ສ່ອງ ຕະຫຼາດ ແລະ ຈຸດສ່ຽງ ທີ່ຜູ້ຕິດເຊື້ອໄປສຳພັດ

637

ໃນວັນທີ 5 ມິຖຸນາ 2021 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ.


ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ໄດ້ກ່າວວ່າ:ໃນວັນທີ 5 ມິຖຸນາ 2021 ລາວ ກວດພົບຜູ້ຕິດເຊື້ອທັງໝົດ 5 ກໍລະນີ, ກໍລະນີສະສົມ ທັງໝົດ 1.957 ໃນນີ້ ຈາກນະຄອນຫຼວງວຽງຈັນ 2 ກໍລະນີ ແມ່ນ ກໍລະນີຕິດເຊື້ອໃນຊຸມຊົນ ຕິດເຊື້ອຈາກການສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ (1 ຄົນຈາກບ້ານ ທ່າຊ້າງ ເມືອງ ປາກງື່ມ ແລະ ອີກ 1 ຄົນ ຈາກບ້ານໂພນທັນ ເມືອງໄຊເສດຖາ). ສຳຫຼັບແຂວງສະຫວັນນະເຂດ 2 ກໍລະນີ ແລະ ຈໍາປາສັກ 1 ກໍລະນີ ແມ່ນກໍລະນີນໍາເຂົ້າ ເຊິ່ງກວດພົບເຊື້ອໃນແຮງງານລາວທີ່ກັບຄືນມາຈາກປະເທດໄທຖືກຕ້ອງຕາມກົດໝາຍ).


ທ່ານກ່າວຕື່ມວ່າ: ສຳລັບເຂດສ່ຽງ ຫຼື ສະຖານທີ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປຄື: ຕະຫລາດສະພານທອງ ເມືອງສີສັດຕະນາກ ວັນທີ 31 ພຶດສະພາ 2021; ໄປກຸ່ມບ້ານສິນໄຊ ເວລາ 12: 00 ໂມງ: ຮ້ານຕັດຜົມ ໃກ້ກັບຫ້ອງການບ້ານນາບົງ ເມືອງໄຊທານີ; ບ້ານໂພນຂາມ, ເມືອງປາກງື່ມ