ກະຊວງສຶກສາ ວາງ 11 ມາດຕະການ ສືບຕໍ່ເພີ່ມທະວີປ້ອງກັນພະຍາດໂຄວິດ-19 ໃນຂົງເຂດ ສຶກສາ-ກິລາ

1424

ກະຊວງສຶກສາທິການ ແລະ ກິລາ ອອກແຈ້ງການ ເລກທີ 505/ສສກ  ລົງວັນທີ 4 ມິຖຸນາ 2021 ເລື່ອງການສືບຕໍ່ເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນໄລຍະ ວັນທີ 05 -19 ມິຖຸນາ 2021 ຂອງຂະແໜງການສຶກສາ ແລະ ກິລາ ເພື່ອເປັນການສືບຕໍ່ເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ທົ່ວຂະແໜງການສຶກສາ ແລະ ກິລາ ໃນຂອບເຂດທົ່ວປະເທດ. ຫົວໜ້າຄະນະສະເພາະກິດ ກະຊວງສຶກສາທິການ ແລະ ກິລາ ອອກແຈ້ງການ ດັ່ງນີ້:


1. ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ, ພະນັກງານ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາທຸກຄົນ ສືບຕໍ່ເພີ່ມທະວີປະຕິບັດມາດຕະການຕ່າງໆທີ່ລະບຸໃນຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຄໍາແນະນໍາຂອງຄະນະສະເພາະກິດຂັ້ນສູນກາງ, ຄຳສັ່ງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຄໍາສັ່ງເພີ່ມເຕີມ ແລະ ແຈ້ງການຂອງຫົວໜ້າຄະນະສະເພາະກິດກະຊວງສຶກສາທິການ ແລະ ກິລາ ແລະ ຄໍາສັ່ງ-ຄຳແນະນໍາຂອງຄະນະສະເພາະກິດຂັ້ນແຂວງ/ນະຄອນຫຼວງ ອອກໄປຕື່ມອີກ 14 ວັນ ຢ່າງເຂັ້ມງວດ ນັບແຕ່ວັນທີ 05 ເຖິງ 19 ມິຖຸນາ 2021 ແລະ ມອບໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາທຸກຂັ້ນ ຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ.


2. ມອບໃຫ້ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ ປະສານສົມທົບກັບຄະນະສະເພາະກິດຂັ້ນແຂວງ/ນະຄອນຫຼວງ ຖ້າ ແຂວງ/ນະຄອນຫຼວງ ຫຼື ເມືອງ/ນະຄອນ ທີ່ບໍ່ມີກໍລະນີຜູ້ຕິດເຊື້ອໂຄວິດ-19 ໃໝ່ໃນຊຸມຊົນ ໃນ 14 ວັນຜ່ານມາ (ແຕ່ວັນທີ 21 ພຶດສະພາ – 04 ມິຖຸນາ 2021) ແລະ ສາມາດຈໍາກັດຄົນທີ່ເດີນທາງມາຈາກເຂດທີ່ມີການແຜ່ລະບາດ ແລະ ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ/ນະຄອນ ຫຼວງ, ແມ່ນອະນຸຍາດໃຫ້ເປີດການຮຽນ-ການສອນທຸກຊັ້ນທຸກສາຍໃນສະຖານການສຶກສາ ແລະ ກິລາ ເຊິ່ງປະກອບມີ: ການສຶກສາສາຍສາມັນ, ການສຶກສານອກໂຮງຮຽນ, ອາຊີວະສຶກສາ, ການສຶກສາຄູ ແລະ ການສຶກສາຊັ້ນສູງ, ພ້ອມກັນນີ້ກໍໃຫ້ປຸກລະດົມພໍ່ແມ່ຜູ້ປົກຄອງໃຫ້ສົ່ງລູກ-ຫລານຂອງຕົນກັບເຂົ້າມາຮຽນຄືນ.
3. ໃຫ້ສືບຕໍ່ໂຈະການຮຽນ-ການສອນ ການສຶກສາກ່ອນໄວຮຽນໃນຂອບເຂດທົ່ວປະເທດ ແລະ ສະຖານການສຶກສາ ແລະ ກິລາທຸກຊັ້ນທຸກສາຍ ໃນນະຄອນຫຼວງວຽງຈັນ ແຕ່ວັນທີ 05 ເຖິງ 19 ມິຖຸນາ 2021.


