ຮ້ານອາຫານແວວດາວ ແຈກອາຫານ ໃຫ້ແກ່ ນັກຮຽນ ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງອຸດົມໄຊ

419

ທ້າຍອາທິດຜ່ານມານີ້ ທ່ານ ນາງ ບົວຄຳ ປັນຍາສິດ ເຈົ້າຂອງທຸລະກິດ ຮ້ານອາຫານແວວດາວ ພ້ອມດ້ວຍຄອບຄົວ ໄດ້ນຳເອົາອາຫານໄປແຈກຢາຍໃຫ້ແກ່ນ້ອງນັກຮຽນ ທີ່ໂຮງຮຽນ ສາມັນກິນນອນ ຊົນ ເຜົ່າແຂວງອຸດົມໄຊ.

ທ່ານ ນາງ ບົວຄຳ ປັນຍາສິດ ກ່າວວ່າ: ການນຳເອົາອາຫານ ມາແຈກຢາຍໃຫ້ບັນດານ້ອງນັກຮຽນນີ້ ກໍເພື່ອເປັນການ ບັນເທົາ, ແບ່ງເບົາ, ປັນນ້ຳໃຈ ໃຫ້ແກ່ນ້ອງນັກຮຽນ ກໍຄື ຂອງໂຮງຮຽນສາມັນກິນນອນຊົນເຜົ່າແຂວງອຸດົມໄຊ ເນື່ອງຈາກວ່າໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19ນີ້ ທຸກຄົນຕ້ອງໄດ້ປະຕິບັດຕາມມາດຕະການລ໋ອກດາວ ນັກຮຽນບໍ່ສາມາດກັບບ້ານ ແລະ ບໍ່ສາມາດອອກໄປຊອກຢູ່ຫາກິນນອກບໍລິເວນໄດ້ ອີງໃສ່ອັດຕາອາຫານໃນແຕ່ລະວັນ ກໍພໍບັນເທົາ ແຕ່ບໍ່ພຽງພໍກັບຄວາມຕ້ອງການໃນການບໍລິໂພກປະຈຳວັນ.

ສະນັ້ນ ຮ້ານອາຫານແວວດາວ ພ້ອມດ້ວຍຄອບຄົວ ຈິ່ງໄດ້ນຳເອົາອາຫານໄປແຈກຢາຍໃຫ້ແກ່ນ້ອງນັກຮຽນ. ໃນໄລຍະ ຜ່ານມາທາງຮ້ານອາຫານແວວດາວ ກໍໄດ້ມີການເຄື່ອນໄຫວ ແຈກຢາຍອາຫານມາແລ້ວຫລາຍສະຖານທີ່.

ໂອກາດດັ່ງກ່າວ ທ່ານ ສົມຈັນ ພົນທະສິດ ອຳນວຍການໂຮງຮຽນ ສາມັນກິນນອນຊົນເຜົ່າ ແຂວງອຸດົມໄຊ ກໍໄດ້ສະແດງຄວາມຂອບໃຈ ມາຍັງຮ້ານອາຫານແວວດາວ ທີ່ໃຫ້ການຊ່ວຍເຫຼືອ ແລະ ອຸປະຖຳ ດ້ານອາຫານໃຫ້ແກ່ນັກຮຽນ ແລະ ຫວັງວ່າຈະໄດ້ຮັບການອຸປະຖຳຈາກພາກສ່ວນຕ່າງໆຕື່ມອີກ

ສຳລັບອາຫານທີ່ຮ້ານອາຫານແວວດາວ ນຳມາແຈກຢາຍໃຫ້ແກ່ນ້ອງນັກຮຽນ ສາມັນກິນນອນຊົນເຜົ່າແຂວງອຸດົມໄຊ ມີທັງຫມົດ 450 ກ່ອງ ລວມເປັນມູນຄ່າ 9 ລ້ານກີບ. ໂອກາດດັ່ງກ່າວ ໂຮງຮຽນ ສາມັນກິນນອນຊົນເຜົ່າ ໄດ້ມອບໃບກຽດຕິຄຸນໃຫ້ແກ່ຮ້ານອາຫານແວວດາວ ເພື່ອເປັນການສົມມະນາຄຸນ.