ຫວຽດນາມ ໂຊຄວາມເປັນໜຶ່ງຂອງອາຊຽນ ຖະຫຼົ່ມ ອິນໂດເນເຊຍ ເຂົ້າຮອບ 12 ທີມຄັດບານໂລກ

582

ທີມຊາດຫວຽດນາມ ຮັກສາສະຖິຕິບໍ່ເສຍໃຫ້ກັບທີມໃດໃນການແຂ່ງຂັນບານໂລກ 2022 ຮອບຄັດເລືອກໂຊນອາຊີ ຮອບ 2 ຂອງກຸ່ມ G ຫຼັງຈາກທີ່ຫຼ້າສຸດໃນວັນທີ 8 ມິຖຸນາ 2021 ລົງສະໜາມນັດທີ 6 ສາມາດເອົາຊະນະ ທີມຊາດອິນໂດເນເຊຍ ຂາດລອຍ 4-0 ຢຶດທີມນໍາຂອງຕາຕະລາງຢ່າງໜຽວແໜ້ນ.

ນັດດັ່ງກ່າວ ທີມຊາດຫວຽດນາມ ໄດ້ 4 ປະຕູຈາກ ຫງຽນ ຕຽນ ລິງ ນາທີໆ 51, ຫງຽນ ຫວາງ ໄຫ່ ນາທີໆ 62, ຫງຽນ ຄອງ ເຟືອງ ນາທີໆ 97 ແລະ ຫວູ ວານ ແທັງ ນາທີໆ 74 ກ່ອນເອົາຊະນະ ອິນໂດເນເຊຍ 4-0 ເກັບເພີ່ມເປັນ 14 ຄະແນນ ຢຶດທີມນໍາຕາຕະລາງຄະແນນລວມ ພ້ອມທັງສ້າງປະຫວັດສາດເຂົ້າສູ່ຮອບ 12 ທີມສຸດໃນຄັດບານໂລກ 2022 ໂຊນອາຊີ ເຫຼືອພຽງລຸ້ນກັບ ທີມຊາດສະຫະລັດອາຣັບເອເມເຣດ ທີ່ມີ12ຄະແນນ ຈາກການລົງແຂ່ງຂັນ 6 ນັດເທົ່າກັນ ເພື່ອຍາດແຊັມກຸ່ມ.

ສ່ວນທີມທີ່ເຫຼືອຂອງກຸ່ມ G ອັນດັບ 3 ທີມຊາດໄທ ມີ 9 ຄະແນນຈາກ 7 ນັດ, ອັນດັບ 4 ມາເລເຊຍ ລົງແຂ່ງຂັນ 6 ນັດມີ 9 ຄະແນນ ຍັງມີລຸ້ນອັນດັບ 2 ຂອງກຸ່ມ ໂດຍສະເພາະ ທີມຊາດໄທ ເກືອບຈະໝົດລຸ້ນແລ້ວ ເພາະຕ້ອງລຸ້ນໜັກຕ້ອງຊະນະ ມາເລເຊຍ ໃນວັນທີ 15 ມິຖຸນາ 2021 ນັດສຸດທ້າຍ ແລະ ລຸ້ນໃຫ້ ທີມຊາດສະຫະລັດອາຣັບເອເມເຣດ ເສຍ 2 ນັດສຸດທ້າຍ ເພື່ອໃຫ້ມີ 12 ຄະແນນເທົ່າກັນແລ້ວວັດຜົນປະຕູໄດ້ເສຍ, ສ່ວນ ອິນໂດເນເຊຍ ມີ 1 ຄະແນນຕົກຮອບແລ້ວ.