ຝ່າຍຄ້ານອິດສະຣາແອນ ຕົກລົງຈັດຕັ້ງລັດຖະບານ ຫວັງລົ້ມນາຍົກຜູ້ເກົ່າ

247

ສຳນັກຂ່າວຕ່າງປະເທດລາຍງານວ່າ: ພັກຝ່າຍຄ້ານອິດສະຣາແອນໄດ້ບັນລຸຂໍ້ຕົກລົງໃນການຮ່ວມກັນຈັດຕັ້ງລັດຖະບານຊຸດໃໝ່ ເພື່ອຢຸດຕິການດຳລົງຕຳແໜ່ງນາຍົກລັດຖະມົນຕີຍາວນານເຖິງ 12 ປີ ຂອງ ທ່ານ ເບນຈາມິນ ເນທັນຢາຮູ.

ລາຍງານລະບຸວ່າ: ທ່ານ ຍາອີ ລາປິດ ຫົວໜ້າພັກ ເຍຊ ອາຕິດ ເຊິ່ງເປັນຜູ້ນຳພັກຝ່າຍຄ້ານຂອງອິດສະຣາແອນໄດ້ແຈ້ງຕໍ່ ທ່ານ ຣູເວັນ ລີຟຣິນ ປະທານາທິບໍດີອິດສະຣາແອນຢ່າງເປັນທາງການວ່າ ໄດ້ບັນລຸຂໍ້ຕົກລົງກັບພັນທະມິດທາງການເມືອງ 8 ພັກ ເພື່ອຈັດຕັ້ງລັດຖະບານຊຸດໃໝ່ແລ້ວໃນເວລາປະມານກ່ອນທ່ຽງຄືນຂອງວັນທີ 2 ມິຖຸນາຜ່ານມາ ຕາມເວລາທ້ອງຖິ່ນ ເຊິ່ງເປັນກຳນົດເສັ້ນຕາຍຂອງການຈັດຕັ້ງລັດຖະບານຊຸດໃໝ່ທີ່ ທ່ານ ລາປິດ ເອີ້ນວ່າ: “ ລັດຖະບານແຫ່ງການປ່ຽນແປງ ” ໂດຍພາຍໃຕ້ຂໍ້ຕົກລົງດັ່ງກ່າວຈະມີການຜັດປ່ຽນກັນເປັນນາຍົກລັດຖະມົນຕີຂອງອິດສະຣາແອນ ໂດຍ ທ່ານ ນາຟທາລີ ເບນເນັດ ຫົວໜ້າພັກ ຢາມີນາ ຈະເປັນນາຍົກກ່ອນເປັນເວລາ 2 ປີ, ຫຼັງຈາກນັ້ນຈະມອບຕໍ່ໃຫ້ ທ່ານ ຍາອີ ລາປິດ ເປັນນາຍົກລັດຖະມົນຕີ ເປັນເວລາ 2 ປີ.

ແນວໃດກໍຕາມ, ຂໍ້ຕົກລົງດັ່ງກ່າວຍັງຈະຜ່ານການເຫັນດີຮັບຮອງຈາກລັດຖະສະພາອິດສະຣາແອນເສຍກ່ອນ ໂດຍຄາດວ່າຈະມີຂຶ້ນໄວໆນີ້ ໂດຍປະທານາທິບໍດີ ລິຟຣິນ ໄດ້ຮຽກຮ້ອງໃຫ້ລັດຖະສະພາຈັດກອງປະຊຸມໂດຍໄວ, ທັງນີ້ຫາກຂໍ້ຕົກລົງດັ່ງກ່າວບໍ່ໄດ້ຮັບການເຫັນດີ 61 ສຽງ ຈາກ 120 ສຽງໃນສະພາ ກໍຖືວ່າເປັນໂມຄະ ແລະ ຈະຕ້ອງຈັດການເລືອກຕັ້ງໃໝ່ ເຊິ່ງຈະເປັນຄັ້ງທີ 5 ໃນຮອບ 2 ປີ.