ເປີດທາມລາຍ ເຫຍື່ອໂຄວິດລາຍຫຼ້າສຸດຄົນຫ້ອງແຖວມີຄວາມສ່ຽງສູງ

825

ຕາມການຖະແຫຼງຂ່າວຂອງຄະນະສະເພາະກິດໃນວັນທີ 4 ມິຖຸນາ 2021 ໃຫ້ຮູ້ວ່າກໍລະນຕິດເຊື້ອໃໝ່ 9 ຄົນທີ່ກວດພົບຈາກ 1.920 ຕົວຢ່າງໃນວັນທີ 3 ມິຖຸນາ ເປັນກໍລະນີຢືນຢັນທີ 1.944-1.952)ແມ່ນມີຄົນຕິດເຊື້ອໃໝ່ຢູ່ນະຄອນຫຼວງວຽງຈັນ 7 ຄົນ ທັງໝົດນັ້ນລ້ວນແມ່ນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອເກົ່າໃນຊຸມຊົນທີ່ຜ່ານມາ ສ່ວນອີກ 2 ກໍລະນີແມ່ນຢູ່ແຂວງສະຫວັນນະເຂດ ແລະຈຳປາສັກ ແຂວງລະ 1 ຄົນເປັນກໍລະນີນຳເຂົ້າໃນແຮງງານທີ່ກັບຈາກປະເທດໄທຖືກຕ້ອງຕາມກົດໝາຍ.

ສຳລັບເຂດສ່ຽງໃໝ່ຫຼ້າສຸດຕາມການລາຍງານຂອງຄະນະສະເພາະກິດໃນວັນທີ 4 ມິຖຸນາ ທີ່ຜູ້ຕິດເຊື້ອໄດ້ໄປນັ້ນມີຫຼາຍບ່ອນ ແລະສ່ວນໃຫຍ່ລ້ວນເປັນບ່ອນທີ່ມີຄົນໄປເປັນຈຳນວນຫຼາຍ ເປັນຕົ້ນຮ້ານຂາຍຢາໃສສະອາດ, ຕະຫຼາດ ແລະຫ້ອງແຖວ ອັນເປັນບ່ອນພັກຂອງຄົນຫາເຊົ້າກິນຄ່ຳ.

ຂໍ້ມູນພື້ນຖານເຂດສ່ຽງທີ່ກຸ່ມຜູ້ຕິດເຊື້ອໄປຫຼ້າສຸດມີດັ່ງນີ້

ວັນທີ30/05/2021: ໄປຕະຫລາດຊັ່ງຈຽງ (ຢູ່ແຕ່ຮ້ານ ບໍລິເວນດ້ານນອກ) ແລະ ໄປຫານ້ອງຮັກຢູ່ຫ້ອງແຖວຕານມີໄຊ(ຢູ່ແຄມທາງໃຫຍ່) ແລະ ໄດ້ໄປໃຊ້ຫ້ອງນ້ຳ

ວັນທີ 03/06/2021: ໄປຊື້ຢາຢູ່ຮ້ານໃສສະອາດ ສາຂາ ໜອງດ້ວງ 01 ຄັ້ງ/ອາທິດ  ແມ່ນໄປຕະຫລາດສີເກີດ ເພື່ອຊື້ອາຫານ


ວນັທີ22/05/2021: ໄປຫອ້ງແຖວບາ້ນໂພນສະອາດ
ເຮັດໃຫ້ມາຮອດປະຈຸບັນ ທົ່ວນະຄອນຫຼວງມີຈຳນວນບ້ານແດງທັງໝົດ 25 ບ້ານໃນ 7 ເມືອງ

ຄະນະສະເພາະກິດຕີລາຄາວ່າ ເຖິງແມ່ນວ່າການລາຍງານຜູ້ຕິດເຊື້ອ ຈະມີທ່າອ່ຽງຫຼຸດລົງ ບໍ່ມີລາຍງານກໍລະນີຕິດເຊື້ອໃໝ່ໃນຊຸມຊົນຢູ່ບ້ານດາແຂວງແລ້ວມີແຕ່ແຮງງານທີ່ກັບມາແຕ່ຕ່າງປະເທດ ແຕ່ສຳລັບນະຄອນຫຼວງວຽງຈັນແລ້ວແມ່ນຍັງມີຄົນຕິດເຊື້ອໃນຊຸມຊົນ ແລະເພີ່ມບ້ານເຂດແດງໃໝ່ຢູ່.

ເຊິ່ງນັ້ນສັງເກດເຫັນວ່າ ໃນສັງຄົມຍັງມີການໄປມາຫາສູ່ລະຫວ່າງຍາດຕິພີ່ນ້ອງ, ໝູ່ເພື່ອນ ຊຸມແຊວສັງສັນເຮັດໃຫ້ມີການລະບາດເປັນຈຸ້ມເຈື້ອໃນຄອບຄົວ ຍາດຕິພີ່ນ້ອງ ແລະໝູ່ຄູ່ ທັງໝົດນັ້ນລ້ວນຢູ່ໃນມາດຕະການປ້ອງກັນໂຄວິດ-19 ແລະພວກເຮົາບໍ່ຄວນປະໝາດ  ຍັງຕ້ອງເອົາໃຈໃສ່ ແລະສືບຕໍ່ປະຕິບັດໃນທຸກມາດຕະການທີ່ທາງຄະນະສະເພາະກິດ ຂັ້ນສູນກາງ ແລະ ຂັ້ນແຂວງວາງອອກຢ່າງເຂັ້ມງວດ.