ນະຄອນຫຼວງວຽງຈັນ ຈະເລີ່ມສັກວັກຊີນເຂັມທີ 1 ຊະນິດ Pfizer ວັນທີ 15 ມິຖຸນາ 2021 ເປັນຕົ້ນໄປ ໂດຍກຸ່ມເປົ້າຫມາຍບຸລິມະສິດແມ່ນ ຜູ້ອາຍຸ60 ປີຂື້ນໄປ ແລະ ຜູ້ມີພະຍາດປະຈໍາຕົວ.
ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແລງຂ່າວ ປະຈຳວັນທີ5 ມິຖຸນາ 2021ວ່າ: ໃນໄລຍະປະຈຸບັນ ໄດ້ມີການສັກຢາວັກຊິນປ້ອງກັນພະຍາດ ໂຄວິດ 19 ເຂັມທີ 2 ໃນສະຖານທີ່ບໍລິການສາທາລະນະສຸກໃນຂອບເຂດທົ່ວປະເທດ, ຂ້າພະເຈົ້າຮຽກຮ້ອງໃຫ້ບັນດາທ່ານ ຈົ່ງໄປສັກວັກຊິນເຂັ້ມທີ 2 ຕາມກໍານົດເວລາ.
ຖ້າກຸ່ມສ່ຽງ ຫາກໄດ້ຮັບວັກຊິນຄົບ ທັງ ສອງ ໂດສ ກໍ່ຈະເຮັດໃຫ້ ທ່າອ່ຽງຂອງການລະບາດຢູ່ບ້ານເຮົານີ້ ບໍ່ສາມາດແຜ່ລາມໄປໄດ້, ດັ່ງທີ່ພວກເຮົາເຫັນຫຼາຍປະເທດ ທີ່ມີອັດຕາການສັກວັກຊິນສູງ ເລີ່ມຜ່ອນຜັນບັນດາມາດຕະການໃນສັງຄົມ ຕະຫຼອດຮອດການເດີນທາງ. ສໍາລັບຜູ້ທີ່ຍັງບໍ່ທັນໄດ້ຮັບວັກຊິນ ຫຼື ບໍ່ເປັນກຸ່ມສ່ຽງ, ພັກ ແລະ ລັດຖະບານ ໄດ້ຊີ້ນໍາ ແລະ ເລັ່ງລັດໃຫ້ ກະຊວງສາທາລະນະສຸກ ຈັດຫາວັກຊິນ ເພື່ອສັກໃຫ້ປະຊາຊົນໃຫ້ໄດ້ຢ່າງໝ້ອຍ 50 ເປີເຊັນ ຂື້ນໄປ.
ສໍາລັບນະຄອນຫຼວງວຽງຈັນການສັກຢາວັກຊີນເຂັມທີ 1 ຊະນິດ Pfizer ຈະໄດ້ເລີ່ມຕົ້ນສັກວັນທີ 15 ມິຖຸນາ 2021 ເປັນຕົ້ນໄປ. ກຸ່ມເປົ້າຫມາຍບຸລິມະສິດແມ່ນ ຜູ້ອາຍຸ60 ປີຂື້ນໄປ ແລະ ຜູ້ມີພະຍາດປະຈໍາຕົວ. ເພື່ອໃຫ້ອັດຕາການສັກຢາວັກຊີນປົກຄຸມໄດ້ຕາມຄາດໝາຍ.
ດັ່ງນັ້ນ, ຂ້າພະເຈົ້າຈຶ່ງຮຽກຮ້ອງມາຍັງ ອໍານາດການປົກຄອງທ້ອງຖິ່ນ, ພະແນກສາທາລະນະສຸກແຂວງ ກໍ່ຄື ພະແນກການອື່ນໆ ລົງກວດກາ, ຊີ້ນໍາຢ່າງໃກ້ຊິດໃນບັ້ນສັກຢາປ້ອງກັນໃນແຂວງຂອງທ່ານເພື່ອໃຫ້ບັນລຸໃນເປົ້າໝາຍທີ່ໄດ້ວາງໄວ້.