ຊົມເຊີຍ ບໍລິສັດ ສິງຕາລີ ມອບເຄື່ອງບໍລິໂພກ ໃຫ້ຄະນະສະເພາະກິດແຂວງບໍ່ແກ້ວ 300 ລ້ານກີບ

0
520

ໃນວັນທີ 7 ມິຖຸນາ 2021 ບໍລິສັດ ສິງຕາລີ ມອບເຄື່ອງບໍລິໂພກ ໃຫ້ໜ່ວຍສະເພາະກິດ ແຂວງບໍ່ແກ້ວ ກ່າວຮັບໂດຍ ທ່ານ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ -19 ຂັ້ນແຂວງ.


ບໍລິສັດ ສິງຕາລີ ໄດ້ເອົາເຄື່ອງບໍລິໂພກ (ໝາກມ່ວງ) ຈໍານວນ 1.000 ແກັດ ລວມມູນຄ່າ 300.000.000 ກີບ ມອບໃຫ້ຄະນະສະເພາະກິດປ້ອງກັນ ແລະ ຄອບຄຸມການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ.

ທ່ານຮອງເຈົ້າແຂວງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບອົກຂອບໃຈທີ່ໄດ້ເຫັນຄວາມສໍາຄັນ ແລະ ເປັນຫ່ວງເປັນໄຍ ຕໍ່ຊີວິດຂອງປະຊາຊົນຊາວແຂວງ ບໍ່ແກ້ວ ທີ່ຖືກການຄຸກຄາມຂອງເຊື້ອພະຍາດໂຄວິດ -19. ເຊິ່ງເປັນການປະກອບສ່ວນອັນໃຫຍ່ຫຼວງ ໃນການຈັດຕັ້ງປະຕິບັດວຽກງານຂອງເຈົ້າໜ້າທີ່, ບັນດາພະແນກອ້ອມຂ້າງແຂວງ, ພະນັກງານແພດໝໍ ຢູ່ຕາມຈຸດກວດກາຕ່າງໆໃຫ້ທົ່ວເຖິງ.

LEAVE A REPLY

Please enter your comment!
Please enter your name here