ມູນນິທິ ກອງທຶນແບ່ງປັນເຊິ່ງກັນ ແລະ ກັນ ມອບເຄື່ອງປ້ອງກັນພະຍາດໂຄວິດ-19 ໃຫ້ລັດຖະບານແຫ່ງສປປລາວ

370

ມູນນິທິ ກອງທຶນແບ່ງປັນເຊິ່ງກັນ ແລະ ກັນ (ສປ ຈີນ) ໄດ້ມອບເຄື່ອງຊ່ວຍເຫຼືອອຸປະກອນການແພດເພື່ອປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ລັດຖະບານ ເຊິ່ງມີພິທີມອບ-ຮັບມີຂຶ້ນໃນວັນທີ 4 ມິຖຸນາ 2021 ທີ່ຫ້ອງວ່າການສໍານັກງານນາຍົກ ໂດຍການມອບຂອງທ່ານ ທ່ານ ຫຼຽງ ເຈິນ ຢີງ(Leung Chun ying) ຮອງປະທານສະພາທີ່ປຶກສາການເມືອງແຫ່ງ ສປ ຈີນ , ປະທານ GX FOUNDATION ຕ່າງໜ້າລັດຖະບານຮັບໂດຍ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ຂັ້ນສູນກາງ, ມີ ທ່ານ ຈ່ຽງ ຈາຍ ຕຸ່ງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມແຫ່ງ ສປ ຈີນ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ຫຼຽງ ເຈິນ ຢີງ(Leung Chun ying) ກ່າວວ່າ: ມູນນິທິ ກອງທຶນແບ່ງປັນເຊິ່ງກັນ ແລະ ກັນ(ສປ ຈີນ) ສ້າງຕັ້ງຂຶ້ນໃນປີ 2018 ຈຸດປະສົງຂອງການຕັ້ງມູນນິທິເພື່ອຮ່ວມມືກັບບັນດາປະເທດ ທີ່ລຽບຕາມເຂດໜຶ່ງແລວໜຶ່ງເສັ້ນທາງ ໃຫ້ການຊ່ວຍເຫຼືອສາທາລະນະສຸກທາງການແພດ ປະກອບສ່ວນ ປະກອບສ່ວນກໍາລັງແຮງຂອງປະເທດຈີນ ເຂົ້າປະຊາຄົມຮ່ວມຊາຕາກໍາ ມວນມະນຸດ ແລະ ລວມກັນຮັບມືກັບສິ່ງທ້າທາຍຂອງມວນມະນຸດ . ໃນທ້າຍເດືອນກັນຍາ 2019 ໃນໂອກາດທີ່ປະເທດຈີນ ແລະ ສປປລາວໄດ້ສ້າງແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມສະຕາກໍາລາວຈີນ ມື້ນີ້ ມູນນິທິ ຊົມໃຊ້ຮ່ວມກັນ ໄດ້ເຊັນບົດບັນທຶກການຮ່ວມມືກັບກະຊວງ ສາທາລະນະສຸກຂອງລາວ ໄດ້ຊ່ວຍເຫຼືອລົດເຄື່ອນທີ່ ປິ່ນປົວພະຍາດຕາ 2 ຄັນ ແລະ ແຕ່ງຕັ້ງທີມງານຊ່ຽວຊານປິ່ນປົວພະຍາດຕາ ຈາກ ຈີນ ເພື່ອປິ່ວປົວຄົນເຈັບແກ່ນຕາຂຸ້ນ ທົ່ວປະເທດລາວ. ປັດຈຸບັນທີມງານ ແລະ ເຄື່ອງມືກະກຽມພ້ອມແລ້ວ ພາຍຫຼັງ ສະພາບໂຄວິດ-19 ໄດ້ຈາງຫາຍໄປ ຈະຮີບຮອດທີມງານເຂົ້າມາ ເພື່ອຊ່ວຍເຫຼືອປະຊາຊົນລາວ.


ມື້ນີ້ພວກເຮົາໄດ້ຈັດຊື້ເຄື່ອງມືອຸປະກອນການແພດ ໃນນັ້ນມີເຄືອງມື ຊ່ວຍຫາຍໃຈ, ເຄື່ອງຕິດຕາມ, ຜ້າອັດປາກ ອັດດັງ, ຊຸດປ້ອງກັນ, ເຄື່ອງມືການແພດ ແລະ ອື່ນໆຈໍານວນ 20 ໂຕນ ເພື່ອຊ່ວຍເຫຼືອລາວໃນເວລາອັນສັ້ນໆ ຢ່າງຮີບດ່ວນ. ເຄື່ອງອຸປະກອນດັ່ງກ່າວໄດ້ສົ່ງມາຮອດປະເທດລາວແລ້ວ ແລະ ຈະຊ່ວຍປ້ອງກັນພະຍາດໂຄວິດ-19 ຢູ່ ສປປລາວ.
ເພື່ອເປັນການປ້ອງກັນສະກັດກັນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປລາວໃນປັດຈຸບັນ GX FOUNDATION ໄດ້ເຫັນດີຕົກລົງມອບເຄື່ອງຊ່ວຍເຫຼືອ ອຸປະກອນການແພດທີ່ຈໍາເປັນຈໍານວນໜຶ່ງ ໃຫ້ ແກ່ລັດຖະບານ ແລະ ປະຊາຊົນລາວ ມູນຄ່າ ຫຼາຍກວ່າ 1 ລ້ານໂດລາລວມຄ່າຂົນສົ່ງ

ທ່ານ ກິແກ້ວ ໄຂຄໍາພິທູນ ກ່າວວ່າ: ອຸປະກອນການແພດເພື່ອນໍາໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປລາວ ລວມມູນຄ່າ 869.600 ໂດລາ ແລະ ລວມຄ່າຂົນສົ່ງ 150.000 ໂດລາສະຫະລັດ
ຂ້າພະເຈົ້າຕີລາຄາສູງຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງ GX FOUNDATION ທາງດ້ານອຸປະກອນການແພດເຊັ່ນ: ເຄື່ອງຊ່ວຍຫາຍໃຈ, ໜ້າກາກອະນາໄມ, ຊຸດປ້ອງກັນ ແລະ ອື່ນໆ ໃຫ້ແກ່ພັກ – ລັດຖະບານ ສປປລາວ ເຊິ່ງໄດ້ປະກອບສ່ວນອັນສໍາຄັນ ເຮັດໃຫ້ ລັດຖະບານລາວ ສາມາດຕໍ່ສູ້ ແລະ ຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ທີ່ພວມຄຸກຄາມປະຊາຊົນ ປັດຈຸບັນ ຍັງມີຄວາມຕ້ອງການດ້ານອຸປະກອນການແພດ, ວັກຊີນຈໍານວນຫຼາຍເພື່ອມາສັກໃຫ້ປະຊາຊົນລາວຕື່ມອີກ.