ຊົມເຊີຍ ອຸດົມໄຊຕົວເລກເປັນສູນແລ້ວ ມື້ນີ້ສົ່ງ 8 ຄົນສຸດທ້າຍກັບສູູ່ຄອບຄົວ

452

 

ໃນວັນທີ 6 ມິຖຸນາ2021 ນີ້ ເປັນມື້ສັນວັນດີ ເປັນມື້ແຫ່ງຄວາມພາກພູມໃຈຂອງບັນດາແພດໝໍໃນແຂວງອຸດົມໄຊທີ່ໄດ້ສົ່ງຄົນເຈັບທີ່ຕິດໂຄວິດ-19 ກັບຄືນສູ່ອ້ອມກອດຄອບຄົວເປັນ 8 ຄົນສຸດທ້າຍ ເອີ້ນວ່າຕອນນີ້ຢູ່ໂຮງໝໍແຂວງອຸດົມໄຊແມ່ນບໍ່ມີຜູ້ຕິດເຊື້ອແລ້ວ ແລະ ມື້ນີ້ກໍ່ເປັນມື້ທີສິບສອງແລ້ວທີ່ອຸດົມໄຊ ບໍ່ພົບຜູ້ຕິດເຊື້ອໃໝ່.

ຫຼັງຈາກຄະນະສະເພາະກິດ ແລະ ແພດ-ໝໍ ນຳສົ່ງຜູ້ທີ່ໄດ້ຮັບການປິ່ນປົວຫາຍດີ ຈາກເຊື້ອພະຍາດໂຄວິດ-19 ອອກໂຮງໝໍທັງໝົດແລ້ວ (ກໍລະນີທີ15 ຫາ ກໍລະນີທີ22 ລວມຈຳນວນ 8 ກໍລະນີ) ຄືນສູ່ຄອບຄົວແລ້ວຜູ້ກ່ຽວທັງໝົດຍັງຕ້ອງຢູ່ຕິດຕາມອາການຕໍ່ອີກ 14 ວັນ ເພື່ອມາກວດເຊື້ອຄືນ ຖ້າຜົນເປັນລົບຈິ່ງສາມາດກັບໄປໃຊ້ຊີວິດຕາມປົກກະຕິໄດ້.

ສຳລັບແຂວງອຸດົມໄຊ ແມ່ນມີຜູ້ຕິດເຊື້ອທັງໝົດ 22 ຄົນ ໃນນັ້ນ ເມືອງໄຊຫຼາຍສຸດ 9 ຄົນ ປາກແບງ 6 ຄົນ ເມືອງຫຼາ 3 ຄົນ ເມືອງແບງ 1 ຄົນ ອີກ 2 ຄົນເປັນຄົນຕ່າງແຂວງ ແລະ ຕ່າງປະເທດ 1 ຄົນ.