G7 ບັນລຸຂໍ້ຕົກລົງປະຕິຮູບພາສີທົ່ວໂລກ

231

ລັດຖະມົນຕີ ກຸ່ມປະເທດຈີ 7 ໄດ້ບັນລຸຂໍ້ຕົກລົງຕາມການສະເໜີຂອງສະຫະລັດອາເມຣິກາ ທີ່ຮຽກຮ້ອງໃຫ້ບໍລິສັດທົ່ວໂລກຕ້ອງເສຍພາສີຢ່າງໜ້ອຍ 15% ຂອງລາຍໄດ້ ພາຍຫຼັງ ທ່ານ ຣີຊີ ສຸນາກ ລັດຖະມົນຕີ ກະຊວງການເງິນຂອງອັງກິດ ໃນຖານະເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີການເງິນ ກຸ່ມປະເທດເສດຖະກິດກ້າວໜ້າ ( ຈີ 7 ) ປະກອບດ້ວຍສະຫະລັດອາເມຣິກາ, ເຢຍລະມັນ, ຝຣັ່ງ, ອິຕາລີ, ການາດາ, ຍີ່ປຸ່ນ ແລະ ອັງກິດ ໄດ້ຈັດການຖະແຫຼງເມື່ອບໍ່ດົນມານີ້ວ່າ: ຫຼັງຈາກໄດ້ປຶກສາຫາລືກັນມາຫຼາຍປີ ລັດຖະມົນຕີການເງິນ ຈີ 7 ໄດ້ບັນລຸຂໍ້ຕົກລົງຄັ້ງປະຫວັດສາດ ເລື່ອງການປະຕິຮູບລະບົບພາສີໂລກ ເພື່ອໃຫ້ເໝາະກັບຍຸກດິຈິຕອນ ແລະ ເພື່ອສ້າງຫຼັກປະກັນວ່າບໍລິສັດເສຍພາສີຢ່າງຖືກຕ້ອງ ແລະ ຍຸຕິທຳ.

ທັງນີ້, ໃນເບື້ອງຕົ້ນປະທານາທິບໍດີ ໂຈ ໄບເດັນ ຂອງສະຫະລັດອາເມຣິກາ ໄດ້ສະເໜີໃຫ້ທົ່ວໂລກເກັບພາສີຂັ້ນຕ່ຳ 21% ເພື່ອບໍ່ໃຫ້ປະເທດຕ່າງໆໃຊ້ພາສີຕ່ຳ ເພື່ອດຶງດູດນັກລົງທຶນທົ່ວໂລກ ແຕ່ຫຼັງຈາກການເຈລະຈາຢ່າງໜັກໜ່ວງ ຈຶ່ງກຳນົດຖານພາສີຢູ່ທີ່ 15% ຖືວ່າເປັນຂ່າວດີ ສຳລັບປະເທດໃດທີ່ຂາດແຄນເງິນສົດ ແລະ ພະຍາຍາມຟື້ນຟູເສດຖະກິດຫຼັງໂຄວິດ – 19.