5 ວິທີ “ ຫຼຸດຜື່ນຄັນ ” ເທິງຜິວໜັງຢ່າງໄວວາ

973

ມື້ນີ້ຜູ້ຂຽນຈະບອກກ່ຽວກັບວິທີການຫຼຸດຜື່ນຄັນດ້ວຍວິທີຕໍ່ໄປນີ້:

1 ໃຊ້ຄີມອາບນ້ຳປະສົມເຂົ້າໂອ໊ດ

ເຂົ້າໂອ໊ດມັກຖືກໃຊ້ເປັນສ່ວນປະສົມໃນຄຣີມອາບນ້ຳຂ້ອນຂ້າງຫຼາຍ ເພາະສາມາດໃຫ້ຄວາມຊຸ່ມຊື່ນນຸ່ມນວນກັບຜິວໄດ້ ເຊິ່ງຫາກຜິວມີຄວາມຊຸ່ມຊື່ນນຸ່ມນວນດີ ກໍຈະເຮັດໃຫ້ບໍ່ມີ ຫຼື ມີອາການຜື່ນແພ້ໜ້ອຍລົງຫຼາຍ ລວມເຖິງການອາບນ້ຳຮ່ວມກັບຜະລິດຕະພັນກຸ່ມເບິ່ງແຍງຜິວ ຫຼື ມີສ່ວນປະສົມທີ່ຊ່ວຍບຳລຸງຜິວໃຫ້ຊຸ່ມຊື່ນ ກໍຊ່ວຍຫຼຸດອາການຜື່ນແພ້ທີ່ມັກເກີດຈາກຜິວໜັງແຫ້ງຫຼາຍໆໄດ້.

May be an image of text

2 ໃຊ້ຫວ້ານຫາງແຂ້

ຫວ້ານຫາງແຂ້ ຫຼື Aloe Vela ຈະໃຫ້ຄວາມເຢັນ ເຊິ່ງເມື່ອໃຊ້ກັບຜິວໜັງທີ່ມີຜື່ນຄັນແລ້ວຈະເຮັດໃຫ້ອາການຄັນໜ້ອຍລົງ, ນອກຈາກນີ້ຍັງມີ moisturizer ທີ່ຊ່ວຍໃຫ້ ຄວາມຊຸ່ມຊື່ນແກ່ຜິວ ເມື່ອຜິວມີຄວາມຊຸ່ມຊື່ນ ແລະ ນຸ່ມນວນຫຼາຍຂຶ້ນອາການຜື່ນຄັນກໍຈະຫຼຸດລົງຢ່າງຊັດເຈນ.

3 ໃຊ້ຄາລາມາຍໂລຊັ່ນ

ຄາລາມາຍໂລຊັ່ນ ຫຼື Bubble Gum Pink Liquid ຄືຢານ້ຳທີ່ມີກິ່ນຫອມເຢັນ ສາມາດຫຼຸດອາການຄັນໄດ້ຢ່າງດີຫາຊື້ໄດ້ງ່າຍ ແລະ ຍັງໃຫ້ ຄວາມຊຸ່ມຊື່ນກັບຜິວພ້ອມ ໃຜທີ່ມີຜື່ນເປັນປະຈຳ ແນະນຳໃຫ້ມີຕິດຖົງເອົາໄວ້ໃຊ້ເມື່ອໄປສະຖານທີ່ຕ່າງໆທັງໃນເຮືອນ, ຫ້ອງການ, ໃນລົດໃຫຍ່ ເພື່ອສາມາດຈັບມາໃຊ້ໄດ້ໃນທຸກເທື່ອທີ່ມີອາການຄັນ.

4 ກິນຢາແກ້ແພ້
ຢາແກ້ແພ້ມີອີກຊື່ໜຶ່ງວ່າ Anti Histamines ໂດຍຜື່ນແພ້ເກີດຈາກການທີ່ຮ່າງກາຍຫຼັ່ງສານ ຮີສຕາມີນອອກມາ ໂດຍມີຫຼາກຫຼາຍສາເຫດທີ່ເຮັດໃຫ້ຮ່າງກາຍຫຼັ່ງສານນັ້ນອອກມາ ເຊັ່ນ: ແພ້ອາຫານ, ຄວາມຄຽດ ຫຼື ສຳຜັດສານເຄມີຕ່າງໆຢາແກ້ແພ້ເລີຍຜະລິດອອກມາ ເພື່ອຢັບຢັ້ງການຫຼັ່ງສານຮີສຕາມີນ ຢາແກ້ແພ້ບາງຊະນິດກິນແລ້ວອາດເຫງົານອນ ຫາກບໍ່ຢາກເຫງົານອນເພາະຕ້ອງເຮັດວຽກ ຫຼື ຂັບລົດ ຄວນປຶກສາແພດໃຫ້ເລືອກຢາແກ້ແພ້ແບບທີ່ກິນແລ້ວບໍ່ເຫງົານອນ.

No photo description available.

5 ຄວບຄຸມຄວາມຄຽດ

ຄວາມຄຽດເປັນສາເຫດຂອງພະຍາດຮ້າຍຕ່າງໆ ລວມເຖິງອາການຜື່ນແພ້ຜື່ນຄັນທີ່ເກີດຂຶ້ນໄດ້ ລອງຫາທາງຫຼຸດຄວາມຄຽດເບິ່ງໃນຫຼາຍໆວິທີ ເຊັ່ນ: ຫາເວລາພັກຜ່ອນ, ເຮັດໃນສິ່ງທີ່ຕົນເອງສົນໃຈ, ສົນທະນາປຶກສາຄົນໃນຄອບຄົງໝູ່ເພື່ອນ ຫຼື ຖ້າຄຽດຫຼາຍໆ ຈົນບໍ່ສາມາດຄວບຄຸມໄດ້ກໍປຶກສາໝໍ, ນອກຈາກນີ້ການນອນພັກຜ່ອນບໍ່ພຽງພໍກໍເປັນສາເຫດຂອງຜື່ນແພ້ຜື່ນຄັນໄດ້ເຊັ່ນກັນ.

May be an image of text

ທີ່ມາ: https://www.sanook.com/health/23425/