ສົ່ງມອບເຄື່ອງອຸປະກອນ ຊຸດທຳອິດຂອງໂຄງການຮ່ວມມືເຂດຕົວແບບການປ່ອຍອາຍກາກບອນຕ່ຳ ຢູ່ເຂດພັດທະນາກວມລວມໄຊເຊດຖາໄດ້ຈັດຂຶ້ນຢ່າງສໍາເລັດຜົນ

829

ໃນວັນທີ 4 ມິຖຸນາ 2021, ພິທີສົ່ງມອບເຄື່ອງອຸປະກອນ ຊຸດທຳອິດ ຂອງໂຄງການຮ່ວມມື ເຂດສາທິດການປ່ອຍອາຍກາກບອນຕ່ຳ ຢູ່ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນຢ່າງສໍາເລັດຜົນ ທີ່ນະຄອນຢາງໂຈ ແຂວງຈຽງຊູ ປະເທດຈີນ ເຊິ່ງໄດ້ສໍາເລັດການຜະລິດໄຟເຍືອງທາງ LED ຈໍານວນ 2.000 ຊຸດ ແລະ ອຸປະກອນກວດກາຕິດຕາມສິ່ງແວດລ້ອມ ຈໍານວນ 5 ຊຸດ ຈະຈັດສົ່ງໄປເຂດສາທິດການປ່ອຍອາຍກາກບອນຕ່ຳ ຢູ່ເຂດພັດທະນາກວມລວມໄຊເຊດຖາໃນໄວໆນີ້, ເພື່ອເປັນການສະໜັບສະໜູນການຮັບມືຕໍ່ກັບການປ່ຽນແປງດິນຟ້າອາກາດ.

ພາຍໃນພິທີ, ມີທ່ານ ຈ່ຽງ ຈ້າວຫຼີ ຮອງຫົວໜ້າກົມຄຸ້ມຄອງການປ່ຽນແປງດິນຟ້າອາກາດ ກະຊວງນິເວດວິທະຍາ ແລະ ສິ່ງແວດລ້ອມ ສປ ຈີນ ໄດ້ກ່າວວ່າ: ການປະເຊີນໜ້າກັບການປ່ຽນແປງທາງດິນຟ້າອາກາດ ໄດ້ນໍາເອົາສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກ ມາສູ່ການດໍາລົງຊີວິດ ແລະ ການພັດທະນາຂອງມະນຸດ, ທຸກໆປະເທດຄວນຍຶດໝັ້ນໃນຫຼັກການຫຼາຍດ້ານ ແລະ ການຮ່ວມມືກັບທົ່ວໂລກ ໃນການປະຕິ ບັດຮ່ວມກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ຮ່ວມກັນຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດ.

ไม่มีคำอธิบายรูปภาพ

ທັງນີ້ທັງນັ້ນ ສປ ຈີນ ຍາມໃດກໍຕີລາຄາສູງ ຕໍ່ວຽກງານການປ່ຽນແປງຂອງສະພາບດິນຟ້າອາກາດ, ໃນຂະນະທີ່ເຮັດວຽກພາຍໃນປະເທດໄດ້ເປັນຢ່າງດີນັ້ນ, ກໍໄດ້ມີການພັດທະນາຢ່າງເຕັມທີ່ກັບການຮ່ວມມືໃຕ້-ໃຕ້, ຜ່ານການຈັດຕັ້ງປະຕິບັດການຮ່ວມມືຕົວຈິງໃນຫຼາຍຮູບແບບເຊັ່ນ: ໂຄງການຫຼຸດຜ່ອນ ແລະ ປັບຕົວເຂົ້າກັບການປ່ຽນແປງຂອງສະພາບດິນຟ້າອາກາດ, ການຮ່ວມກັນກໍ່ສ້າງເຂດສາທິດການປ່ອຍອາຍກາກບອນຕ່ຳ, ພັດທະນາການຝຶກອົບຮົມຄວາມສາມາດດ້ານການກໍ່ສ້າງ ແລະ ອື່ນໆ.