4. ສຳລັບບໍລິເວນ ຫຼື ສະຖານການສຶກສາ ທີ່ຍັງບໍ່ທັນອະນຸຍາດໃຫ້ເປີດການຮຽນ-ການສອນ ແມ່ນໃຫ້ສືບຕໍ່ຈັດການຮຽນ-ການສອນທາງໄກ ຜ່ານທາງໂທລະພາບການສຶກສາ-ກິລາ, ວິທະຍຸ, ນຳໃຊ້ ຄັງປັນຍາລາວ, ນຳໃຊ້ປຶ້ມແບບຮຽນເພື່ອຮຽນຢູ່ເຮືອນ ແລະ ຮູບແບບຕ່າງໆທີ່ເຫັນວ່າເໝາະສົມ; ຖ້າໂຮງຮຽນເອກະຊົນ ຫຼື ເອກະຊົນນາໆຊາດ ທີ່ສາມາດດໍາເນີນການຮຽນ-ການສອນທາງໄກສຳເລັດຕາມຫລັກສູດ ແມ່ນໃຫ້ດໍາເນີນການສອບເສັງຕາມໂຄງການຫລັກສູດຂອງໂຮງຮຽນທີ່ວາງໄວ້.
5. ອະນຸຍາດໃຫ້ຍ່າງອອກກຳລັງກາຍ ແລະ ຫຼີ້ນກິລາກາງແຈ້ງທຸກປະເພດທີ່ຮ່າງກາຍບໍ່ໄດ້ສຳຜັດກັນ ໃນເຂດທີ່ບໍ່ມີກໍລະນີຜູ້ຕິດເຊື້ອໂຄວິດ-19 ໃໝ່ ໃນຊຸມຊົນ 14 ວັນຜ່ານມາ ແຕ່ຕ້ອງໃສ່ຜ້າປິດປາກ-ດັງ, ຮັກສາໄລຍະຫ່າງບໍ່ໃຫ້ຫຼຸດ 2 ແມັດ, ບໍ່ໃຫ້ຈັດກຸ່ມສົນທະນາກັນ, ຫຼິ້ນກິລາ, ຊຸມແຊວ ຫຼື ເຮັດກິດຈະກຳອື່ນໆ ໃນສະຖານທີ່ອອກກຳລັງກາຍ ຢ່າງເດັດຂາດ.
6. ສໍາລັບກິລາກ໊ອບສາມາດເປີດໄດ້ ແຕ່ ນັກກິລາ ແລະ ພະນັກງານບໍລິການໃນສະໜາມກ໊ອບ ຕ້ອງໄດ້ສັກຢາວັກຊີນໃຫ້ຄົບ 2 ເຂັມ; ໃຫ້ເຈົ້າຂອງສະຖານທີ່ດັ່ງກ່າວ ສ້າງແຜນລະອຽດໃນການປະຕິບັດມາດຕະການສະກັດກັ້ນ, ປ້ອງກັນພະຍາດໂຄວິດ-19 ສະເໜີຕໍ່ຄະນະສະເພາະກິດຂັ້ນຂອງຕົນ ເປັນຜູ້ພິຈາລະນາອະນຸມັດເປັນແຕ່ລະກໍລະນີໄປ; ເມື່ອໄດ້ຮັບການອະນຸມັດໃຫ້ເປີດແລ້ວ ຕ້ອງປະຕິບັດຕາມແຜນທີ່ໄດ້ສະເໜີ ແລະ ມາດຕະການທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.


7. ສືບຕໍ່ປິດສູນອອກກຳລັງກາຍ ແລະ ສູນກິລາໃນຮົ່ມທຸກປະເພດ, ລວມທັງບໍ່ອະນຸຍາດໃຫ້ຫຼີ້ນກິລາປະເພດທີ່ຮ່າງກາຍສຳພັດກັນ ແລະ ມີຄວາມສ່ຽງຕໍ່ການແຜ່ເຊື້້ອ ເຊັ່ນ : ບານເຕະ, ຕີມວຍ, ລອຍນໍ້າ ແລະ ອື່ນໆ.
8. ອະນຸຍາດຈັດກອງປະຊຸມ, ປາຖະກະຖາ ແລະ ກິດຈະກຳຕ່າງໆ ທີ່ມີຜູ້ເຂົ້າຮ່ວມຕໍ່າກວ່າ 50 ຄົນ ແຕ່ຕ້ອງສາມາດຮັກສາໄລຍະຫ່າງ 01 ແມັດຂຶ້ນໄປ ທີ່ບໍ່ຢູ່ໃນເຂດແດງ ແຕ່ຕ້ອງໄດ້ປະຕິບັດມາດຕະການຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.
9. ສຳລັບພະນັກງານຂອງຂະແໜງການສຶກສາ ແລະ ກິລາ ທີ່ຢູ່ ນະຄອນຫຼວງວຽງຈັນ ໃຫ້ສືບຕໍ່ຜັດປ່ຽນກັນມາປະຈຳການ ແລະ ຫ້າມບໍ່ໃຫ້ພະນັກງານທີ່ອາໄສຢູ່ໃນເຂດແດງ ຫຼື ເຂດເຫຼືອງ ມາປະຈຳການຢ່າງເດັດຂາດ.
10. ໃຫ້ສືບຕໍ່ປຸກລະດົມຜູ້ບໍລິຫານ, ພະນັກງານ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ໄປຮັບການສັກວັກຊີນກັນພະຍາດໂຄວິດ-19 ໃຫ້ສໍາເລັດຕາມແຜນຂອງຄະນະສະເພາະກິດ.


11. ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ຈົ່ງສືບຕໍ່ມີສະຕິໃນການຮັບຂໍ້ມູນຂ່າວສານຈາກສື່ອອນລາຍ ໂດຍສະເພາະແມ່ນຂ່າວທີ່ບໍ່ມີມູນຄວາມຈິງ ຫ້າມບໍ່ໃຫ້ເຜີຍແຜ່ ຫຼື ແຊຕໍ່ຢ່າງເດັດ ຂາດ, ໃຫ້ຕິດຕາມຂ່າວສານຈາກສື່ອອນລາຍທີ່ເຊື່ອຖືໄດ້ຄື: ສູນຂ່າວສານການແພດສຸຂະສຶກສາ; ສໍາລັບຂໍ້ມູນຂ່າວສານການສຶກສາ ແລະ ກິລາ ໃຫ້ຕິດຕາມຈາກ: Edu-Sport TV online ແລະ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ; ຖ້າມີກໍລະນີຮີບດ່ວນໃຫ້ປະສານ ແລະ ລາຍງານຫາຫ້ອງການກະຊວງສຶກສາທິການ ແລະ ກິລາ, ຈຸດປະສານງານຄະນະສະເພາະກິດກະຊວງສຶກສາທິການ ແລະ ກິລາ ໂທ/ແຟັກ: 021 254702, ຫຼື whatsapp 020 22475552, 020 54922051, ອີເມວ: sungluam210@gmail.com.

ສະໜັບສະໜູນຂ່າວໂດຍ: