ເຕືອນພາກເໜືອ-ກາງເຝົ້າລະວັງຝົນຕົກໜັກ, ດິນເຈື່ອນ 7-10 ມິຖຸນານີ້

482

ພະຍາກອນອາກາດອາທິດນີ້, ກົມອຸຕຸມີຄຳເຕືອນໃຫ້ເຝົ້າລະວັງ ຝົນຕົກຟ້າຮ້ອງຟ້າເຫຼື້ອມ, ລົມແຮງ ແລະ ດິນເຈື່ອນໃນໄລຍະວັນທີ 7 – 10 ມິຖຸນາ ຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ, ຂໍໃຫ້ປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວມີສະຕິລະມັດລະວັງ.


ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກບົດລາຍງານສະພາບອາກາດ ເລກທີ 0647/ກອຕທ, ລົງວັນທີ 7 ມິຖຸນາ 2021 ຄາດຄະເນສະພາບອາກາດ ໃນໄລຍະວັນທີ 7-12 ມິຖຸນາ 2021 ວ່າ: ໃນໄລຍະວັນທີ 7 ຫາ 10 ມິຖຸນານີ້ ຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານພາກເໜືອ ຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມຢູ່ທຸກພາກຂອງປະເທດລາວ ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປເປັນບໍລິເວນກ້ວງ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ. ຈາກນັ້ນ ໄລຍະວັນທີ 11 – 13 ມິຖຸນາ 2021 ອາກາດຈະຮ້ອນຂຶ້ນຕື່ມອີກ ແລະ ສະພາບຝົນໂດຍທົ່ວໄປຈະມີຝົນຕົກຫຼຸດລົງໃນແຕ່ລະພາກ ໂດຍສະເພາະເຂດພາກໃຕ້ຈະມີຝົນຕົກໜ້ອຍ.


ນອກຈາກນີ້, ຍັງມີຄຳເຕືອນ ເພື່ອເຝົ້າລະວັງ ຝົນຕົກຟ້າຮ້ອງຟ້າເຫຼື້ອມ, ລົມແຮງ ແລະ ດິນເຈື່ອນໃນໄລຍະວັນທີ 7 – 10 ມິຖຸນານີ້ ເນື່ອງຈາກຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານພາກເໜືອຂອງປະເທດລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປເປັນບໍລິເວນກ້ວາງ ແລະ ຕົກ ປານກາງ ຫາ ໜັກ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.

ດັ່ງນັ້ນ, ປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບ ຝົນຕົກຟ້າຮ້ອງຟ້າເຫຼື້ອມຕິດຕໍ່ກັນຫຼາຍວັນ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີດິນເຈື່ອນເກີດຂຶ້ນໄດ້ຢູ່ບາງທ້ອງຖິ່ນແຂວງພາກເໜືອ. ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້:
ພາກເໜືອດ້ານຕາເວັນອອກ: ອາກາດຮ້ອນຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປເປັນບໍລິເວນກ້ວາງ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນແຂວງ ຜົ້ງສາລີ, ອຸນຫະພູມຕໍ່າສຸດ 19 – 21 ອົງສາ ແລະ ສູງສຸດ 28 – 30 ອົງສາ.


ພາກເໜືອດ້ານຕາເວັນຕົກ: ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ອຸດົມໄຊ, ຫຼວງນ້ຳທາ, ບໍ່ແກ້ວ, ຫຼວງພະບາງ ແລະ ໄຊຍະບູລີ, ອຸນຫະພູມຕໍ່າສຸດ 24 – 26 ອົງສາ ແລະ ສູງສຸດ 36-36 ອົງສາ.
ພາກກາງ: ອາກາດຮ້ອນ ຫາ ຮ້ອນເອົ້າ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ອຸນຫະພູມຕ່ຳສຸດ 25 – 27 ອົງສາ ແລະ ສູງສຸດ 36 – 36 ອົງສາ.


ສະເພາະແຂວງໄຊສົມບຸນ: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 16 – 18 ອົງສາ ແລະ ສູງສຸດ 28 – 30 ອົງສາ.
ພາກໃຕ້: ອາກາດຮ້ອນ ຫາ ຮ້ອນເອົ້າ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປເປັນບໍລິເວນກ້ວາງແລະ ຕົກປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ຈຳປາສັກ, ອັດຕະປື ແລະ ເຊກອງ. ອຸນຫະພູມຕໍ່າສຸດ 24 – 26 ອົງສາ ແລະ ສູງສຸດ 36 –38 ອົງສາ. ສະເພາະເຂດພູພຽງບໍລະເວນ: ມີຝົນຕົກຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມຈະມີລົມພັດແຮງຢູ່ບາງບໍລິເວນອຸນຫະພູມຕ່ຳສຸດ 14 – 16 ອົງສາ ແລະ ສູງສຸດ 26 – 28 ອົງສາ.


ນະຄອນຫຼວງວຽງຈັນ: ອາກາດຮ້ອນ ຫາ ຮ້ອນເອົ້າ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 25 – 27 ອົງສາ ແລະ ສູງສຸດ 35 – 37 ອົງສາ.