ເລີ່ມມີຂ່າວດີ 8 ມິຖຸນາ ລາວ ມີຜູ້ຕິດເຊື້ອ 2 ຄົນ ສະເພາະຢູ່ໃນ ນວ ທັງໝົດ

549

ໃນວັນທີ 8 ມິຖຸນາ 2021 ທ່ານ ດຣ.ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່; ທ່ານ ຮສ. ດຣ. ນາງ ຮສ.ດຣ ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ.


ທ່ານ ດຣ. ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ໄດ້ກ່າວວ່າ: ມາຮອດປະຈຸບັນ ທົ່ວປະເທດມີຕົວເລກສະສົມທົ່ວປະເທດ1.970 ກໍລະນີ (ໃໝ່ 2) ເສຍຊີວິດ 3 ກໍລະນີ, ປິ່ນປົວຫາຍດີສະສົມ 1.773 ກໍລະນີ (ໃໝ່ 53) ກຳລັງປິ່ນປົວ 191 ກໍລະນີ; ວັນທີ 7 ມິຖຸນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.485 ຕົວຢ່າງ ກວດພົບຜູ້ຕິດເຊື້ອທັງໝົດ 2 ກໍລະນີ ທັງໝົດແມ່ນຈາກນະຄອນຫຼວງວຽງຈັນ ແລະ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ຕິດເຊື້ອຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ ແມ່ນຕິດເຊື້ອມາຈາກ ກຸ່ມຜູ້ຕິດເຊື້ອຢູ່ຫ້ອງເຊົ່າບ້ານຕານມີໄຊ ແລະ ອີກ ກໍລະນີໜຶ່ງແມ່ນຕິດເຊື້ອມາຈາກກຸ່ມ ຢູ່ອາພາດເມັນອຸດົມພອນ.

ທ່ານກ່າວຕື່ມວ່າ: ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 57 ສູນ ແລະ ມີຜູ້ຈຳກັດບໍລິເວນ 3.866 ຄົນ; ວັນທີ 7 ມິຖຸນາ 2021 ມີຄົນເດີນທາງເຂົ້າມາ ສປປ ລາວ ມີທັງໝົດ 1.821 ຄົນ, ດັ່ງຕໍ່ໄປນີ້: ຜ່ານດ່ານລາວ-ໄທ ມີ 982 ຄົນ; ຜ່ານດ່ານລາວ-ຈີນ 54 ຄົນ; ຜ່ານດ່ານລາວ-ຫວຽດນາມ 785 ຄົນ ໄດ້ຕິດຕາມເຝົ້າລະວັງ ແລະ ກັ່ນກອງຢ່າງເຄັ່ງຄັດບຸກຄົນທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ທີ່ມີຄວາມຈຳເປັນເດີນທາງເຂົ້າ-ອອກ ສປປ ລາວ ໃນໄລຍະນີ້ ແລະ ໄດ້ນຳໄປກວດຫາເຊື້ອ ແລະ ເຂົ້າຈຳກັດບໍລິເວນຕົນເອງຈົນຄົບ 14 ວັນ. ຮຽກຮ້ອງໃຫ້ ເຈົ້າໜ້າທີ່ ປກຊ ປກສ ແລະ ອຳນາດການປົກຄອງແຕ່ລະຂັ້ນ ຈົ່ງເຂັ້ມງວດໃນການກວດກາຕິດຕາມຊາຍແດນຈຸດຂ້າມລອຍຕ່າງໆເພື່ອຮັບປະກັນບໍ່ໃຫ້ມີການລັກລອບເຂົ້າເມືອງ.


ສຳລັບສະຖານທີ່ ເກັບຕົວຢ່າງ ເພື່ອກວດຫາເຊື້ອ ພະຍາດໂຄວີດ-19 ມີດັ່ງນີ້: ສຳລັບນະຄອນຫຼວງວຽງຈັນ ມີ 5 ໂຮງໝໍສູນກາງ ແລະ ໂຮງໝໍ 103 ສູນກາງກອງທັບ ນອກນັ້ນ, ຍັງມີຈຸດກວດ ຢູ່ ມສ ລາວ ຫວຽດ ທີ່ຍັງໃຫ້ບໍລິການ ເກັບຕົວຢ່າງ 9-12 ໂມງ ທຸກມື້ ແລະ ຖ້າມີກໍລະນີບວກ (+) ໃໝ່ ຢູຈຸດໃດ ຈະມີທີມງານເຄື່ອນທີ່ໄປເກັບຕົວຢ່າງຜູ້ສຳພັດໃກ້ຊິດ ໃນຈຸດ ທີ່ມີກໍລະນີຜູ້ຕິດເຊື້ອໃໝ່ປະຈຸບັນ ຈຳນວນບ້ານແດງ ໃນນະຄອນຫຼວງວຽງຈັນ ແມ່ນມີ 17 ບ້ານ ໃນ 6 ເມືອງ.