ປະເທດລາວ ແລະ ປະເທດຈີນ ເປັນປະເທດເພື່ອນບ້ານທີ່ມີໄມຕີຈິດມິດຕະພາບ ເຊື່ອມຈອດກັນດ້ວຍພູຜາ ແລະ ແມ່ນໍ້າ, ອີງຕາມການຊຸກຍູ້ຜັກດັນການສືບຕໍ່ກໍ່ສ້າງແລວທາງເສດຖະກິດລາວ – ຈີນ, ໃນຂະນະທີ່ທັງສອງຝ່າຍໄດ້ມີການຮ່ວມມືກັນໃນຂົງເຂດຂອງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດນັ້ນ ແມ່ນຈະເຮັດໃຫ້ມີອະນາຄົດທີ່ກວ້າງໄກຂຶ້ນກວ່າເກົ່າ.

ທ່ານ ທອງສະຫວັນ ເພຍເທບ ທູດທີ່ປຶກສາ ສະຖານທູດລາວ ປະຈໍາ ສປ ຈີນ ໄດ້ກ່າວວ່າ: ປີນີ້ແມ່ນປີຄົບຮອບ 60 ປີ ແຫ່ງການສ້າງສາຍພົວພັນການທູດລະຫວ່າງລາວ-ຈີນ ໂຄງການດັ່ງກ່າວຈະຊ່ວຍແຕ່ງເຕີມມິດຕະພາບລາວ-ຈີນໃຫ້ເປັນສີຂຽວສົດໃສ ແລະ ກາຍເປັນເສັ້ນທາງທິວທັດ ການຮ່ວມມືລາວ-ຈີນ ທີ່ສະຫວ່າງສວຍງາມເສັ້ນໜຶ່ງ. ຂໍສະແດງຄວາມຂອບໃຈມາຍັງ ສປ ຈີນ ທີ່ໄດ້ໃຊ້ຄວາມພະຍາຍາມ ແລະ ປະກອບສ່ວນເຂົ້າໃນການຊຸກຍູ້ຜັກດັນ ກ່ຽວກັບວຽກງານການຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດ, ຫວັງຢ່າງຍິ່ງວ່າສອງປະເທດລາວ-ຈີນ ໃນອະນາຄົດກໍຈະສືບຕໍ່ຮ່ວມມືກັນໃນຂົງເຂດການປົກປັກຮັກສາສິ່ງແວດລ້ອມ ແລະ ການຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດ, ເພີ່ມທະວີຊຸກຍູ້ຜັກດັນການຮ່ວມມືຂອງທັງສອງຝ່າຍໃນບັນດາຂົງເຂດທີ່ກ່ຽວຂ້ອງຕື່ມອີກ.

อาจเป็นรูปภาพของ 3 คน และผู้คนกำลังยืน

ທ່ານ ສຸນະເດດ ສຸກຈະເລີນ ຮອງຫົວໜ້າກົມແຜນການ ແລະ ການເງິນ ກະຊວງ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ສປປ ລາວ ໄດ້ກ່າວວ່າ: ໂຄງການຮ່ວມມືເຂດຕົວແບບການປ່ອຍອາຍກາກບອນຕໍ່າຢູ່ເຂດກວມລວມໄຊເຊດຖາ ລາວ-ຈີນ ແມ່ນໄດ້ຈັດຕັ້ງປະຕິບັດຕາມ ເນື້ອໃນຂອງບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສປປ ລາວ ແລະ ກະຊວງນິເວດ ແລະ ສິ່ງແວດລ້ອມ ສປ ຈີນ ທີ່ໄດ້ລົງນາມຮ່ວມກັນ ເພື່ອຜັນຂະຫຍາຍ ເນື້ອໃນຈິດໃຈ ແຫ່ງການເປັນຄູ່ຮ່ວມຊາຕາກຳ ຂອງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ທີ່ເປັນຮູບປະທໍາອັນສໍາຄັນ. ຂໍສະແດງຄວາມຂອບໃຈມາຍັງ ຝ່າຍຈີນ ທີ່ໄດ້ປະກອບສ່ວນເຂົ້າໃນການກໍ່ສ້າງເຂດສາທິດການປ່ອຍອາຍກາກບອນຕ່ຳຢູ່ເຂດພັດທະນາກວມລວມໄຊເຊດຖານະຄອນຫລວງວຽງຈັນ, ຫວັງວ່າທັງສອງຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມື, ຮ່ວມກັນຊຸກຍູ້ຜັກດັນການກໍ່ສ້າງເຂດສາທິດການປ່ອຍອາຍກາກບອນຕ່ຳ ແລະ ຈັບມືກັນກ້າວຕາມເສັ້ນທາງສີຂຽວ ໃນການພັດທະນາການປ່ອຍອາຍກາກບອນຕໍ່າ.

ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ, ມີເນື້ອທີ່ທັງໝົດ 1.150 ເຮັກຕາ, ໂດຍແມ່ນການຮ່ວມລົງທຶນພັດທະນາ ລະຫວ່າງ ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ກຸ່ມບໍລິສັດກໍ່ສ້າງ ແລະ ລົງທຶນແຂວງຢູນນານຫຸ້ນສ່ວນຈໍາກັດ. ເຂດພັດທະນາ ແມ່ນໂຄງການຮ່ວມມືທີ່ສຳຄັນ ລະຫວ່າງສອງລັດຖະບານລາວ – ຈີນ, ແມ່ນເຂດການຮ່ວມມືດ້ານເສດຖະກິດການຄ້າຕ່າງປະເທດ ລະດັບຊາດຂອງຈີນ ແລະ ກໍຍັງເປັນເຂດເສດຖະກິດພິເສດລະດັບຊາດຂອງລາວ, ພ້ອມທັງໄດ້ຖືກບັນທຶກເຂົ້າໃນ “ແຜນການປະຕິບັດເນື້ອໃນຈິດໃຈ ແຫ່ງການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ”.

ไม่มีคำอธิบายรูปภาพ

ເຂດພັດທະນາຍຶດໝັ້ນການພັດທະນາ ໃນຮູບແບບ “ການປະສົມປະສານລະຫວ່າງເຂດອຸດສາຫະກຳ ແລະ ຕົວເມືອງທັນສະໄໝ” ໄດ້ມີການຈັດແບ່ງຄຸນລັກສະນະເປັນເຂດອຸດສາຫະກຳ ແລະ ເຂດຕົວເມືອງໃໝ່ວຽງຈັນ, ແຜນງົບປະມານການລົງທຶນແມ່ນປະມານ 5 ຕື້ໂດລາສະຫະລັດ. ໃນປັດຈຸບັນ, ເຂດພັດທະນາໄດ້ສຳເລັດການກໍ່ສ້າງໂຄງລ່າງພື້ນຖານ ຂອງໄລຍະທີ 1 ທີ່ມີເນື້ອທີ່ 400 ເຮັກຕາ, ພ້ອມທັງສາມາດດຶງດູດນັກລົງທຶນໄດ້ເກືອບ 100 ບໍລິສັດໃຫ້ເຂົ້າມາລົງທຶນພາຍໃນເຂດ, ກຳລັງຊຸກຍູ້ຜັກດັນຢ່າງຮອບດ້ານເຂົ້າໃນການກໍ່ສ້າງໂຄງລ່າງພື້ນຖານຂອງໄລຍະທີ 2 ແລະ ການກໍ່ສ້າງສິ່ງອຳນວຍຄວາມສະດວກຕ່າງໆຂອງເຂດຕົວເມືອງ, ເພື່ອສູ້ຊົນກໍ່ສ້າງເຂດຕົວເມືອງໃໝ່ນະຄອນຫຼວງວຽງຈັນ ໃຫ້ເປັນຕົວເມືອງສີຂຽວ, ສະອາດ ແລະ ງາມຕາ, ສະຫງົບ ແລະ ທັນສະໄໝ.

ການກໍ່ສ້າງເຂດສາທິດການປ່ອຍອາຍກາກບອນຕ່ຳ ຢູ່ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ແມ່ນເພື່ອເຮັດໃຫ້ໂຄງການ “ສິບຮ້ອຍພັນ” ຂອງການຮ່ວມມື ໃຕ້-ໃຕ້ ກ່ຽວກັບການປ່ຽນແປງດິນຟ້າອາກາດ ທີ່ທ່ານ ປະທານ ສີຈິ້ນຜິງ ໄດ້ສະເໜີໄວ້ນັ້ນປະກົດຜົນເປັນຈິງ. ໃນເດືອນ ກໍລະກົດ ປີ 2020, ສອງລັດຖະບານລາວ-ຈີນ ໄດ້ຮ່ວມກັນລົງນາມໃນເອກະສານການຮ່ວມມື ກ່ຽວກັບ ການກໍ່ສ້າງເຂດສາທິດການປ່ອຍອາຍກາກບອນຕ່ຳ ຢູ່ເຂດ ພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ, ໂດຍເປັນການຢັ້ງຢືນວ່າ: ຝ່າຍຈີນ ໄດ້ມອບອຸປະກອນຊ່ວຍເຫຼືອ ທີ່ໃຊ້ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດເຊັ່ນ: ດອກໄຟເຍືອງທາງ LED ທີ່ນໍາໃຊ້ພະລັງງານແສງອາທິດ, ລົດເມທີ່ໃຊ້ພະລັງງານໃໝ່, ລົດບັນທຸກທີ່ໃຊ້ພະລັງງານໃໝ່, ຍານພາຫະນະທີ່ໃຊ້ພະລັງງານໃໝ່ ຖືກຕ້ອງຕາມກົດໝາຍສິ່ງແວດລ້ອມ ແລະ ອຸປະກອນຕິດຕາມກວດກາສິ່ງແວດລ້ອມ ແລະ ອຸປະກອນອື່ນໆ, ທີ່ໃຊ້ໃນການຮັບມືກັບການປ່ຽນແປງດິນຟ້າອາກາດ, ພ້ອມທັງສ້າງແບບແຜນຂອງເຂດສາທິດການປ່ອຍອາຍກາກບອນຕ່ຳ ຢູ່ເຂດພັດທະນາກວມລວມໄຊເຊດຖາ.

อาจเป็นรูปภาพของ ท้องฟ้า

ການກໍ່ສ້າງເຂດສາທິດການປ່ອຍອາຍກາກບອນຕ່ຳ ແມ່ນຈະຊ່ວຍເພີ່ມຄວາມໄວໃນການພັດທະນາເຂດສີຂຽວ ໃນເຂດພັດທະນາກວມລວມໄຊເຊດຖາ, ຊຸກຍູ້ຜັກດັນໂຄງການການປ່ຽນແປງຂອງສະພາບດິນຟ້າອາກາດຂອງການຮ່ວມມືໃຕ້ – ໃຕ້ ໃຫ້ມີການປະສານແບບເລິກເຊິ່ງກັບການຮ່ວມມືດ້ານຄວາມອາດສາມາດການຜະລິດສາກົນ, ໃນຂະນະທີ່ມີການຂັບເຄື່ອນການພັດທະນາເຕັກໂນໂລຊີສີຂຽວ, ອຸປະກອນສີຂຽວ ແລະ ອຸດສາຫະກຳສີຂຽວ, ໂດຍຜ່ານການປູກຈິດສໍານຶກດ້ານການຜະລິດສີຂຽວທີ່ທັນສະໄໝ ແລະວິຖີຊີວິດ, ດໍາເນີນການສົ່ງເສີມການຈັດຕັ້ງປະຕິບັດແນວຄວາມຄິດການພັດທະນາສີຂຽວແບບຍືນຍົງ, ຊຸກຍູ້ຕົວເມືອງໃໝ່ນະຄອນຫຼວງວຽງຈັນ ໃຫ້ມີການພັດທະນາເປັນຕົວເມືອງຕົວແບບທີ່ມີອາຍກາກບອນຕໍ່າ ເປັນມິດກັບສິ່ງແວດລ້ອມທັງໃນປະເທດລາວ ແລະ ບັນດາປະເທດໃນອາຊີຕາເວັນອອກສຽງໃຕ້.

ไม่มีคำอธิบาย

ພິທີດັ່ງກ່າວແມ່ນໄດ້ຈັດຂຶ້ນແບບວິດີໂອທາງໄກ ຢູ່ທີ່ ນະຄອນຢາງໂຈ ສປ ຈີນ ແລະ ຢູ່ນະຄອນຫຼວງວຽງຈັນ ສປປ ລາວ ໂດຍມີບັນດາທ່ານທີ່ກ່ຽວຂ້ອງຂອງ ກະຊວງ ນິເວດວິທະຍາ ແລະ ສິ່ງແວດລ້ອມ ສປຈີນ, ສະຖານທູດລາວ ປະຈຳ ສປ ຈີນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂອງ ສປປ ລາວ, ອຳນາດການປົກຄອງທ້ອງຖິ່ນນະຄອນ ຢາງໂຈ ແລະ ອຳນາດການປົກຄອງທ້ອງຖິ່ນເມືອງ ກາວໂຢ ໃຫ້ກຽດເຂົ້າຮ່ວມພິທີການມອບສົ່ງອຸປະກອນໃນຄັ້ງນີ້.