ສປປລາວ ຕັ້ງເປົ້າສັກຊີນປ້ອງກັນໂຄວິດ-19 ໃຫ້ປະຊາຊົນ ໃຫ້ໄດ້ 50% ຫລື 3,7ລ້ານຄົນ ພາຍໃນປີນີ້

489

ມາຮອດວັນທີ 3 ມິຖຸນາທົ່ວປະເທດໄດ້ສັກສັກຊີນປ້ອງກັນພະຍາດໂຄວິດ-19 ເຂັ້ມ 1 ໄປແລ້ວ 6 ແສນກວ່າຄົນ ຫຼື ປະມານ 9,2% ແລະ ເຂັມ 2 ແມ່ນ 1 ແສນກ່ວາຄົນ. ພ້ອມວາງເປົ້າສັກໃຫ້ໄດ້ 3,7 ລ້ານຄົນ ຫຼື ເທົ່າກັບ 50% ຂອງປະຊາກອນ ພາຍໃນປີນີ້.

ເພື່ອເປັນການສ້າງຄວາມເຂົ້າໃຈເພີ່ມຕື່ມໃຫ້ແກ່ສື່ມວນຊົນກ່ຽວກັບການໃຫ້ວັກຊິນກັນພະຍາດໂຄວິດ-19 ໃນ ສປປ ລາວ ໃນວັນທີ 4 ມິຖຸນາ 2021 ທີ່ກະຊວງສາທາລະສຸກ ໄດ້ມີກອງປະຊຸມຮ່ວມກັບສື່ມວນຊົນ ກ່ຽວກັບວັກຊີນປ້ອງກັນພະຍາດໂຄວິດ-19 ໂດຍການເປັນປະທານຂອງ ທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ, ມີຕາງໜ້າອົງການຢູນີເຊບ, ອົງການອະນາໄມໂລກ ປະຈຳ ລາວ, ພ້ອມດ້ວຍບັນດາສື່ມວນຊົນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.


ທ່ານ ດຣ. ພອນປະເສີດ ອຸນາພົມ ກ່າວວ່າ: ການຈັດກອງປະຊຸມແມ່ນເພື່ອສື່ມວນຊົນໄດ້ເຂົ້າໃຈເພີ່ມຕື່ມກ່ຽວກັບສະພາບການໃຫ້ວັກຊີນກັນພະຍາດໂຄວິດ-19 ທີ່ກໍາລັງໃຫ້ບໍລິການ ແລະ ແຜນການສືບຕໍ່ໃນການໃຫ້ບໍລິການໃຫ້ໄດ້ 50% ຂອງພົນລະເມືອງລາວ, ພ້ອມທັງສົນທະນາ ແລະ ປຶກສາຫາລືໃນການນຳສະເໜີຂ່າວເພື່ອໃຫ້ມວນຊົນເຂົ້າໃຈ ແລະ ຕັດສິນໃຈເຂົ້າຮ່ວມການສັກວັກຊີນໃຫ້ໄດ້ຕາມເປົ້າໝາຍທີ່ກຳນົດໄວ.


ໃນປີ 2021 ລັດຖະບານໄດ້ກໍານົດເປົ້າໝາຍໃຫ້ປະຊາຊົນລາວ ໃຫ້ຮັບວັກຊີນປ້ອງກັນໂຄວິດ-19 ໃຫ້ໄດ້ 50% ຂອງປະຊາກອນທັງໝົດ ຫຼື 3,7 ລ້ານຄົນ ໂດຍ ສປປ ລາວ ໄດ້ຮັບການຊ່ວຍເຫຼືອວັກຊິນກັນໂຄວິດ-19 ຈາກບັນດາປະເທດອ້ອມຂ້າງ ແລະ ບັນດາປະເທດເພື່ອມິດທັງໝົດ 1,4 ລ້ານໂດສ. ໃນນັ້ນ, ມີວັກຊີນ 4 ຊະນິດຄື: ສະປຸກນິກວີ (Sputnik-v), ຊີໂນຟາມ (Sinopharm), ແອສຕຣາເຊນີກາ (Astrazenica) ແລະ ໄຟເຊີ (Pfizer) ເຊິ່ງມີປະຊາຊົນໄດ້ຮັບການສັກວັກຊີນເຂັມທີ 1 ແລ້ວຈໍານວນ 6 ແສນກວ່າຄົນ ແລະ ເຂັມທີ 2 ຈໍານວນ 1 ແສນກວ່າຄົນ ແລະ ກໍາລັງສືບຕໍ່ຈັດຕັ້ງປະຕິບັດ ໃຫ້ສຳເລັດຕາມເປົ້າໝາຍທີ່ໄດ້ກຳນົດໄວ້.


ທ່ານ ດຣ. ພອນປະເສີດ ອຸນາພົມ ຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ຄວາມສຳຄັນຂອງການສັກວັກຊີນປ້ອງກັນພະຍາດໂຄວິດ-19 ນີ້ ຜົນດີຄືຜູ້ທີ່ໄດ້ຮັບວັກຊີນຄົບ 2 ເຂັມແລ້ວ ອັດຕາການເສຍຊີວິດຈາກເຊື້ອພະຍາດຈະຕໍ່າ ເນື່ອງຈາກມີພູມປ້ອງກັນຕ້ານກັບພະຍາດ ເຖິງວ່າຈະຕິດເຊື້ອມັນກໍຈະບໍ່ມີຄວາມຮຸນແຮງ ແລະ ບໍ່ເສຍຊີວິດ, ແຕ່ກົງກັນຂ້າມສຳລັບຜູ້ບໍ່ສັກແມ່ນມີໂອກາດເສຍຊີວິດ.

ສະນັ້ນ, ຮຽກຮ້ອງໃຫ້ທຸກຄົນໄດ້ເຂົ້າເຖິງການບໍລິການສັກວັກຊີນໃຫ້ຄົບ 2 ເຂັມ ຕາມກຳນົດໝາຍ ເພື່ອເຮັດໃຫ້ສາມາດດຳເນີນການໃຫ້ວັກຊີນໃນຮອບຕໍ່ໄປ. ທັງນີ້, ການໃຫ້ວັກຊີນແມ່ນມີຄວາມແຕກຕ່າງກັນ ຈະມີຜູ້ເຂົ້າເຖິງຊ້າ ຫຼື ເຂົ້າເຖິງໄວ ແມ່ນຂຶ້ນກັບການຕັດສິນໃຈຂອງຕົນເອງ ແຕ່ລັດຖະບານຈະບໍ່ປະຖິ້ມໃຜໃວ້ຂ້າງຫຼັງ ໂດຍຈະຊອກທຸກວິທີທາງເພື່ອຈັດຫາວັກຊີນໃຫ້ບໍລິການແກ່ປະຊາຊົນລາວ.

ສະໜັບສະໜູນຂ່າວໂດຍ: