ເກີດເຫດ ຫຼົງຍິງໝູ່ ຄິດວ່າແມ່ນ ໝູ່ປ່າ

943

ຕາມການໃຫ້ຂໍ້ມູນ ຂອງທ່ານ  ພັທ ສຸດສະດີ ທອງພູມີ ຫົວໜ້າພະແນກຕຳຫຼວດ ປກສ ເມືອງລອງ ແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ: ໃນເວລາປະມານ 17 ໂມງ ຂອງວັນທີ 17 ພຶດສະພາ 2021 ມີພົນລະເມືອງດີມາແຈ້ງວ່າ ປະຊາຊົນບ້ານສຸກສາລາ ໄປລ່າສັດປ່າ ແລ້ວເກີດເຫດຫຼົງຍິງກັນ ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ. ຈາກນັ້ນເຈົ້າໜ້າທີ່ໄດ້ແຕ່ງຕັ້ງໜ່ວຍວິຊາສະເພາະລົງສົມທົບກັບ ປກສ ກຸ່ມບ້ານຊຽງກົກ ແລະອຳນາດການປົກຄອງບ້ານສຸກສາລາ ລົງສັນລະສູດສະຖານທີ່ເກີດເຫດ ພົບເຫັນຄົນເສຍຊີວິດ 1 ຄົນ ຊື່ທ້າວ ເກີທູ ອາຍຸ 38 ປີ ປະຊາຊົນ ບ້ານສຸກສາລາ ເມືອງລອງ ແຂວງລວງນໍ້າທາ ມີຮ່ອງຮອຍລູກປືນຍິງເຂົ້າບໍລິເວນກ້ອງບ່າໄຫ່ລເບື້ອງຊ້າຍ ຊອດອອກທາງດ້ານຫຼັງ.


ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່, ທ້າວ ອາແມ໋ ອາຍຸ 35 ປີ, ປະຊາຊົນ ບ້ານສຸກສາລາ ເມືອງລອງ ແຂວງຫຼວງນ້ຳທາ ( ຜູ້ກະທຳຜິດ ) ໄດ້ໃຫ້ການວ່າ: ກ່ອນເກີດເຫດໃນຕອນເຊົ້າຂອງວັນທີ 17 ພຶດສະພາ 2021 ຜູ້ກ່ຽວພ້ອມດ້ວຍໝູ່ອີກ 4 ຄົນ, ໃນນັ້ນ, ມີທ້າວ ເກີທູ ( ຜູ້ເສຍຊີວິດ ), ທ້າວ ຊໍຢື, ທ້າວ ໂນຈອງ ແລະ ທ້າວ ປະຊາ ໄດ້ຊວນກັນໄປລ່າເນື້ອໃນປ່າເຂດແດນບ້ານສຸກສາລາ ຫາ ບ້ານສົມປານຢ້າວເກົ່າ ໂດຍນຳປືນແກັບໄປ 4 ກະບອກ ແລະ ປືນ CKC 1 ກະບອກ. ພາຍຫຼັງໄດ້ຕົກລົງກັນລະອຽດແລ້ວ ພວກກ່ຽວໄດ້ພາກັນຍ່າງເຂົ້າປ່າໄປຫາເຂດທີ່ພົບເຫັນຮ່ອງຮອຍຕີນໝູປ່າ ຮອດເວລາ 12 ໂມງຕອນທ່ຽງ ໄດ້ແຍກກັນໄປຊອກຍິງ.

ໃນຂະນັ້ນ,  ທ້າວອາແມ໋ ໄດ້ພົບເຫັນຄ້າຍຄືໝູປ່າ 2 ໂຕ ແລ່ນເຂົ້າໄປໃນເຂດປ່າຫຍ້າຕຶບ ຈິ່ງໄດ້ນຳເຂົ້າໄປຊອກຍິງ ຜູ້ກ່ຽວເຫັນໃບໄມ້ເໜັງ ໄປ-ມາ ຄິດວ່າຕ້ອງແມ່ນໝູປ່າ 2 ໂຕທີ່ແລ່ນເຂົ້າຫວ່າງກີ້ນີ້, ຈຶ່ງໄດ້ຍົກປືນແກັບທີ່ຖືໄປຍິງໃສ່ບາດໜຶ່ງ ແລ້ວໄດ້ຍີນສຽງຮ້ອງຄ້າຍຄືສຽງຄົນ ຈຶ່ງໄດ້ເຂົ້າໄປເບິ່ງ ປະກົດວ່າແມ່ນ ທ້າວເກີທູ ໝູ່ຄູ່ທີ່ໄປນຳກັນ ຜູ້ກ່ຽວຖືກຍິງເຂົ້າບໍລິເວນກ້ອງບ່າໄຫຼ່ເບື້ອງຊ້າຍຊອດອອກດ້ານຫຼັງ ເຮັດໃຫ້ບາດເຈັບສາຫັດ ແລະ ໄດ້ເສຍຊີວິດໃນເວລາຕໍ່ມາ.


ທ່ານ  ພັທ ສຸດສະດີ ທອງພູມີ ໃຫ້ຮູ້ຕື່ມອີກວ່າ: ປັດຈຸບັນ ທ້າວ ອາແມ໋ ຜູ້ຖືກຫາ ທາງເຈົ້າໜ້າທີ່ໄດ້ກັກຕົວໄວ້ ທີ່ຄ້າຍກັກຂັງຊົ່ວຄາວ ປກສ ເມືອງລອງ ພ້ອມທັງໄດ້ເກັບທ້ອນໂຮມອາວຸດປະເພດປືນແກັບ 4 ກະບອກ ແລະ ປືນ CKC 1 ກະບອກ ໄວ້ເປັນຫຼັກຖານເພື່ອດໍາເນີນຄະດີຕາມລະບຽບກົດໝາຍ. ສ່ວນສົບ ທ້າວ ເກີທູ ພາຍຫຼັງສັນລະສູດແລ້ວ ກໍ່ໄດ້ສ້າງບົດບັນທຶກມອບໃຫ້ຍາດພີ່ນ້ອງໄປສົ່ງສະການຕາມຮີດຄອງປະເພນີ.