ຜູ້ຕິດເຊື້ອ ມີທ່າອ່ຽງຫຼຸດລົງ 7 ມິຖຸນາ ລາວ ມີຜູ້ຕິດເຊື້ອ 5 ຄົນ ຂະນະທີ່ທົ່ວ ນວ ຍັງມີບ້ານແດງ 25 ບ້ານໃນ 7 ເມືອງ

0
800

ວັນທີ 7 ມິຖຸນາ 2021 ລາວ ພົບຜູ້ຕິດເຊື້ອ 5 ຄົນ ໃນນັ້ນ ຢູ່ນະຄອນຫຼວງວຽງຈັນ ມີ 1 ຄົນ, ຈຳປາສັກ 1 ຄົນ, ສະຫວັນນະເຂດ 3 ຄົນ, ເຮັດໃຫ້ຕົວເລກສະສົມທົ່ວປະເທດ ມີຈຳນວນ 1.968 ຄົນ ແລະ ມີຕົວເລກສະສົມຜູ້ເສຍຊີວິດຈຳນວນ 3 ຄົນ.


ໃນວັນທີ 7 ມິຖຸນາ 2021 ທ່ານ ດຣ.ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່; ທ່ານ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ.


ທ່ານ ດຣ. ນາງ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ໄດ້ກ່າວວ່າ: ມາຮອດປະຈຸບັນ ທົ່ວປະເທດມີຕົວເລກສະສົມທົ່ວປະເທດ 1.968 ກໍລະນີ (ໃໝ່ 5), ເສຍຊີວິດ 3 ກໍລະນີ, ປິ່ນປົວຫາຍດີສະສົມ 1.720 ກໍລະນີ (ໃໝ່ 6 ຄົນ), ກຳລັງປິ່ນປົວ 239 ກໍລະນີ, ວັນທີ 6 ມິຖຸນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1.873 ຕົວຢ່າງ ກວດພົບຜູ້ຕິດເຊື້ອທັງໝົດ 5 ກໍລະນີ, ໃນນີ້ ຈາກນະຄອນຫຼວງວຽງຈັນ 1 ກໍລະນີ ແມ່ນ ກໍລະນີຕິດເຊື້ອໃນຊຸມຊົນ ຕິດເຊື້ອຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ. ສຳຫຼັບ ແຂວງສະຫວັນນະເຂດ 3 ກໍລະນີ ແລະ ຈໍາປາສັກ 1 ກໍລະນີ ແມ່ນກໍລະນີນໍາເຂົ້າເຊິ່ງກວດພົບເຊື້ອໃນແຮງງານລາວທີ່ກັບຄືນມາຈາກປະເທດໄທຖືກຕ້ອງຕາມກົດໝາຍ). ສຳລັບການເຝົ້າລະວັງຢູ່ຕາມຈຸດຜ່ານແດນໃນຂອບເຂດທົ່ວປະເທດ ວັນທີ 6 ມິຖຸນາ 2021 ມີຄົນເດີນທາງເຂົ້າມາ ສປປ ລາວ ມີທັງໝົດ 914 ຄົນ, ດັ່ງຕໍ່ໄປນີ້: ຜ່ານດ່ານລາວ-ໄທ ມີ 706 ຄົນ, ຜ່ານສະໜາມບິນສາກົນວັດໄຕ 208 ຄົນ, ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 56 ສູນ ແລະ ມີຜູ້ຈຳກັດບໍລິເວນ 3.764 ຄົນ. ສ່ວນບ້ານແດງຢູ່ນະຄອນຫຼວງວຽງຈັນປະຈຸບັນມີທັງໝົດ 25 ບ້ານ ໃນ 7 ເມືອງ.

LEAVE A REPLY

Please enter your comment!
Please enter your name here