ບານໂລກ 2022 ໂຊນອາຊີ ອີຣານ-ຍີ່ປຸ່ນ ຖະຫຼົ່ມຄູ່ແຂ່ງ 14-0 ຍັງບໍ່ແມ່ນສະຖິຕິກິນຂາດສູງສຸດ

1023

ການແຂ່ງຂັນບານໂລກ 2022 ຮອບຄັດເລືອກ ໂຊນອາຊີ ມາຮອດປັດຈຸບັນ ຍີ່ປຸ່ນ ຍັງຮັກສາສະຖິຕິຖະຫຼົ່ມຄູ່ແຂ່ງໄປຂາດລອຍທີ່ສຸດ 14-0 ໃນນັດທີ່ພົບກັບ ມົງໂກລີ ເມື່ອທ້າຍເດືອນມີນາ 2021 ເຊິ່ງເປັນສະຖິຕິສູງສຸດໃນບານໂລກ 2022 ຮອບຄັດເລືອກໂຊນອາຊີ ຕໍ່ຈາກນັດທີ່ ອີຣານ ຖະຫຼົ່ມ ກໍາປູເຈຍ 14-0 ເມື່ອເດືອນຕຸລາ 2021.

ສ່ວນຜົນການແຂ່ງຂັນຄັດບານໂລກ 2022 ໂຊນອາຊີ ວັນທີ 4 ມິຖຸນາ 2021 ມີການແຂ່ງຂັນ 9 ຄູ່ປາກົດວ່າ ຄູ່ທີ່ຂາດລອຍທີ່ສຸດເປັນ ບາເຣນ ເອົາຊະນະ ກໍາປູເຈຍ ໄປຂາດລອຍ 8-0 ແຕ່ສະຖິຕິທີ່ກ່າວມານັ້ນຍັງບໍ່ແມ່ນຄູ່ທີ່ກິນກັນຂາດລອຍທີ່ສຸດໃນປະຫວັດສາດຄັດບານໂລກ ໂຊນອາຊີ ເຊິ່ງຄູ່ທີ່ຂາດລອຍທີ່ສຸດມີດັ່ງນີ້:

1.ມານດິບ ເສຍໃຫ້ ອີຣານ 0-17 ໃນຄັດບານໂລກ 1998 ປະຈໍາວັນທີ 2 ມິຖຸນາ 1997
2.ກາຕາ ຊະນະ ກົດຖານ 15-0 ໃນຄັດບານໂລກ 2018 ປະຈໍາວັນທີ 3 ກັນຍາ 2015
3.ອີຣານ ຊະນະ ກໍາປູເຈຍ 14-0 ໃນຄັດບານໂລກ 2022 ປະຈໍາວັນທີ 10 ຕຸລາ 2019

4.ມົງໂກລີ ເສຍໃຫ້ ຍີ່ປຸ່ນ 0-14 ຄັດບານໂລກ 2022 ປະຈໍາວັນທີ 30 ມີນາ 2021
5.ນິວຊີແລນ ຊະນະ ຟິຈິ 13-0 ຄັດບານໂລກ 1982 ປະຈໍາວັນທີ 16 ສິງຫາ 1981