ແຂວງໄຊສົມບູນ ເຊັນສັນຍາອະນຸຍາດໃຫ້ ບໍລິສັດ ເຄເຄເອັບຊີຈະເລີນ ເຂົ້າສຳຫຼວດ ແລະ ສຶກສາ ແຮ່ເຫຼັກ ຢູ່ເມືອງລ້ອງແຈ້ງ

1523

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອຊອກຄົ້ນ, ສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ ທາງດ້ານເສດຖະກິດ-ເຕັກນິກ ແຮ່ເຫຼັກ ຢູ່ເຂດບ້ານໜອງພູນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ລະຫວ່າງອົງການປົກຄອງ ແຂວງໄຊສົມບູນ ກັບບໍລິສັດ ເຄເຄເອັບຊີຈະເລີນ ກໍ່ສ້າງເຄຫາສະຖານ, ຂົວ-ທາງ ແລະ ຊົນລະປະທານ ຈຳກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 4 ມິຖຸນາ 2021 ນີ້ ທີ່ສະໂມສອນເມືອງອະນຸວົງ.

ໂດຍການເຂົ້າຮ່ວມເປັນສັກຂີພິຍານ ຂອງທ່ານ ພົຕ ຄຳລຽງ ອຸທະໄກສອນ, ເຈົ້າແຂວງໄຊສົມບູນ, ມີຮອງເລຂາພັກແຂວງ, ສະພາປະຊາຊົນແຂວງ ພ້ອມດ້ວຍຄະນະນຳແຂວງ, ການນຳເມືອງລ້ອງແຈ້ງ, ບໍລິສັດຄູ່ຮ່ວມເຊັນບົດບັນທຶກ ແລະ ທຸກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.


ໃນພິທີ ທ່ານ ສົມບູນ ສອນລິດທິເດດ ຫົວໜ້າຫ້ອງວ່າການແຂວງ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ບໍລິສັດ ເຄເຄເອັບຊີຈະເລີນ ກໍ່ສ້າງເຄຫາສະຖານ, ຂົວ-ທາງ ແລະ ຊົນລະປະທານ ຈຳກັດຜູ້ດຽວ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອຊອກຄົ້ນ, ສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ ທາງດ້ານເສດຖະກິດ-ເຕັກນິກ, ແຮ່ເຫຼັກ ໃນເນື້ອທີ່ 70,68 ກິໂລຕາແມັດ ຢູ່ເຂດບ້ານໜອງພູນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ຊຶ່ງບົດບັນທຶກສະບັບນີ້ ປະກອບມີ 20 ມາດຕາ ໂດຍຂອບເຂດພື້ນທີ່ຈັດຕັ້ງປະຕິບັດ ແມ່ນຢູ່ເຂດບ້ານໜອງພູນໄຊ ເມືອງລ້ອງແຈ້ງ ມີໄລຍະເວລາຂອງບົດບັນທຶກ24 ເດືອນ.

ການຊອກຄົ້ນ ແລະ ສຳຫຼວດ ແຮ່ເຫຼັກ ແມ່ນຢູ່ໃນຂອບເຂດ ທີ່ໄດ້ຮັບອະນຸຍາດ ພ້ອມທັງສ້າງບົດວິພາກເສດຖະກິດ-ເຕັກນິກ ແລະ ບົດສຶກສາຜົນກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທຳມະຊາດ.

ຈາກນັ້ນ ໄດ້ມີພິທີຮ່ວມລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ຢ່າງເປັນທາງການ ຊຶ່ງຕາງໜ້າໃຫ້ອົງການປົກຄອງ ແຂວງໄຊສົມບູນ ໂດຍທ່ານ ໄຊຍະເດດ ວົງສາຣະວັນ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງ ແລະ ຝ່າຍບໍລິສັດ ໂດຍທ່ານ ຄຳກອງ ໄຊຍະສິດ ປະທານບໍລິສັດ ເຄເຄເອັບຊີຈະເລີນ ກໍ່ສ້າງເຄຫາສະຖານ, ຂົວ-ທາງ ແລະ ຊົນລະປະທານ ຈຳກັດຜູ້ດຽວ, ມີຫົວໜ້າພະແນກພະລັງງານ ແລະ ບໍແຮ່ ແຂວງ, ເຈົ້າເມືອງ-ເມືອງລ້ອງໆ ແຈ້ງ ກໍໄດ້ເຂົ້າຮ່ວມເຊັນບົດບັນທຶກຄວາມເຂົ້າໃຈ ຕື່ມອີກ ໂດຍຊ້ອງໜ້າທ່ານເຈົ້າແຂວງໄຊສົມບູນ.

ສະໜັບສະໜູນຂ່າວໂດຍ: