເງິນ ອາເມຣິກາ ກ່າວວ່າ: ຫາກພວກເຮົາສ້າງສະພາບແວດລ້ອມ ເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນເລັກໜ້ອຍ ກໍຈະເປັນຜົນດີຕໍ່ທ່າອ່ຽງຂອງສັງຄົມ ແລະ ແນວທາງຂອງເຟດ ເນື່ອງຈາກທີ່ຜ່ານມາພວກເຮົາໄດ້ຕໍ່ສູ້ກັບອັດຕາເງິນເຟີ້ທີ່ຢູ່ໃນລະດັບຕ່ຳເກີນໄປ ແລະ ອັດຕາດອກເບ້ຍຕ່ຳເກີນໄປມາເປັນເວລາຍາວນານນັບທົດສະວັດ, ພວກເຮົາຕ້ອງຍູ້ດັນໃຫ້ບັນຫາເຫຼົ່ານັ້ນກັບຄືນໄປຢູ່ໃນລະດັບປົກກະຕິ ແລະ ຫາກສິ່ງດັ່ງກ່າວນີ້ຈະຊ່ວຍໃຫ້ສະຖານະການດີຂຶ້ນ ກໍຖືວ່າບໍ່ແມ່ນເລື່ອງຮ້າຍແຮງ ແຕ່ມັນເປັນເລື່ອງດີດ້ວຍຊ້ຳ.

ທັງນີ້, ປະທານາທິບໍດີ ໂຈ ໄບເດັນ ໄດ້ຮຽກຮ້ອງໃຫ້ສະພາຄອງເກຣຊ ສະຫະລັດອາເມຣິກາ ຮັບຮອງເອົາແຜນດັ່ງກ່າວທີ່ຄວບຄຸມເຖິງຮ່າງກົດໝາຍ American Jobs Plan ໃນວົງເງິນ 2,3 ພັນຕື້ໂດລາ ເພື່ອລົງທຶນໃນໂຄງສ້າງພື້ນຖານ ແລະ ຮ່າງກົດໝາຍ American Families Plan ໃນວົງເງິນ 1,8 ພັນຕື້ໂດລາ ເພື່ອຊ່ວຍເຫຼືອພາກຄົວເຮືອນທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ – 19.