ດ່ວນ ຫສນຍ ແຈ້ງການ ສືບຕໍ່ລັອກດາວ ອີກ 15 ວັນ ແຕ່ 5-19 ມິຖຸນາ ພ້ອມວາງ 9 ມາດຕະການຕ້ອງສືບຕໍ່ປະຕິບັດ

1252

ໃນວັນທີ 4 ພຶດສະພາ 2021 ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການ ສະບັບເລກທີ 595 /ຫສນຍ ເລື່ອງ: ການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19 ໃນໄລຍະ ວັນທີ 5-19 ມິຖຸນາ 2021.


ອີງຕາມ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 93/ນຍ, ລົງວັນທີ 03 ມີນາ 2017; ອີງຕາມ ຄໍາສັ່ງຂອງທ່ານ ນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021; ອີງຕາມ ການຊີ້ນຳ ຂອງກອງປະຊຸມກົມການເມືອງຮ່ວມກັບຄະນະເລຂາທິການສູນກາງພັກ ຄັ້ງວັນທີ 03 ມິຖຸນາ 2021 ແລະ ການຊີ້ນໍາ ຂອງທ່ານ ນາຍົກລັດຖະມົນຕີ ໃນຄັ້ງວັນທີ 04 ມິຖຸນາ 2021. ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງມາຍັງທ່ານ ຊາບວ່າ: ຜ່ານການຈັດຕັ້ງປະຕິບັດ ມາດຕະການຕ່າງໆໃນຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ເເລະ ມາດຕະການຕ່າງໆ ທີ່ບັນດາຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ ໄດ້ວາງອອກ ເຫັນວ່າ ການຈັດຕັ້ງທຸກຂັ້ນ, ທຸກພາກສ່ວນ ລວມທັງພາກລັດ, ພາກທຸລະກິດ ແລະ ສັງຄົມລ້ວນແຕ່ໄດ້ປະຕິບັດຕາມໜ້າທີ່ ແລະ ພັນທະຂອງຕົນ ດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ການລະບາດມີທ່າອ່ຽງຫຼຸດລົງ ຢູ່ຫຼາຍແຂວງ, ແຕ່ເຖິງຢ່າງໃດກໍ່ຕາມ ການລະບາດໃນຊຸມຊົນ ກໍຍັງມີຢູ່ບາງເເຂວງ ໂດຍສະເພາະ ຢູ່ນະຄອນຫຼວງວຽງຈັນ.

ຍ້ອນແນວນັ້ນ ການທີ່ຈະຄວບຄຸມ ແລະ ແກ້ໄຂການລະບາດໃຫ້ໄດ້ນັ້ນ ຍັງຕ້ອງໃຊ້ເວລາຕື່ມອີກພໍສົມຄວນ ເພາະເຊື້ອພະຍາດ ໂຄວິດ-19 ທີ່ກຳລັງເເຜ່ລະບາດໃນປັດຈຸບັນ ເເມ່ນມີສາຍພັນທີ່ສາມາດແຜ່ເຊື້ອໄວ. ສະນັ້ນ, ເພື່ອໃຫ້ບັນລຸຄາດໝາຍລວມ ໃນການຄວບຄຸມ ເເລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໃນຊຸມຊົນ ໃຫ້ມີຜູ້ຕິດເຊື້ອໜ້ອຍທີ່ສຸດ, ມີຜູ້ເສຍຊີວິດໜ້ອຍທີ່ສຸດ ເເລະ ໃຫ້ທຸກຄົນໃນສັງຄົມໄດ້ໃຊ້ຊິວິດປົກກະຕິພາຍໃຕ້ເງື່ອນໄຂວິຖີຊີວິດປົກກະຕິໃໝ່ (New Normal) ໄດ້ໄວ, ລັດຖະບານ ຈໍາເປັນຕ້ອງໄດ້ສືບຕໍ່ປະຕິບັດບັນດາມາດຕະການທີ່ໄດ້ລະບຸໃນຄໍາສັ່ງ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021; ແຈ້ງການ ສະບັບເລກທີ 406/ຫສນຍ, ລົງວັນທີ 26 ເມສາ 2021, ເລກທີ 462/ຫສນຍ,ລົງວັນທີ 05 ພຶດສະພາ 2021, ເລກທີ 528/ຫສນຍ, ລົງວັນທີ 20 ພຶດສະພາ 2021 ແລະ ຄໍາແນະນໍາຂອງຄະນະສະເພາະກິດຂັ້ນສູນກາງ ອອກໄປຕື່ມອີກ 15 ວັນ ໂດຍເລີ່ມເເຕ່ເວລາ 00:00 ໂມງ ຂອງວັນທີ 05 ມິຖຸນາ ຫາ ເວລາ 24:00 ໂມງ ຂອງວັນທີ 19 ມິຖຸນາ 2021, ພ້ອມທັງ ສືບຕໍ່ປະຕິບັດມາດຕະການວາງອອກ ເເລະ ຜ່ອນຜັນບາງມາດຕະການ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງທີ່ຍັງມີການລະບາດ ດັ່ງນີ້:

ໂດຍມີ 9 ມາດຕະການສືບຕໍ່ປະຕິບັດຄື:
1. ເພີ່ມທະວີການຊອກຫາ ຜູ້ຕິດເຊື້ອມາປິ່ນປົວ ໂດຍມີການສົມທົບລະຫວ່າງອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ກັບຄວາມຮັບຜິດຊອບທາງການເເພດດ້ວຍທຸກວິທີການ;ເພີ່ມການສັກວັກຊິນໃຫ້ເປົ້າໝາຍຕ່າງໆເທົ່າທີ່ຈະຫຼາຍໄດ້; 2. ປິດຮ້ານກິນ-ດື່ມ, ສວນອາຫານ, ຄາຣາໂອເກະ, ສະຖານບັນເທີງ, ຮ້ານສະໜຸກເກີ, ຮ້ານນວດ, ຮ້ານເສີມສວຍ, ຮ້ານສະປາ, ສະຖານທີ່ທ່ອງທ່ຽວ, ຮ້ານເກມທຸກປະເພດ;

3. ປິດສູນກິລາໃນຮົ່ມທຸກປະເພດ, ພ້ອມທັງ ຫ້າມບໍ່ໃຫ້ຫຼິ້ນກິລາທີ່ຮ່າງກາຍມີການສໍາຜັດກັນ ເຊັ່ນ: ບານເຕະ, ຕີມວຍ ເເລະ ອື່ນໆ; 4. ປິດການຮຽນ-ການສອນ ຢູ່ສະຖາບັນການສຶກສາທຸກຊັ້ນ ຢູ່ນະຄອນຫຼວງວຽງຈັນ; 5. ປິດບັນດາໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫົວໜ່ວຍຫັດຖະກຳ ຢູ່ ໃນເຂດ ຫຼື ບ້ານທີ່ຖືກກຳນົດເປັນເຂດແດງ, ຍົກເວັ້ນໂຮງງານທີ່ມີຫໍພັກຂອງເເຮງງານ ຢູ່ໃນບໍລິເວນໂຮງງານຂອງຕົນ, ໂຮງງານຜະລິດສິນຄ້າບໍລິໂພກ, ຢາປົວພະຍາດ, ເຄື່ອງປ້ອງກັນການລະບາດ ເເລະ ອຸປະກອນການເເພດ ເເຕ່ໃຫ້ມີການຄຸ້ມຄອງຕາມມາດຕະການປ້ອງກັນ ທີ່ຄະນະສະເພາະກິດ ວາງອອກ ຢ່າງເຂັ້ມງວດ. ໃນໄລຍະພັກວຽກນີ້, ໃຫ້ຜູ້ ປະກອບການຂອງບັນດາໂຮງງານ, ຫົວໜ່ວຍການຜະລິດ ທີ່ປິດ ມີລະບຽບການໃນການຄຸ້ມຄອງເເຮງງານຢູ່ໃຕ້ຄວາມຮັບຜິດຊອບຂອງຕົນ (ໃຫ້ພັກຢູ່ທີ່ຫໍພັກຂອງຕົນ) ແລະ ປະຕິບັດນະໂຍບາຍສະຫວັດດີການ ໃຫ້ແກ່ເເຮງງານເຫຼົ່ານັ້ນ ຖືກຕ້ອງ, ຄົບຖ້ວນ ຕາມລະບຽບການ ຂອງຂະແໜງການກ່ຽວຂ້ອງຂອງລັດ ວາງອອກ.


6. ຫ້າມບຸກຄົນເດີນທາງ ເຂົ້າ-ອອກ ທ້ອງຖິ່ນ ຫຼື ເຂດທີ່ມີການຕິດເຊື້ອ (ເຂດແດງ) ຫຼື ເຂດທີ່ມີຄວາມສ່ຽງ (ເຂດເຫຼືອງ) ຕາມການກຳນົດ ຂອງຄະນະສະເພາະກິດ ຍົກເວັ້ນ ຜູ້ທີ່ໄດ້ຮັບອະນຸຍາດຈາກອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ດ້ວຍເງື່ອນໄຂ ແລະ ເຫດຜົນຈໍາເປັນ ເຊັ່ນ: ໄປປະຕິບັດວຽກໂຄງການ, ໄປທໍາການຜະລິດ, ການຂົນສົ່ງສິນຄ້າ ແລະ ສົ່ງສະບຽງອາຫານ, ການໄປບິນທະບາດ ຂອງພະສົງ, ໄປໂຮງໝໍ, ໄປຮັບວັກຊີນແຕ່ໃຫ້ຂະແໜງສາທາລະນະສຸກ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ຕັ້ງດ່ານເພື່ອກວດສຸຂະພາບ, ເອກະສານທີ່ກ່ຽວຂ້ອງ ເເລະ ເກັບກໍາຂໍ້ມູນ ຢ່າງຮັດກຸມ.


7. ຫ້າມໂຮມຊຸມນຸມ ຫຼື ກິດຈະກໍາຕ່າງໆ ທີ່ມີຜູ້ເຂົ້າຮ່ວມຫຼາຍກວ່າ 50 ຄົນ ຢູ່ສະຖານທີ່ບໍ່ສາມາດຮັບປະກັນການຮັກສາໄລຍະຫ່າງ 1 ແມັດໄດ້;

8. ຫ້າມຈັດງານລ້ຽງສັງສັນ ຫຼື ຊຸມເຊວທຸກຮູບແບບ ຢູ່ທຸກສະຖານທີ່; 9. ໃຫ້ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດບັນດາມາດຕະການປ້ອງກັນການຕິດເຊື້ອ ເເລະ ເເຜ່ເຊື້ອ ດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈລລ້າງມື ຢູ່ບັນດາຮ້ານຂາຍເຄື່ອງຍ່ອຍ (ມິນິມາດ), ຊຸບເປີມາເກັດ, ຕະຫຼາດ ແລະ ເຂດສ່ຽງ.

ສະໜັບສະໜູນຂ່າວໂດຍ: