ຜົນງານບໍ່ທຳມະດາ! ສະຫວັນນະເຂດ ປົວຜູ້ຕິດໂຄວິດ-19 ຫາຍດີແລ້ວເກືອບ 50 ຄົນ

380

ສະຫວັນນະເຂດເປັນແຂວງໜຶ່ງທີ່ມີຊາຍແດນຕິດກັບປະເທດໄທ ແລະ ມີແຮງງານໄປເຮັດວຽກເປັນຈຳນວນຫຼາຍ ເມື່ອມີໂຄວິດກໍ່ກັບຄຶນຫຼາຍ ບວກກັບຈຳນວນປະຊາກອນຂອງແຂວງກໍ່ຫຼາຍກວ່າແຂວງອື່ນໆ ນີ້ຈິ່ງເປັນສາເຫດໃຫ້ສະຫວັນນະເຂດມີຜູ້ຕິດເຊື້ອຢ່າງຕໍ່ເນື່ອງມາຈົນຮອດມື້ນີ້ກໍ່ຍັງພົບອີກ 3 ກໍລະນີ.


ແນວໃດກໍ່ຕາມທີມງານແພດໝໍແຂວງສະຫວັນນະເຂດແມ່ນໄດ້ມີຄວາມເອົາໃຈໃສ່ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຢ່າງສຸດຄວາມສາມາດ ມາຮອດປະຈຸັນມີຜູ້ທີ່ປິ່ນປົວຫາຍດີຈາກພະຍາດ ດັ່ງກ່າວແລ້ວລວມທັງໝົດ 49ຄົນ, ໂດຍມາໃນວັນທີ 3 ມີຖຸນາ 2021 ເວລາ 15:00 ໂມງ ທີ່ໂຮງໝໍ ພາກສະໜາມປິ່ນປົວພະຍາດ ໂຄວິດ-19 ຂອງແຂວງ(ວິທະຍາ ໄລວິທະຍາສາດສຸຂະພາບ) ໄດ້ ມີພິທີຈັດສົ່ງຜູ້ທີ່ປິ່ນປົວດີຈາກ ພະຍາດໂຄວິດ-19 ຫາຍດີຈຳ ນວນ 03 ກໍລະນີ ໂດຍການເປັນ ກຽດເຂົ້າຮ່ວມຂອງທ່ານ ດຣ ນາງ ພູວິໄລ ແກ້ວມຸງຄຸນ ຜູ້ອຳນວຍ ການໂຮງໝໍແຂວງ, ທີມແພດປິ່ນ ປົວ, ຄອບຄົວ ແລະອໍານາດການປົກຄອງບ້ານບ່ອນຢູ່ຂອງຄົນເຈັບກໍ່ໄດ້ເຂົ້າຮ່ວມ.


ທ່ານ ດຣ ນາງ ພູວິໄລ ແກ້ວມຸງ ຄຸນ ໄດ້ກ່າວວ່າ: ຜູ້ຕິດເຊື້ອທີ່ມາປິ່ນປົວຫາຍດີແລ້ວນັ້ນ ພາຍຫຼັງທີ່ກັບ ເມືອບ້ານແລ້ວ, ຕ້ອງໄດ້ມີການສືບຕໍ່ແຍກປ່ຽວກັກບໍລິເວນໂຕ ເອງຢູ່ເຮືອນຕື່ມອີກ 14 ວັນ, ໃຫ້ ເອົາໃຈໃສ່ປະຕິບັດມາດຕະການ ປ້ອງກັນຢ່າງເຂັ້ມງວດສຳຄັນ ແມ່ນໃຫ້ຮັກສາໄລຍະຫ່າງທາງ ສັງຄົມ, ໃສ່ຜ້າອັດປາກ ແລະໝັ່ນ ລ້າງມືໃສ່ສະບູ ຫຼືເຈັວຂ້າເຊື້ອເປັນປະຈໍາ ຕະຫຼອດເຖິງການຕິດຕາມ ອຸນຫະພູມ ແລະອາການເຈັບເປັນ ຂອງຕົນເອງໃນແຕ່ລະວັນ, ຖ້າ ມີອາການເຈັບເປັນໃດໜຶ່ງແມ່ນ ໃຫ້ໂທປຶກສາແພດ ເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ.


ຈາກນີ້, ທ່ານຍັງໄດ້ເນັ້ນໜັກໃຫ້ທາງ ຄອບຄົວ ແລະອໍານາດການປົກ ຄອງບ້ານໄດ້ ຊີ້ແຈງຕໍ່ປະຊາຊົນ ພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະໂດຍສະເພາະບໍ່ໃຫ້ມີການລັງ ກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະຄອບຄົວຂອງເຂົາເຈົ້າ, ໃຫ້ ທຸກຄົນໃນສັງຄົມພ້ອມກັນເປັນກຳ ລັງໃຈ ແລະໃຫ້ການສະໜັບ ສະໜູນ ແລະການ ແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍ່ຄືຜູ້ທີ່ປິ່ນປົວດີແລ້ວ ເພື່ອໃຫ້ມີກຳ ລັງໃຈສືບຕໍ່ການປະຕິບັດມາດຕະ ການປ້ອງກັນພະຍາດໂຄວິດ-19 ແລະການດໍາລົງຊີວິດປົກກະຕິ ແບບໃໝ່ ( New normal) ທີ່ ປອດໄພໃນຄອບຄົວ ແລະໃນສັງຄົມ.


ປະຈຸບັນຮອດວັນທີ 3 ມິຖຸນາ 2021 ທົ່ວແຂວງມີຜູ້ຕິດເຊື້ອສະສົມ 108 ຄົນ(ບວກໃສ່ 3 ຄົນໃນວັນທີ 7 ມິຖຸນາລວມເປັນ 111 ຄົນ), ຍັງຄ້າງສູນປິ່ນປົວ 59 ຄົນ, ຍິງ 35 ຄົນ ແລະ ປິ່ນປົວດີແລ້ວ 49 ຄົນ.